ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົງຄະນະພັກກົມໃຫຍ່ພະລາທິການກອງທັບ
ສະຫຼຸບຖອດຖອນບົດຮຽນ
ຂະບວນການກໍ່ສ້າງກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ

     ໃນຕອນເຊົ້າວັນທີ 6 ກໍລະກົດ 2017 ນີ້, ອົງຄະນະພັກກົມໃຫຍ່ພະລາທິການກອງທັບ ໄດ້ເປີດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຂະ
ບວນການກໍ່ສ້າງກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ສົກປີ 2015-2016 ຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພົນຕີ ປອ ວົງຄຳ ພົມມະ
ກອນ ກຳມະການຄະນະປະຈຳພັກກະຊວງ, ເລຂາຄະນະພັກອົງການກົມໃຫຍ່, ຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະພັກອົງການຫ້ອງການ ແລະ
ກົມກອງ ພ້ອມດ້ວຍພະນັກງານສະມາຊິກພັກ-ພະນັກງານຈາກກົມກອງທີ່ຂຶ້ນກັບເຂົ້າຮ່ວມ.


ພົນຕີ ປອ ວົງຄຳ ພົມມະກອນ ເປັນປະທານກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານຂະບວນການກໍ່ສ້າງກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ

     ພັນເອກ ສົມວັນ ທຳມາໄຊ ຄະນະປະຈຳພັກອົງການກົມໃຫຍ່, ຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາ
ຄາວຽກງານຂະບວນການກໍ່ສ້າງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ສົກປີ 2015-2016 ແລະ ທິດທາງແຜນການປີ 2017-2018
ຂອງອົງຄະນະພັກກົມໃຫຍ່ພະລາທິການກອງທັບ ເຊິ່ງໄດ້ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ພົ້ນເດັ່ນ ເຊິ່ງສະແດງອອກດ້ານດີ ແລະ ຜົນໄດ້ຮັບ, ບັນຫາປັດ
ໄຈພື້ນຖານ. ໃນນີ້, ຄະນະບໍລິຫານງານພັກອົງການກົມໃຫຍ່ພະລາທິການໄດ້ເອົາໃຈໃສ່ຊີ້ນຳ ໃຫ້ຄວາມສຳຄັນໃນການຄົ້ນຄວ້າເຊື່ອມຊຶມ, ກຳແໜ້ນ
ບັນດາມະຕິ, ຄຳສັ່ງ, ຂໍ້ກຳນົດ, ບົດແນະນຳກ່ຽວກັບວຽກງານກໍ່ສ້າງພັກຂອງກົມການເມືອງສູນກາງພັກ, ຂອງຄະນະພັກກະຊວງປ້ອງກັນປະເທດ ແລະ
ກົມໃຫຍ່ການເມືອງກອງທັບ, ຜ່ານການຈັດຕັ້ງປະຕິບັດຂອງບັນດາຄະນະພັກແຕ່ລະຂັ້ນເຂົ້າໃນວຽກງານກໍ່ສ້າງກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ
ເປັນໃຈກາງກາຍເປັນຂໍ້ແຂ່ງຂັນ, ການປະກອບສ່ວນອັນສຳຄັນໃນການປັບ ປຸງກໍ່ສ້າງພັກ-ກໍ່ສ້າງກອງທັບມີຄວາມໜັກແໜ້ນເຂັ້ມແຂງ. ປະຈຸບັນທົ່ວ
ອົງຄະນະພັກກົມໃຫຍ່ພະລາທິການ ມີ 2 ຄະນະພັກ, ມີ 10 ຄະນະພັກ ຮາກຖານເອກະລາດ, ມີ 35 ໜ່ວຍພັກເອກະລາດ, ມີ 8 ຄະນະ ພັກຮາກຖານ
ຂຶ້ນກັບຄະນະພັກ, ມີ 113 ໜ່ວຍພັກຂຶ້ນກັບຄະນະພັກຮາກຖານ, ລວມມີ 18 ຄະນະພັກຮາກຖານ, 148 ໜ່ວຍພັກອະນຸມັດຮັບຮອງເປັນກອງຮາກ
ຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ມີ 11 ຄະນະພັກຮາກຖານ, ໃນນີ້ຮັບຮອງເປັນຄັ້ງທີ 8 ມີ 2 ຄະນະພັກຮາກຖານ, ມີ 113 ໜ່ວຍພັກຮັບ
ຮອງເປັນກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານຂອງຈຳນວນໜ່ວຍພັກທັງໝົດ 148 ໜ່ວຍ, ໃນນັ້ນຮັບຮອງເປັນຄັ້ງທີ 9 ມີ 6 ໜ່ວຍ
ພັກ, ຈາກດ້ານດີ ແລະ ຜົນງານສະແດງເຖິງການສືບຕໍ່ຂະຫຍາຍມູນເຊື້ອ 3 ເກັ່ງ, ໜ່ວຍພັກ 4 ຮູ້ຂອງກອງທັບ, ຈາກນັ້ນກອງປະຊຸມກໍໄດ້ຮັບຟັງມະຕິ
ຕົກລົງຂອງຄະນະພັກກະຊວງປ້ອງກັນປະເທດ ວ່າດ້ວຍການຮັບຮອງກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ບັນດາກົມກອງທີ່ຂຶ້ນກັບ
ຄະນະພັກກົມໃຫຍ່ພະລາທິການກອງທັບ ສົກປີ 2016-2017 ຈຳນວນ 124 ກົມກອງ-ໜ່ວຍພັກ, ແລະ ມອບໃບຍ້ອງຍໍຂອງກົມໃຫຍ່ການເມືອງ
ກອງທັບໃຫ້ບັນດາກົມກອງຮາກຖານເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ 2 ຄັ້ງຕິດຕໍ່ກັນ ຈຳນວນ 19 ກົມກອງ-ໜ່ວຍພັກ, ມອບໃບຍ້ອງຍໍກະ
ຊວງປ້ອງກັນປະເທດໃຫ້ບັນດາກົມກອງຮາກຖານເຂັ້ມແຂງໜ່ວຍພັກຮູ້ນຳພາຮອບດ້ານ 3-4 ຄັ້ງຕິດຕໍ່ກັນ ຈຳນວນ 29 ກົມກອງ-ໜ່ວຍພັກ, ມອບ
ທຸງໄຊໃຫ້ບັນດາກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ 10 ຄັ້ງຕິດຕໍ່ກັນ ແລະ 5 ຄັ້ງຕິດຕໍ່ກັນ ລວມມີ 12 ກົມກອງ-ໜ່ວຍພັກ.

     ປະທານກອງປະຊຸມ ກໍໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍມາຍັງຄະນະພັກ-ຄະນະບັນຊາທຸກພາກສ່ວນທີ່ໄດ້ເອົາໃຈໃສ່ປະຕິບັດໜ້າທີ່
ວຽກງານການເມືອງຂອງກົມກອງຢ່າງມີຜົນສຳເລັດ, ຮຽກຮ້ອງມາຍັງ ຄະນະພັກແຕ່ລະຂັ້ນເອົາໃຈໃສ່ສືບຕໍ່ປັບປຸງກໍ່ສ້າງຮາກຖານພັກໃຫ້ມີຄວາມປອດ
ໃສ, ເຂັ້ມແຂງ ແລະ ໜັກແໜ້ນທາງດ້ານການເມືອງແນວຄິດ, ການຈັດຕັ້ງ, ດ້ານແບບແຜນວິທີນຳພາໃຫ້ສູງຂຶ້ນເລື້ອຍໆໄປ.