ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຊາວໜຸ່ມ-ແມ່ຍິງກົມ ວສ-ປສ ການທະຫານ ຈັດກິດຈະກຳບໍລິຈາກເລືອດ

     ໃນວັນທີ 7 ມິຖຸນາ 2017 ຜ່ານມານີ້, ຊາວໜຸ່ມ-ແມ່ຍິງກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດກິດຈະກຳບໍລິຈາກເລືອດຂຶ້ນ ຢູ່ທີ່ກົມ
ຂອງຕົນ. ໂດຍການນຳພາຂອງສະຫາຍ ພັນໂທ ຄອນສະຫວັນ ອິນທາ ຮອງຫົວໜ້າຫ້ອງການກົມ ວິທະຍາສາດ-ປະຫວັດສາດ ການທະຫານ ມີພະນັກງານ
ວິຊາການຈາກອົງການກາແດງລາວ ແລະ ສະມາຊິກຊາວໜຸ່ມ-ແມ່ຍິງເຂົ້າຮ່ວມ.


ບັນຍາກາດໃນການບໍລິຈາກເລືອດຂອງຊາວໜຸ່ມ-ແມ່ຍິງກົມ ວສ-ປສ ການທະຫານ

     ການຈັດກິດຈະກຳບໍລິຈາກເລືອດຄັ້ງນີ້ ມີ 16 ສະຫາຍ ໃນນັ້ນສາມາດບໍລິຈາກເລືອດຕົວຈິງ 12 ສະຫາຍ ຍິງ 7 ສະຫາຍ ຈຳນວນເລືອດໄດ້ 12 ຖົງ.


ພາບລວມໃນການບໍລິຈາກເລືອດ ຂອງ ຊາວໜຸ່ມ-ແມ່ຍິງ ກົມ ວສ-ປສ ການທະຫານ

     ຈຸດປະສົງຂອງການບໍລິຈາກເລືອດຄັ້ງນີ້ ກໍ່ເພື່ອສະໜອງເລືອດໃຫ້ແກ່ສູນບໍລິຈາກເລືອດອົງການກາແດງລາວ ໃນການປະກອບສ່ວນຊ່ວຍເຫຼືອສັງຄົມ
ເພື່ອປິ່ນປົວຄົນເຈັບທີ່ຂາດເລືອດນອນຢູ່ໂຮງໝໍແຫ່ງຕ່າງໆ.