ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ
ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທີ່ປຶກສາທູດປ້ອງກັນຊາດ ອາເມຣິກາ


     ວັນທີ 9 ພະຈິກ 2021 ນີ້, ທ່ານ ພົນຕີ ວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ
ພັນໂທ ໂຈສົວ ໂລລິເກຼດ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສະຫະລັດ ອາເມຣິກາ ປະຈໍາລາວ ໃນໂອກາດທີ່ໄດ້ຮັບຕໍາແໜ່ງເປັນ ທີ່ປຶກສາທູດຝ່າຍປ້ອງກັນ
ຊາດ ສະຫະລັດ ອາເມຣິກາ ປະຈໍາລາວຄົນໃໝ່.

     ທ່ານ ພົນຕີ ວົງຄໍາ ພົມມະກອນ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນຕໍ່ ທ່ານ ພັນໂທ ໂຈສົວ ໂລລິເກຼດ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງ
ເປັນທີ່ປຶກສາທູດຝ່າຍປ້ອງກັນຊາດ ອາເມຣິກາ ປະຈໍາລາວຄົນໃໝ່ ແລະ ສະແດງຄວາມເຊື່ອໝັ້ນວ່າ ທ່ານ ຈະສືບຕໍ່ຊຸກຍູ້ຜັນຂະຫຍາຍບັນດາຂົງເຂດວຽກ
ງານທີ່ໄດ້ພ້ອມກັນຈັດຕັ້ງປະຕິບັດໃນໄລຍະຜ່ານມາ ເພື່ອເຮັດໃຫ້ການພົວພັນນັບມື້ດີຂຶ້ນ, ພ້ອມທັງໄດ້ຍົກໃຫ້ເຫັນການຊ່ວຍເຫຼືອດ້ານຕ່າງໆຂອງ ອາເມຣິ
ກາ ຕໍ່ ສປປ ລາວ ຕະຫຼອດໄລຍະຜ່ານມາ ແລະ ອວຍພອນໃຫ້ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ໃນຄັ້ງນີ້. ທ່ານ ພັນໂທ ໂຈສົວ ໂລລິເກຼດ ໄດ້ກ່າວ
ສະແດງຄວາມຂອບໃຈຕໍ່ ທ່ານ ພົນຕີ ວົງຄໍາ ພົມມະກອນ ທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ໄດ້ລາຍງານແຜນຄາດກະທີ່ຈະສືບຕໍ່ພົວພັນຮ່ວມມືຈັດຕັ້ງ
ປະຕິບັດໃນຕໍ່ໜ້າ ເປັນຕົ້ນແມ່ນຂົງເຂດວຽກງານການແພດທະຫານ, ການເຝິກອົບຮົມພະນັກງານວິຊາການດ້ານຕ່າງໆ, ການຊ່ວຍເຫຼືອດ້ານມະນຸດສະທໍາ,
ການກວດກູ້ລະເບີດບໍ່ທັນແຕກ, ການແກ້ໄຂການລະບາດຂອງພະຍາດໂຄວິດ 19 ແລະ ຈະສືບຕໍ່ປະຕິບັດໜ້າທີ່ວຽກງານການຮ່ວມມືແບບກວມລວມ ໃຫ້
ມີໝາກຜົນຕົວຈິງ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 10/11/2021