ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີມອບ-ຮັບໂຮງຮຽນທິດສະດີການເມືອງກອງທັບ ຢ່າງເປັນທາງການ


     ພິທີມອບ-ຮັບໂຮງຮຽນທິດສະດີການເມືອງກອງທັບ ຢ່າງເປັນທາງການຈັດຂຶ້ນ ໃນວັນທີ 9 ສິງຫາ 2021 ນີ້, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະ
ຫາຍ ພົນເອກ ຟານ ວັນ ຢາງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດ
ນາມ, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ
ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍບັນດາ ສະຫາຍ ຄະນະຜູ້ແທນຂັ້ນສູງ ກະຊວງປ້ອງກັນປະເທດ ຫວຽດນາມ ແລະ ບັນດາ ສະຫາຍ
ຄະນະນຳ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

     ໃນພິທີອັນມີຄວາມໝາຍນີ້, ສະຫາຍ ພົນໂທ ປອ ທອງລອຍ ສິລິວົງ ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງ
ທັບ, ໃນນາມເຈົ້າຂອງໂຄງການໄດ້ລາຍງານກ່ຽວກັບໂຄງການກໍ່ສ້າງໂຮງຮຽນທິດສະດີການເມືອງກອງທັບວ່າ: ໂຄງການກໍ່ສ້າງໂຮງຮຽນທິດສະດີການເມືອງ
ກອງທັບ ເປັນໂຄງການທີ່ໄດ້ຮັບທຶນຊ່ວຍເຫຼືອຈາກ ກະຊວງປ້ອງກັນປະເທດ ຫວຽດນາມ ໂດຍມີເນື້ອທີ່ການກໍ່ສ້າງທັງໝົດ 10 ເຮັກຕາ, ມີມູນຄ່າການກໍ່
ສ້າງທັງໝົດ 301 ຕື້ດົງ (ສະກຸນ ເງິນຫວຽດນາມ) ໂດຍເລີ່ມກໍ່ສ້າງນັບແຕ່ປີ 2018-2021 ສຳເລັດຕາມແຜນການທີ່ວາງໄວ້. ໂຄງການກໍ່ສ້າງໂຮງຮຽນ
ທິດສະດີການເມືອງກອງທັບ ມີ ຄວາມໝາຍສໍາຄັນ ແລະ ຈໍາເປັນສໍາລັບກອງທັບປະຊາຊົນລາວ ໃນການກໍ່ສ້າງພະນັກງານນາຍທະຫານຂົງເຂດວຽກງານ
ພັກ-ວຽກງານການເມືອງ ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃນການສ້າງກອງທັບ ມີ ແບບແຜນ ແລະ ທັນສະໄໝ.

     ພາຍຫຼັງທີ່ສໍາເລັດການກໍ່ສ້າງທາງໂຮງຮຽນທິດສະດີການເມືອງກອງທັບ ໄດ້ຈັດຕັ້ງເປີດຊຸດອົບຮົມ, ບຳລຸງພະນັກງານສຳເລັດຈຳນວນໜຶ່ງເຊັ່ນ: ສົກປີ
2020-2021 ໄດ້ເປີດຊຸດບໍາລຸງທິດສະດີມາກ-ເລນີນ (ລະບົບ 5 ເດືອນ) ມີຈໍານວນພົນເຂົ້າຮ່ວມ 30 ສະຫາຍ, ຊຸດບໍາລຸງວຽກງານກວດກາກອງທັບ
(ລະບົບ 2 ເດືອນ) ມີຈໍານວນພົນເຂົ້າຮ່ວມ 30 ສະຫາຍ, ຊຸດບໍາລຸງວຽກງານກໍ່ສ້າງຮາກຖານການເມືອງ (ລະບົບ 3 ເດືອນ) ມີຈໍານວນພົນເຂົ້າຮ່ວມ 30
ສະຫາຍ ແລະ ຊຸດບໍາລຸງວຽກງານປ້ອງກັບພາຍໃນກອງທັບ (ລະບົບ 5 ເດືອນ) ມີຈໍານວນພົນເຂົ້າຮ່ວມ 30 ສະຫາຍ.

     ພິເສດປັດຈຸບັນກໍາລັງດໍາເນີນການເຝິກອົບຮົມວຽກງານ ສືບສວນ-ສອບສວນ (ລະບົບ 2 ເດືອນ) ມີຈໍານວນພົນເຂົ້າຮ່ວມ 40 ສະຫາຍ ໂດຍແມ່ນ
ຊ່ຽວຊານຈາກກົມ ສືບສວນ-ສອບສວນ ກອງທັບປະຊາຊົນ ຫວຽດນາມ ມາຊ່ວຍ. ຜົນສຳເລັດຂອງໂຄງການກໍ່ສ້າງໂຮງຮຽນທິດສະດີການເມືອງກອງທັບ
ສະແດງໃຫ້ເຫັນເຖິງໝາກຜົນຂອງການຮ່ວມມືລະຫວ່າງສອງ ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ, ຫວຽດນາມ-ລາວ, ເປັນການປະກອບສ່ວນອັນ
ສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງ
ລັດ, ສອງກອງທັບ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ຈະເລີນງອກງາມຍິ່ງຂຶ້ນ.

     ໃນພິທີ ສະຫາຍ ລັດຖະມົນຕີ ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ຍັງໄດ້ຮ່ວມກັນຕັດແຖບຜ້າ, ປ່ອຍປູມເປົ່າ ແລະ ເປີດແຜ່ນປ້າຍຫີນສີລາ
ລຶກຕື່ມອີກ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/08/2021