ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານຮອບດ້ານປະຈໍາໄຕມາດ II ຂອງບັນດາກົມກອງເຂດ I


ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ກໍາມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ວັນທີ 2 ກໍລະກົດ ນີ້, ຢູ່ທີ່ສະໂມສອນກອງບັນຊາການທະຫານ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມສ່ອງແສງວຽກງານຮອບດ້ານປະຈໍາໄຕມາດ II ແລະ ວາງທິດທາງ
ແຜນການໄຕມາດ III ປີ 2020 ຂອງບັນດາກົມກອງເຂດ I ທີ່ກອງບັນຊາການທະຫານ ແຂວງຜົ້ງສາລີ ເປັນເຈົ້າພາບ, ພາຍໃຕ້ການເປັນປະທານຂອງສະຫາຍ ພົນຕີ ແອ
ສະໄໝ ເລືອງວັນໄຊ ກໍາມະການຄະນະປະຈໍາພັກກະຊວງ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີສະຫາຍ ຄໍາຜອຍ ວັນນະສານ ຮັກສາການ ເລຂາພັກແຂວງ ເຈົ້າ
ແຂວງໆຜົ້ງສາລີ, ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຜົ້ງສາລີ, ມີຄະນະພັກ-ຄະນະບັນຊາກອງບັນຊາການທະຫານ ແຂວງຜົ້ງສາລີ, ອຸ
ດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ກອງພົນທີ 3 ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

     ກອງປະຊຸມດັ່ງກ່າວ, ຄະນະພັກ-ຄະນະບັນຊາ ແຕ່ລະກົມກອງໄດ້ຜັດປ່ຽນກັນລາຍງານສະພາບວຽກງານຮອບດ້ານທີ່ພົ້ນເດັ່ນໄລຍະ 3 ເດືອນຜ່ານມາ ແລະ ຜ່ານທິດ
ທາງແຜນການປະຈຳ ໄຕມາດ III ປີ 2020.

     ໃນໄລຍະຜ່ານມາຄະນະພັກ-ຄະນະບັນຊາ ແຕ່ລະກົມກອງເຂດ I ໄດ້ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ນໍາພາແນວຄິດ ໃຫ້ພະນັກງານ-ນັກຮົບຢ່າງເປັນ
ປົກກະຕິ, ຈັດຕັ້ງພະນັກງານ-ວິຊາການລົງຮາກຖານການເມືອງ, ກວດກາຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານ ແລະ ການເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກ
ງານຂອງບັນດາກົມກອງທີ່ຂຶຶ້ນກັບຄວາມຮັບຜິດຊອບຂອງຕົນຕາມທິດຊີ້ນໍາຂອງ ກະຊວງປ້ອງກັນປະເທດ. ອັນພົ້ນເດັ່ນແມ່ນວຽກງານຕ້ານ ແລະ ສະກັດກັ້ນປະກົດການ
ຫຍໍ້ທໍ້ຕ່າງໆພາຍໃນກົມກອງ ເປັນຕົ້ນ ແມ່ນບັນຫາສິ່ງເສບຕິດ, ສາສະໜາ, ການລ່າເນື້ອທີ່ຜິດກົດໝາຍ ແລະ ເຂົ້າອອກເມືອງຕາມລໍາພັງໂດຍສະເພາະແມ່ນຢູ່ລຽບຕາມ
ຊາຍແດນ ລາວ-ຫວຽດນາມ, ລາວ-ຈີນ ແລະ ລາວ-ໄທ. ພ້ອມດຽວກັນນັ້ນຍັງເອົາໃຈໃສ່ໂຄສະນາເຜີຍແຜ່, ຕ້ານ ແລະ ສະກັດກັ້ນພະຍາດໂຄວິດ 19 ຕາມຄໍາສັ່ງຂອງ
ນາຍົກ ແລະ ພາກສ່ວນສະເພາະກິດຢ່າງທັນການ, ນອກນັ້ນຂົງເຂດວຽກງານອື່ນໆທີ່ປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານຂອງຄະນະພັກ ກະຊວງປ້ອງ ກັນປະເທດວາງ
ອອກ ລ້ວນແລ້ວແຕ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີຈຸດສຸມ ແລະ ປະສົບຜົນສຳເລັດເປັນຢ່າງດີ.

     ໂອກາດນີ້, ສະຫາຍ ພົນຕີ ແອສະໄໝ ເລືອງວັນໄຊ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນ​ດາ ກົມກອງທີ່ໄດ້ພ້ອມກັນເຮັດສໍາເລັດໜ້າທີ່ຕາມຂັ້ນເທິງມອບໝາຍ.
ເຮັດໃຫ້ທ້ອງຖິ່ນຂອງຕົນມີຄວາມສະຫງົບ, ສາມາດປົກປ້ອງເຂດນໍ້າແດນດິນໄວ້ໃຫ້ໝັ້ນຄົງ ແລະ ໄດ້ເນັ້ນໜັກໃຫ້ແຕ່ລະກົມກອງຈົ່ງເຊີດຊູຄວາມຮັບຜິດ ຊອບຕໍ່ວຽກງານ
ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນໃນທ້ອງຖິ່ນ ແລະ ກວດກາຄົນເຂົ້າອອກຢູ່ລຽບຕາມຊາຍແດນຢ່າງເຂັ້ມງວດ,
ສືບຕໍ່ ປ້ອງກັນບໍ່ໃຫ້ມີການແຜ່ລະບາດຂອງພະຍາດໂຄວິດ 19 ຢູ່ໃນ ສປປ ລາວ ກໍຄືໃນທ້ອງຖິ່ນຂອງຕົນ, ສືບຕໍ່ພົວພັນຮວ່ມມື, ລາຍງານຂໍ້ມູນຂ່າວສານລະຫວ່າງແຂວງ
ຕໍ່ ແຂວງ ແລະ ປະເທດເພື່ອນບ້ານທີ່ມີຊາຍແດນຕິດຈອດກັນ ເປັນປົກກະຕິ ແລະ ທັນກັບສະພາບການທີ່ອາດຈະເກີດຂຶ້ນ.