ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄຂສົກຮຽນໃໝ່ 2019-2020


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ​ເປັນ​ປະທານ

     ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດພິທີໄຂສົກຮຽນໃໝ່ 2019-2020 ຂຶ້ນໃນຕອນເຊົ້າວັນທີ 9 ກັນຍາ 2019 ນີ້, ໂດຍການເປັນກຽດເຂົ້າຮ່ວມ
ຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງ ສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ. ມີສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ
ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຫົວໜ້າ ການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ພ້ອມດ້ວຍ ຄະນະພັກ-ຄະນະບັນຊາ, ພະນັກງານຄູ-
ອາຈານ ແລະ ນັກສຶກສາເຂົ້າຮ່ວມ.

     ສະຫາຍ ພັນເອກ ປອ ສົງກາ ບຸນຄຸນ ຮອງຫົວໜ້າ ການທະຫານຫົວໜ້າ ກົມອົບຮົມ-ກໍ່ສ້າງ ວປກ ໄດ້ຜ່ານແຜນການບຳລຸງ-ກໍ່ສ້າງ ນາຍທະຫານ ປະຈຳສົກຮຽນ
2019-2020 ເຊິ່ງມີນັກສຶກສາທັງໝົດ: 732 ສະຫາຍ, ໃນນັ້ນນັກສຶກສາເກົ່າ 317 ສະຫາຍ ແລະ ນັກສຶກສາເຂົ້າໃໝ່ຈຳນວນ 415 ສະຫາຍ, ໃນຈຳນວນ 18 ເປົ້າໝາຍ
ຄື: ກໍ່ສ້າງຍຸດທະສາດ- ຍຸດທະບັ້ນຮົບ 1 ປີ ຊຸດທີ XVI, ກໍ່ສ້າງທິດສະດີມາກ-ເລນິນ 1 ປີ ຊຸດທີ XII, ກໍ່ສ້າງ ປະລິນຍາໂທ ການທະຫານ 2 ປີ ຊຸດທີ XII, ກໍ່ສ້າງປະລິນຍາ
ໂທການເມືອງ 2 ປີ ຊຸດທີ XII, ກໍ່ສ້າງນາຍທະຫານ ເສນາກອງພັນໃຫຍ່ 1 ປີ ຊຸດທີ V, ກໍ່ສ້າງນາຍທະຫານ ການເມືອງ ກອງພັນໃຫຍ່ 1 ປີ ຊຸດທີ V, ກໍ່ ສ້າງນາຍທະຫານ
ເສນາບັນຊາກອງພັນນ້ອຍ 1 ປີ ຊຸດທິ V, ກໍ່ສ້າງນາຍທະຫານການເມືອງ ກອງພັນນ້ອຍ 1 ປີ ຊຸດທີ V, ບຳລຸງທິດສະດີມາກ-ເລນິນ 5 ເດືອນ ຊຸດທີ XI, ບຳລຸງວຽກງານ
ກວດກາໄລຍະສັ້ນ ຊຸດທີ XI, ກໍ່ສ້າງ ພາສາຈີນຊັ້ນສູງ 4 ປີຊຸດທີ XIX, ກໍ່ສ້າງພາສາຫວຽດນາມຊັ້ນສູງ 3 ປີ ຊຸດທີ IX, ກໍ່ສ້າງພາສາ ຣັດເຊຍ ຊັ້ນສູງ 3 ປີຊຸດທີ III ແລະ
ບຳລຸງພາສາອັງກິດ 1 ປີ ຊຸດທີ XII. ນອກຈາກນີ້ຍັງມີອີກ 4 ເປົ້າໝາຍ ທີ່ຈະເຂົ້າມາໃນທ້າຍພາກຮຽນທີ 1 ແລະ 2 ຄື: ບຳລຸງວຽກງານການທະຫານທ້ອງຖິ່ນ ຊຸດທີ V, ບຳ
ລຸງວຽກງານກໍ່ສ້າງຮາກຖານ ຊຸດທີ X, ບຳລຸງວຽກງານປ້ອງກັນພາຍໃນ ຊຸດທີ VI, ບຳລຸງວຽກງານ ປກຊ-ປກສ ຊຸດທີ 18. ທັງນີ້ກໍເພື່ອເປັນການຍົກລະດັບຄວາມຮັບຮູ້
ເຂົ້າໃຈຕໍ່ພື້ນຖານທິດສະດີ, ຫຼັກມູນ ວິທະຍາສາດ ຂອງລັດທິມາກ-ເລນິນ, ແນວທາງແຜນນະໂຍບາຍຂອງພັກ, ແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ໜ້າທີ່
ການເມືອງຂອງກອງທັບໃນສະພາບແວດລ້ອມ ແລະ ຄວາມຮຽກຮ້ອງຕ້ອງການໃໝ່ກັບການປະກອບໂລກກະທັດ, ວິໄສທັດທີ່ຖືກຕ້ອງ ເຂົ້າໃນການຄົ້ນຄວ້າຕີລາຄາສະ
ພາບການຮອບດ້ານໃນເງື່ອນໄຂ ວິທະຍາສາດ-ເທັກໂນໂລຊີ ( Technology ) ທີ່ຂະຫຍາຍ ຕົວແບບກ້າວກະໂດດ, ປັບປຸງ ແບບແຜນການນຳພາ-ບັນຊາ, ການເຄື່ອນ
ໄຫວດຳລົງຊີວິດ, ເຝິກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດ, ສະຕິຕື່ນຕົວປະຕິວັດ, ສະຕິຕໍ່ລະບຽບວິໄນ, ຂໍ້ກຳນົດ, ກົດໝາຍໃຫ້ສູງຂຶ້ນ, ເພື່ອເປັນພື້ນ ຖານບ່ອນອີງ
ໃນເວລາສຳເລັດ ການສຶກສາກັບຄືນກົມກອງໃຫ້ຮູ້ຈັກຈັດຕັ້ງຜັນຂະຫຍາຍ ແລະ ຫັນເປັນແຜນການອັນລະອຽດ ສອດຄ່ອງກັບສະພາບຈຸດພິເສດຂອງເງື່ອນໄຂຕົວຈິງ
ຂອງກົມກອງທ້ອງຖິ່ນຢ່າງມີປະສິດທິຜົນ. ໃນໂອກາດເຂົ້າຮ່ວມພິທີ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄຳເຫັນເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາ ຕ້ອງ
ເປັນເຈົ້າການປັບປຸງ ວິທະຍາຄານ, ປັບປຸງໂຄງການຫຼັກສູດເພື່ອພັດທະນາຊັບ ພະຍາກອນມະນຸດໃຫ້ມີຄຸນນະພາບ, ສືບຕໍ່ປັບປຸງແບບແຜນວິທີເຮັດວຽກຂອງພະນັກງານ
ແຕ່ລະຂັ້ນໃຫ້ຖືກຕ້ອງ, ສຸມໃສ່ວຽກງານແກ້ໄຂຊີວິດການເປັນຢູ່ຂອງກົມກອງ, ເດັດດ່ຽວສະກັດກັ້ນທຸກປາກົດການຫຍໍ້ທໍ້ ໃນໝູ່ຄະນະ ແລະ ກົມກອງໃຫ້ມີຄວາມປອດ
ໄສເຂັ້ມແຂງໜັກແໜ້ນ, ສ້າງນາຍທະຫານ ໃຫ້ຮູ້ນຳໃຊ້ບົດຮຽນທີ່ຮຽນ ມາເຂົ້າໃນພາກປະຕິບັດຕົວຈິງ, ນຳພາສືກສາອົບຮົມເປັນເຈົ້າການກໍ່ສ້າງໂຄງການການຮຽນ-ການ
ສອນ, ເສີມຂະຫຍາຍມູນເຊື້ອ ຄວາມສາມັກຄີໃນໝູ່ຄະນະ ແລະ ພະນັກງານນັກຮົບທົ່ວ ວິທະຍາຄານ, ສຶກສາອົບຮົມການເມືອງ ນຳພາແນວຄິດ, ອົບຮົມລະບຽບກົດ
ໝາຍຂອງລັດ, ຂໍ້ກຳນົດກົດລະບຽບຂອງກອງທັບ ແລະ ຂອງ

     ວິທະຍາຄານໃຫ້ດີ, ເອົາໃຈໃສ່ປະຕິບັດແນວທາງການຕ່າງປະເທດຂອງພັກ, ຮັກສາແໜ້ນການພົວພັນຮ່ວມມືກັບສາກົນບົນພື້ນຖານສັນຍາ, ອະນຸສັນຍາພິເສດ ແມ່ນ
ກັບເພື່ອນມີດຍຸດທະສາດ. ສຳລັບພາກສ່ວນອົງການ, ວິຊາການ, ຄູ-ອາຈານ ໃຫ້ເອົາໃຈໃສ່ ຍົກສູງຄວາມຮັບຜິດຊອບ ການເມືອງຂອງຕົນ, ຄົ້ນຄວ້າ ແລະ ແຕ່ງບົດສອນ
ຂຶ້ນຫ້ອງສອນຕາມໂຄງການອົບຮົມ ແລະ ຕາຕະລາງແຜນການໃຫ້ຖືກຕ້ອງ ແລະ ເຂັ້ມງວດ, ສຸມທຸກຄວາມພະຍາຍາມຖ່າຍທອດຄວາມຮູ້-ຄວາມສາມາດທາງດ້ານທີດ
ສະດີ ແລະ ພຶດຕິກຳຂອງຕົນທີ່ມີໃຫ້ບັນດານັກຮຽນ, ນັກສຶກສາຢ່າງເປັນລະບົບຄົບຊຸດ, ອອກແຮງແຂ່ງຂັນກັນເຝິກຝົນຄຸນສົມບັດ, ຈັນຍາທຳໃຫ້ກາຍເປັນຄູປະຕິວັດສອນ
ດີ-ສອນເກັ່ງ ແລະ ມີລະບຽບວິໄນເຂັ້ມງວດ.