ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີກະຊວງປ້ອງກັນປະເທດຊີ້ນຳກອງປະຊຸມຄະນະກຳມະການ
ປ້ອງກັນຄວາມປອດໄພການບິນພົນລະເຮືອນແຫ່ງຊາດ ປະຈຳປີ 2018 ຄັ້ງທີ 2


ພົນໂທ ຈັນສະໝອນ ຈັນຍາລາດ ເປັນປະທານກອງປະຊຸມຄະນະກຳມະການ
ປ້ອງກັນຄວາມປອດໄພການບິນພົນລະເຮືອນແຫ່ງຊາດປະຈຳປີ 2018 ຄັ້ງທີ 2

     ໃນໂອກາດເຂົ້າຮ່ວມເປັນປະທານກອງປະຊຸມຄະນະກຳມະການປ້ອງກັນຄວາມປອດໄພການບິນພົນລະເຮືອນແຫ່ງຊາດປະຈຳປີ 2018 ຄັ້ງທີ 2 ເມື່ອວັນ
ທີ 9 ຕຸລາ 2018 ນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ ລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານກຳມະ
ການປ້ອງກັນຄວາມປອດໄພການບິນພົນລະເຮືອນແຫ່ງຊາດ ກ່າວວ່າ: ການຂົນສົ່ງທາງອາກາດແມ່ນມີຄວາມສຳຄັນ ແລະ ຈຳເປັນໃນການປະກອບສ່ວນ
ເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະແມ່ນການສ້າງເງື່ອນໄຂເພື່ອເຊື່ອມໂຍງລະຫວ່າງ ສປປ ລາວ ກັບພາກພື້ນ ແລະ ສາກົນ. ວຽກງານ
ຂົນສົ່ງທາງອາກາດໄດ້ສ້າງລາຍຮັບທີ່ສຳຄັນຂອງປະເທດ ເຊິ່ງໄດ້ມາຈາກການບໍລິການຖ້ຽວບິນຂຶ້ນລົງ ແລະ ບິນຜ່ານຂອງສາຍການບິນຕ່າງປະເທດ, ການ
ບໍລິການສາຍການບິນພາຍໃນປະເທດ ແລະ ເຮັດໃຫ້ນັກທ່ອງທ່ຽວເດີນທາງເຂົ້າມາ ສປປ ລາວ ນັບມື້ນັບຫຼາຍຂຶ້ນ. ການປ້ອງກັນຄວາມປອດໄພຂອງສະ
ໜາມບິນໃນທົ່ວປະເທດ ແລະ ການດຳເນີນການບໍລິການຂອງຂະແໜງການບິນພົນລະເຮືອນແມ່ນມີຄວາມສຳຄັນອັນໃຫຍ່ຫຼວງ ແລະ ແມ່ນຄວາມຮັບຜິດ
ຊອບຂອງໝົດທຸກຄົນ ເພື່ອສະກັດກັ້ນຜູ້ກໍ່ການຮ້າຍເຂົ້າມາທຳລາຍຄວາມປອດໄພຂອງສາຍການບິນພົນລະເຮືອນ ແລະ ນຳໃຊ້ດິນແດນ ສປປ ລາວ ເປັນ
ເສັ້ນທາງເພື່ອທຳລາຍການບິນພົນລະເຮືອນຂອງປະເທດອື່ນໆ. ຍ້ອນເຫັນໄດ້ເຖິງຄວາມສຳຄັນຂອງວຽກງານດັ່ງກ່າວ ຈຶ່ງໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບ
ທຸກພາກສ່ວນຈົ່ງພ້ອມກັນເອົາໃຈໃສ່ຊີ້ນຳ-ນຳພາເຈົ້າໜ້າທີ່ຄຸ້ມຄອງມະຫາພາກດ້ານການບິນ ກໍຄືກົມການບິນພົນລະເຮືອນໃນການປັບປຸງ, ຍົກລະດັບວຽກ
ງານຂົນສົ່ງທາງອາກາດໃຫ້ມີຄວາມປອດໄພ ໂດຍສະເພາະແມ່ນການສ້າງ ແລະ ປັບປຸງນິຕິກຳ, ລະບຽບການ ແລະ ແຜນການປ້ອງກັນຄວາມປອດໄພການ
ບິນພົນລະເຮືອນແຫ່ງຊາດ ເພື່ອເຮັດໃຫ້ກົນໄກໃນການຄຸ້ມຄອງ ແລະ ການຈັດຕັ້ງຜັນຂະຫຍາຍວຽກງານປ້ອງກັນຄວາມປອດໄພການບິນໃຫ້ເປັນຮູບປະ
ທຳ. ໃນໂອກາດດຳເນີນກອງປະຊຸມ ທ່ານ ວັນເພັງ ຈັນທະພອນ ຫົວໜ້າກົມການບິນພົນລະເຮືອນ ຫົວໜ້າກອງເລຂາຄະນະກຳມະການປ້ອງກັນຄວາມປອດ
ໄພການບິນພົນລະເຮືອນແຫ່ງຊາດ ໄດ້ລາຍງານສະພາບການ ຈັດຕັ້ງປະຕິບັດຕົວຈິງກ່ຽວກັບວຽກງານປ້ອງກັນຄວາມປອດໄພການບິນພົນລະເຮືອນໃນ
ສປປ ລາວ ແລະ ແຜນການປ້ອງກັນການບິນພົນລະເຮືອນແຫ່ງຊາດ. ເວົ້າສະເພາະການປ້ອງກັນຄວາມປອດໄພການບິນໃນໄລຍະຊຸມປີຜ່ານມາເຫັນໄດ້ວ່າ
ໄພຂົ່ມຂູ່ຕໍ່ອຸດສາຫະກຳການບິນໃນໂລກແມ່ນມີລັກສະນະເພີ່ມສູງຂຶ້ນມີຫຼາຍຮູບຫຼາຍແບບ ແລະ ສະຫຼັບຊັບຊ້ອນຂຶ້ນ. ພ້ອມນັ້ນທ່ານຍັງໄດ້ລາຍງານກ່ຽວ
ກັບວຽກງານການປັບປຸງພື້ນຖານໂຄງລ່າງຂອງສະໜາມບິນ ໂດຍສະເພາະແມ່ນໂຄງການຂະຫຍາຍອາຄານຜູ້ໂດຍສານສະໜາມບິນວຽງຈັນ ເຊິ່ງພາຍໃຕ້
ໂຄງການດັ່ງກ່າວກໍໄດ້ປະກອບບັນດາອຸປະກອນປ້ອງກັນຄວາມປອດໄພທີ່ທັນສະໄໝຫຼາຍປະເພດເຂົ້າໃນການປ້ອງກັນຄວາມປອດໄພເຊັ່ນ: ເຄື່ອງກວດສ່ອງ
ລັງສີ (X-Ray) ທີ່ມີຄວາມສາມາດກວດຫາທາດລະເບີດໄດ້ຈຳນວນ 6 ເຄື່ອງ, ເຄື່ອງກວດກາຜູ້ໂດຍສານທີ່ທັນສະໄໝທີ່ສາມາດຈັບວັດຖຸຕ້ອງຫ້າມທີ່
ເປັນປາລາດສະຕິກເຊັ່ນ: ທາດລະເບີດຕ່າງໆ ແລະ ລະບົບການຄວບຄຸມເຂົ້າ-ອອກ ແບບອັດຕະໂນມັດ, ລະບົບກ້ອງວົງຈອນປິດແບບຄົບຊຸດ ເພື່ອອຳນວຍ
ຄວາມສະດວກ ແລະ ຍົກລະດັບປະສິດທິພາບໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຄວາມປອດໄພ ພ້ອມນັ້ນກໍຍັງໄດ້ສ້າງຄວາມໝັ້ນໃຈໃຫ້ແກ່ຜູ້ໂດຍ
ສານ ແລະ ຜູ້ໃຊ້ບໍລິການໃນຂະແໜງການບິນອີກດ້ວຍ ເຊິ່ງໃນອານາຄົດກະຊວງໂຍທາທິການ ແລະຂົນສົ່ງກໍຈະສືບຕໍ່ປັບປຸງ 3 ສະໜາມບິນສາກົນຄື: ຫຼວງ
ພະບາງ, ປາກເຊ ແລະ ສະຫວັນນະເຂດໃຫ້ທັນສະໄໝຂຶ້ນຕື່ມ.

     ກອງປະຊຸມໃນຄັ້ງນີ້, ແມ່ນມີເປົ້າໝາຍເພື່ອປຶກສາຫາລືແລກປ່ຽນບົດຮຽນກ່ຽວກັບສິ່ງທ້າທາຍ ແລະ ໄພຂົ່ມຂູ່ຕໍ່ຄວາມປອດໄພຂອງຂະແໜງການບິນ
ພົນລະເຮືອນເພື່ອຫາວິທີທາງແກ້ໄຂ ແລະ ກຳນົດນະໂຍບາຍ,ຍຸດທະສາດຮ່ວມກັນໃນຄະນະກຳມະການປ້ອງກັນຄວາມປອດໄພການບິນພົນລະເຮືອນແຫ່ງ
ຊາດໃນການເພີ່ມທະວີຍົກລະດັບມາດຕະການປ້ອງກັນຄວາມປອດໄພການບິນໃນທົ່ວປະເທດໃຫ້ທຽບເທົ່າກັບສາກົນ ຫຼື ບັນລຸໄດ້ຕາມມາດຕະຖານທີ່ອົງ
ການການບິນພົນລະເຮືອນວາງອອກ, ເຊິ່ງໃນທ້າຍປີນີ້ອົງການການບິນພົນລະເຮືອນສາກົນຈະເປັນຜູ້ກວດສອບມາດຕະຖານການປ້ອງກັນຄວາມປອດໄພ
ດ້ານການບິນຂອງ ສປປ ລາວ. ການກວດສອບຄັ້ງນີ້, ອົງການການບິນພົນລະເຮືອນສາກົນຈະໄດ້ກວດສອບບັນດານິຕິກຳ, ລະບົບການປ້ອງກັນຄວາມ
ປອດໄພໃນສະໜາມບິນ, ການຈະລາຈອນທາງອາກາດ, ສາຍການບິນ ແລະ ລະບົບການຕອບໂຕ້ກໍລະນີທີ່ມີເຫດສຸກເສີນໂດຍຜູ້ກໍ່ການຮ້າຍ ເຊິ່ງກົມການ
ບິນພົນລະເຮືອນກໍໄດ້ມີການກະກຽມຄວາມພ້ອມໃນຫຼາຍດ້ານ, ສະນັ້ນ, ໝາກຜົນຂອງກອງປະຊຸມໃນຄັ້ງນີ້ກໍເປັນຂີດໝາຍ ແລະ ການກຳນົດທິດທາງອັນ
ສຳຄັນທີ່ຈະເຮັດໃຫ້ວຽກງານການປ້ອງກັນການບິນພົນລະເຮືອນໃນ ສປປ ລາວ ມີປະສິດທິພາບ, ມີຄວາມຍືນຍົງ ແລະ ໝັ້ນຄົງໃນອະນາຄົດ.