ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍົກສູງບົດບາດການເຄື່ອນໄຫວຂອງ ສະພາແຫ່ງຊາດໃຫ້ກຳລັງປ້ອງກັນຊາດ


     ວັນທີ 9 ສິງຫາ 2022 ນີ້, ກະຊວງປ້ອງກັນປະເທດຮ່ວມ ກັບສະພາແຫ່ງຊາດ ໄດ້ຈັດກອງປະຊຸມຍົກສູງບົດບາດການເຄື່ອນໄຫວ ຂອງສະພາແຫ່ງ
ຊາດ ໃຫ້ແກ່ກຳລັງປ້ອງກັນຊາດ, ໂດຍການເປັນປະທານຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ຮອງ
ນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກໍາມະການສູນກາງພັກ ຮອງປະທານສະພາ ແຫ່ງຊາດ,
ສະຫາຍ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ, ມີບັນດາ ສະຫາຍ ຄະນະກຳມາທິການ ປກຊ-ປກສ, ພະນັກງານຫຼັກແຫຼ່ງຈາກສະພາແຫ່ງຊາດ,
ການນໍາກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ສະຫະພັນນັກຮົບເກົ່າແຫ່ງຊາດ ພ້ອມດ້ວຍພະນັກງານຫຼັກແຫຼ່ງກົມ ກອງອ້ອມ
ຂ້າງກະຊວງປ້ອງ ກັນປະເທດເຂົ້າຮ່ວມ.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນກ່າວເປີດກອງປະຊຸມບາງຕອນ ກ່າວວ່າ: ການຈັດກອງປະຊຸມຍົກສູງບົດບາດການເຄື່ອນ
ໄຫວຂອງສະພາແຫ່ງຊາດ ໃຫ້ແກ່ກໍາລັງປ້ອງກັນຊາດ ໃນຄັ້ງນີ້ ແມ່ນມີຄວາມໝາຍສໍາຄັນ ເພື່ອແນໃສ່ຮັບປະກັນທາງດ້ານຄວາມຮັບຮູ້ ແລະ ຄວາມເຂົ້າ
ໃຈທີ່ຖືກຕ້ອງກ່ຽວກັບແນວທາງນະໂຍບາຍຂອງພັກ-ລັດ ເຊິ່ງປະກອບມີບັນດາເນື້ອໃນທີ່ສໍາຄັນເປັນຕົ້ນແມ່ນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ
3 ຂອງສະພາແຫ່ງຊາດ ຊຸດທີ IX, ບາງມາດຕາຂອງກົດໝາຍວ່າດ້ວຍສະພາແຫ່ງຊາດ (ສະບັບປັບປຸງ) ແລະ ກົດໝາຍວ່າດ້ວຍສະພາປະຊາຊົນຂັ້ນແຂວງ
ທີ່ພົວພັນເຖິງພາລະບົດບາດ, ສິດໜ້າທີ່ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ, ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການຈັດຕັ້ງ ແລະ
ການເຄື່ອນໄຫວຂອງກໍາມາທິການ ປກຊ-ປກສ, ມະຕິຂອງ ຄະນະປະຈໍາສະພາແຫ່ງຊາດ ວ່າດ້ວຍການປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບ ໃນກໍາລັງ
ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທີ່ປະຕິບັດໜ້າທີ່ຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ, ຂໍ້ຕົກລົງຮ່ວມວ່າດ້ວຍການປະສານງານລະຫວ່າງກໍາ
ມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ ຊຸດທີ IX ແລະ ຄະນະປະສານງານຂອງ ກະຊວງປ້ອງກັນປະເທດ, ພ້ອມກັນນັ້ນ, ສະຫາຍ
ຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ກອງປະຊຸມເອົາໃຈໃສ່ຕິດຕາມຮັບຟັງ ແລະ ຄົ້ນຄວ້າຢ່າງຈົດຈໍ່, ຫາກບໍ່ເຂົ້າໃຈບັນຫາໃດກໍສາມາດສອບຖາມໄດ້ ເພື່ອໃຫ້
ທຸກບັນຫາມີຄວາມກະຈ່າງແຈ້ງ, ເພື່ອເປັນພື້ນຖານໃນການນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ເກີດໝາກຜົນຕົວຈິງ ແລະ ສອດຄ່ອງກັບວຽກງານໃນຂົງເຂດ
ຄວາມຮັບຜິດຊອບຂອງຕົນ ກໍຄືໜ້າທີ່ການເມືອງຂອງກອງທັບໃນສະເພາະໜ້າ ແລະ ຍາວນານ. ຈາກນັ້ນ, ກໍໄດ້ຮັບຟັງບົດສະຫຼຸບການເຄື່ອນໄຫວຈັດຕັ້ງ
ປະສານງານໄລຍະ 5 ປີ (2016-2020) ແລະ ກຳນົດທິດທາງແຜນການ 5 ປີ (2021-2025) ລະຫວ່າງກຳມະທິການ ປກຊ-ປກສ ສະພາແຫ່ງຊາດ ແລະ
ກະຊວງປ້ອງກັນປະເທດ.

     ໃນໂອກາດເຂົ້າຮ່ວມປິດກອງປະຊຸມດັ່ງກ່າວ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມ ການເມືອງສູນກາງພັກ ປະທານ ສະພາແຫ່ງຊາດ ໄດ້
ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາ ທຸກຂັ້ນຕະຫຼອດຮອດນາຍ ແລະ ພົນທະຫານ ເອົາໃຈໃສ່ຮັກສາມູນເຊື້ອອັນດີງາມຂອງກອງທັບ, ສືບຕໍ່ເຝິກຝົນ
ທາດແທ້ປະຕິວັດ, ຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ຍອມເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນຂອງນາຍ ແລະ ພົນທະຫານໃຫ້ຖືເປັນບັນຫາສໍາຄັນໃຈ
ກາງ, ທັງເປັນການສືບທອດພາລະກິດປະຕິວັດທີ່ນັກຮົບປະຕິວັດຮຸ່ນ ທໍາອິດ ແລະ ຮຸ່ນຕໍ່ໆມາໄດ້ມອບໝາຍໃຫ້, ສ້າງຄວາມເປັນເອກະພາບສູງຕໍ່ແນວທາງ
ນະໂຍບາຍຂອງພັກ, ກົດໝາຍຂອງລັດຢ່າງໜັກແໜ້ນ, ຖືເອົາກໍາລັງປະກອບອາວຸດເປັນກໍາລັງຫຼັກແຫຼ່ງ ໃນການຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ
ຂອງພັກ, ກົດໝາຍຂອງລັດ, ທັງເປັນແບບຢ່າງທີ່ດີໃນການເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ ກໍຄື ກົດໝາຍຕໍ່ປະຊາຊົນ, ນາຍ ແລະ ພົນທະຫານ
ຕ້ອງສືບຕໍ່ເຝິກຝົນລະບຽບວິໄນ, ຖືລະບຽບວິໄນເປັນທາດແທ້, ເປັນຊີວິດຈິດໃຈຂອງຕົນເອງ ຕິດພັນກັບຈັນຍາບັນຂອງກອງທັບປະຕິວັດ, ລະບຽບວິໄນ
ກອງທັບ ຕ້ອງເຄັ່ງຄັດ, ມີຄວາມເດັດຂາດໃນການບັງຄັບບັນຊາ, ເພື່ອປະຕິບັດໜ້າທີ່ເປັນຮົ້ວປ້ອງກັນຊາດທີ່ເຂັ້ມແຂງ, ສາມາດປົກປັກຮັກສາອະທິປະໄຕ
ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ໃຫ້ໝັ້ນຄົງ, ພ້ອມກັນນັ້ນ, ກໍຕ້ອງເຝິກຝົນຫຼໍ່ຫຼອມ ດ້ານສິລະປະຍຸດ-ຍຸດທະວິທີ ຢ່າງເປັນປົກກະຕິ,
ເອົາໃຈໃສ່ ປັບປຸງຊີວິດການເປັນຢູ່ຂອງກໍາລັງທີ່ປະຈໍາການຢູ່ເຂດຫ່າງໄກ ສອກຫຼີກ, ເຂດຊາຍແດນ, ສ້າງໃຫ້ເຂົາເຈົ້າມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງ
ພັກ-ລັດເຮົາ, ສືບຕໍ່ຊ່ວຍລັດຖະບານແກ້ໄຂບັນຫາເສດຖະກິດ, ສ້າງຄວາມ ເຂັ້ມແຂງທາງດ້ານການສ້າງ ພະລາທິການກັບທີ່ ເພື່ອຫຼຸດຜ່ອນການແບກຫາບ
ຂອງລັດຖະບານ, ດໍາເນີນການປະຢັດ, ໃຊ້ຈ່າຍຢ່າງມີເຫດຜົນ, ສືບຕໍ່ຮັກສາມູນເຊື້ອໃນການຊ່ວຍເຫຼືອປະຊາຊົນດ້ານການລົບລ້າງຄວາມທຸກຍາກ, ຊ່ວຍ
ບັນເທົາທຸກໃນຍາມມີໄພພິບັດຕ່າງໆ ແລະ ສືບຕໍ່ພົວພັນກັບກອງທັບຕ່າງປະເທດ ໂດຍສະເພາະປະເທດ ເພື່ອນມິດຍຸດທະສາດ, ຍາດແຍ່ງ, ຮໍ່າຮຽນ ແລະ
ຮັບເອົາການຮ່ວມມືຢ່າງມີການເລືອກເຟັ້ນ, ເພື່ອນໍາເອົາຜົນປະໂຫຍດຕົວຈິງມາສູ່ປະເທດຊາດ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/08/2022