ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມກວດກາຄວາມພ້ອມກະກຽມກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ ວປກ


ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ກຳມະການຄະນະພັກກະຊວງປ້ອງກັນປະເທດ ​ເປັນ​ປະ​ທານ​

     ໃນວັນທີ 3 ຕຸລາ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມກວດກາຄວາມພ້ອມການກະກຽມກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງຄະນະພັກ
ວປກ. ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳຫຼ້າ ພັນໄຊ ຍະສຸກ, ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຫົວໜ້າ ການເມືອງ ວປກ. ມີຄະນະພັກ-ຄະນະ
ບັນຊາແຕ່ລະພາກສ່ວນ, ພ້ອມດ້ວຍອານຸກຳມະການວຽກງານດັ່ງກ່າວເຂົ້າຮ່ວມ.

     ໂອກາດນີ້, ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ໄດ້ເນັ້ນໜັກໃຫ້ແຕ່ລະພາກສ່ວນຄວນເອົາໃຈໃສ່ຫຼາຍບັນຫາ. ໂດຍສະເພາະກໍແມ່ນກຳແໜ້ນສະພາບຈຸດພິເສດກ່ຽວ
ກັບວຽກງານ ການເມືອງ-ແນວຄິດຂອງບຸກຄະລາກອນໃນການທາບທາມຮອບທີ່ໜຶ່ງ, ການຈັດຕັ້ງຂະບວນການຂໍ່ານັບຮັບຕ້ອນຕ່າງໆເຊັ່ນ: ຈັດຕັ້ງໂຄສະນາ ປາຖະກະຖາ
ທັງພາຍໃນ ແລະ ພາຍນອກ, ຄັດເລືອກເອົາເປົ້າໝາຍທີ່ເຂົ້າຮ່ວມຕ້ອງຊັດເຈນ. ນອກຈາກນີ້ຍັງໄດ້ເນັ້ນໜັກໃຫ້ແຕ່ລະພາກສ່ວນໃຫ້ມີຄວາມຮັບຜິດຊອບສູງ, ບັນດາອານຸ
ກຳມະການໃຫ້ເອົາໃຈໃສ່ເຜີຍແຜ່ບັນດາຈຸດພິເສດ, ຄາດໝາຍ, ການກະກຽມຄວາມພ້ອມທາງດ້ານຈິດໃຈພາຍຫຼັງທີ່ໄດ້ຮັບຮູ້ແລ້ວ, ພະຍາຍາມປຸກ ລະດົມການເຂົ້າຮ່ວມ
ວຽກງານຕ່າງໆທີ່ປິ່ນອ້ອມໃຫ້ເປັນໄປຕາມແຜນ, ການກະກຽມເນື້ອໃນຕ່າງໆ ໃຫ້ເປັນໄປຕາມສະພາບຕົວຈິງ, ຮັບປະກັນໃຫ້ໄດ້ໃຊ້ສິດດ້ວຍຕົນເອງຢ່າງມີປະຊາທິປະໄຕ
ແລະ ມີຄວາມຍຸດຕິທຳໃນການຢັ່ງຫາງສຽງທາບທາມຕໍ່ການນຳຂັ້ນເທິງ, ການລາຍງານ, ການສ່ອງແສງ, ໃຫ້ປະທານຕ້ອງຮັກສາໄດ້ບັນຍາກາດແຫ່ງການປະກອບຄຳຄິດ-
ຄຳເຫັນ, ມີຄວາມຮັບຜິດຊອບໃນການກະກຽມເອກະສານ, ເນື້ອໃນບົດຕ້ອງສອດຄ່ອງກັບສະພາບຄວາມເປັນຈິງ ໃນການປະຕິບັດງານແຕ່ລະວັນ, ຮັບປະກັນໄດ້ທາງດ້ານ
ລະບຽບວິໄນຕ່າງໆ. ທັງນີ້ກໍເພື່ອເຮັດໃຫ້ບັ້ນດຳເນີນກອງປະຊຸມໃຫຍ່ຄັ້ງທີ IV ຂອງອົງ ຄະນະພັກ ວປກ ​ໃຫ້ໄດ້ຮັບປະສີດທິຜົນສູງ.