ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານກົມມະດຳ ອັດຊຸດອົບຮົມໄລຍະສັ້ນ
ໃຫ້ແກ່ພະນັກງານ - ນັກຮົບຊຸດທີ 1 ປະຈຳປີ 2018

     ໃນຕອນເຊົ້າຂອງວັນທີ 9 ກໍລະກົດ 2018 ນີ້ ວກ ໄດ້ອັດຊຸດເຝິກອົບຮົມ-ຫັດແອບການທະຫານໄລຍະສັ້ນໃຫ້ແກ່ພະນັກງານ-ນັກຮົບຊຸດທີ 1 ຂຶ້ນ
ຢ່າງເປັນທາງການ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພົນຈັດຕະວາ ບຸນຈັນ ລາດຊະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຫົວໜ້າການ
ທະຫານ ວກ ພ້ອມດ້ວຍຄະນະພັກ-ຄະນະບັນຊາ 5 ຫ້ອງການ, ພະນັກງານ-ຄູອາຈານ ແລະ ນັກເຝິກອົບຮົມເຂົ້າຮ່ວມຢ່າງພ້ອມພຽງ.


ທ່ານ ພົນຈັດຕະວາ ບຸນຈັນ ລາດຊະວົງ ເປັນປະທານອັດຊຸດອົບຮົມໄລຍະສັ້ນໃຫ້ແກ່ພະນັກງານ - ນັກຮົບຊຸດທີ 1 ປະຈຳປີ 2018

     ໃນພິທີ ພັນໂທ ສັງມະນີ ຈິດລະວົງ ຄະນະພັກວິທະຍາຄານ ຫົວໜ້າຫ້ອງອົບຮົມ-ກໍ່ສ້າງ ວກ ໄດ້ຂຶ້ນຜ່ານບົດສະຫຼຸບ ລາຍງານການເຝິກອົບຮົມ-ຫັດ
ແອບໄລຍະສັ້ນໃຫ້ພະນັກງານ-ນັກຮົບທົ່ວວິທະຍາຄານກົມມະດຳ ຊຸດທີ 1 ປະຈຳປີ 2018, ຜ່ານການເຝິກອົບຮົມ-ຫັດແອບ ຕົວຈິງມີຈຳນວນພົນທະ
ຫານທັງໝົດ 100 ສະຫາຍ, ລວມມີ 4 ວິຊາຮຽນຄື: ວິຊາລະບຽບງົດງາມ, ວິຊາກີລາການທະຫານ, ວິຊາສິນລະປະຍຸດ ແລະ ວິຊາຍຸດທະວິທີ, ຜ່ານການ
ຮໍ່າຮຽນ ສາມາດສະຫຼຸບໄດ້ດັ່ງນີ້: ໄດ້ຄະແນນເກຣດ B+ ເທົ່າກັບ 26,75%, ໄດ້ຄະແນນເກຣດ B ເທົ່າກັບ 67,5%, ໄດ້ຮັບຄະແນນເກຣດ C+ ເທົ່າ
ກັບ 5,75%, ຊຸດເຝິກອົບຮົມໃນຄັ້ງ ນີ້ສາມາດບັນລຸໄດ້ຕາມລະດັບ ຄາດໝາຍ 100%, ໃນພິທີຍັງໄດ້ມີການມອບ-ຮັບໃບຢັ້ງຢືນ ການເຝິກອົບຮົມໃຫ້
ພະນັກງານ-ນັກຮົບທີ່ໄດ້ຜ່ານການເຝິກແອບ ເປັນເວລາ 45 ວັນ ເປັນກຽດມອບໂດຍແມ່ນທ່ານພົນຈັດຕະວາ ບຸນຈັນ ລາດຊະວົງ ຄະນະພັກກະຊວງປ້ອງ
ກັນປະເທດ ຫົວໜ້າການທະຫານ ວກ.

     ໂອກາດດັ່ງກ່າວຫົວໜ້າການທະຫານ ວກ ໄດ້ໂອ້ລົມສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ທີ່ຍາດມາໄດ້ໃນໄລຍະການເຝິກອົບຮົມ 45 ວັນທີ່
ຜ່ານມາຕໍ່ຄະນະພັກ-ຄະນະບັນຊາ, ຄະນະຮັບຜິດຊອບ, ພະນັກງານຄູ-ອາຈານ ແລະ ນັກເຝິກອົບຮົມທີ່ມີຄວາມຕັດສິນໃຈສູງ ຕັ້ງໜ້າເຝິກອົບຮົມຫັດແອບ
ຕາມຫຼັກສູດ ແລະ ແຜນການ ພ້ອມທັງບັນລຸເປົ້າໝາຍທີ່ວາງໄວ້ຢ່າງຈົບງາມ ແລະ ມີຄຸນນະພາບສູງ ທັງຕິດພັນກັບການ ເຝິກຝົນຫຼໍ່ຫຼອມຄຸນທາດການ
ເມືອງ ຄຸນສົມບັດສິນທຳປະຕິວັດ ປະຕິບັດຂໍ້ກຳນົດ-ກົດລະບຽບ ຫຼັກການຕ່າງໆຂອງກອງທັບກໍ ຄືຂອງວິທະຍາຄານກົມມະດຳ ວາງອອກຢ່າງເຂັ້ມງວດ
ທັງ ຮຽກຮ້ອງໃຫ້ພະນັກງານ-ນັກຮົບ ແຕ່ລະສະຫາຍນຳເອົາບົດຮຽນທີ່ຮຽນມາໃນຄັ້ງນີ້ໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຂອງກົມກອງ ເພື່ອສືບຕໍ່ເຮັດສຳ
ເລັດໜ້າທີ່ໆໄດ້ຮັບມອບໝາຍຈາກ ຂັ້ນເທິງ.