ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ຢ້ຽມຢາມຣາຊະອານາຈັກໄທ
ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການ ຮ່ວມມືຮັກສາຄວາມສະຫງົບ
ຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທ, ໄທ-ລາວ ຄັ້ງທີ 25

     ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ສໍາເລັດການເດີນທາງຢ້ຽມຢາມມິດຕະພາບ ແລະ
ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ, ໄທ-ລາວ ຄັງທີ 25 ຢູ່ຣາຊະອານາຈັກໄທ ໃນລະຫ່າງວັນ
ທີ 6-7 ທັນວາ 2018 ນີ້.


ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ເດີນທາງຢ້ຽມຢາມມິດຕະພາບ ແລະ
ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົວໄປ ລາວ-ໄທ, ໄທ-ລາວ ຄັງທີ 25

     ພິທີຕ້ອນຮັບຢ່າງເປັນທາງການໄດ້ຈັດຂຶ້ນຢູ່ທີ່ກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກໄທ ໃຫ້ການຕ້ອນຮັບທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນ
ຕີກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ພ້ອມດ້ວຍຄະນະໂດຍແມ່ນ ທ່ານ ພົນເອກ ປຣະວິດ ວົງສຸວັນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງປ້ອງກັນ
ປະເທດ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບໄທ ຈາກນັ້ນຄະນະຜູ້ແທນກໍໄດ້ພົບປະສອງຝ່າຍ, ຝ່າຍລາວນໍາໂດຍ ທ່ານ ພົນໂທ ຈັນສະໝອນ
ຈັນຍາລາດ ແລະ ຝ່າຍໄທນຳໂດຍ ທ່ານ ພົນເອກ ປຣະວິດ ວົງສຸວັນ, ການພົບປະສອງຝ່າຍຄັ້ງນີ້, ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຂອບໃຈຕໍ່
ທ່ານ ພົນເອກ ປຣະວິດ ວົງສຸວັນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ສົມກຽດ, ຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ຣາຊະອານາຈັກໄທໃນຄັ້ງນີ້. ທ່ານ ພົນ
ໂທ ຈັນສະໝອນ ຈັນຍາລາດ ໄດ້ກ່າວອີກວ່າ: ຍາມໃດກອງທັບປະຊາຊົນລາວກໍຕີລາຄາສູງ ແລະ ຢຶດໝັ້ນຕໍ່ການພົວພັນຮ່ວມມືອັນດີງາມກັບປະເທດໃກ້ຄຽງ ໂດຍສະ
ເພາະຕໍ່ກອງທັບໄທ ບົນຈິດໃຈບ້ານໃກ້ເຮືອນຄຽງທີ່ດີ, ລາວ-ໄທ ມີຊາຍແດນຕິດຈອດກັນທາງບົກ ແລະ ທາງນຳ້ບໍ່ສາມາດຈະຍ້າຍຊາຍແດນອອກຈາກກັນໄດ້ ນີ້ເປັນກົດ
ເກນທາງດ້ານທໍາມະຊາດໄດ້ສ້າງໃຫ້ພວກເຮົາ, ກອງທັບປະຊາຊົນລາວພ້ອມຈະສືບຕໍ່ສົ່ງເສີມນຳໃຊ້ກົນໄກຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມ
ຊາຍແດນທົ່ວໄປ ລາວ-ໄທ, ໄທ-ລາວ ເຂົ້າໃນການແກ້ໄຂບັນຫາຕ່າງໆ ແລະ ການຮ່ວມມືໃຫ້ຫຼາຍຂຶ້ນ, ເພື່ອນຳເອົາຜົນປະໂຫດຕົວຈິງມາສູ່ປະຊາຊົນທັງສອງປະເທດ ໃຫ້
ນັບມືນັບຫຼາຍຂຶ້ນ.

     ພາຍຫຼັງສຳເລັດພິທີພົບປະສອງຝ່າຍແລ້ວ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ປະທານຄະນະກໍາມະການ
ຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປລາວ-ໄທ, ພ້ອມດ້ວຍຄະນະກໍໄດ້ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບ
ຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ, ໄທ-ລາວ ຄັງທີ 25. ຝ່າຍໄທ ນຳໂດຍ ທ່ານ ພົນເອກ ປຣະວິດ ວົງສຸວັນ ຮອງນາຍົກລັດຖະມົນຕີລັດຖະມົນຕີວ່າການກະຊວງປ້ອງ
ກັນປະເທດ ແຫ່ງ ຣາຊະອານະຈັກໄທ, ປະທານຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ໄທ-ລາວ, ໃນກອງປະຊຸມ ທ່ານ ພົນໂທ
ຈັນສະໝອນ ຈັນຍາລາດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ກອງທັບປະຊາຊົນລາວຂໍສະແດງຄວາມຂອບໃຈມາຍັງພະບໍຣົມ ວົງສານຸວົງ, ລັດຖະບານ ແລະ ປະຊາຊົນໄທ
ທີ່ໄດ້ໃຫ້ການຊ່ວຍເຫຼືອທາງດ້ານເຈົ້າໜ້າທີ່ກູ້ໄພ, ເຈົາໜ້າທີ່ການແພດ, ພາຫະນະ, ວັດຖຸ-ອຸປະກອນຮັບໃຊ້ ແລະ ດ້ານການເງິນຈຳນວນໜຶ່ງໃນກໍລະນີຄູກັນນໍ້າເຂື່ອນເຊ
ປ່ຽນ-ເຊນໍ້ານ້ອຍ ແຕກຢູ່ແຂວງອັດຕະປື ແລະ ເກີດອຸທົກກະໄພຫຼາຍພື້ນທີ່ຂອງລາວ, ເຊິ່ງໃນໄລຍະຜ່ານມາ ການພົວພັນຮ່ວມມືລະຫວ່າງສອງປະເທດລາວ-ໄທ ໄດ້ຮັບ
ການພັດທະນາໃນຫລາຍຂົງເຂດດີຂຶ້ນເປັນລຳດັບ ແລະ ມີຜົນສຳເລັດຢ່າງເປັນຮູບປະທໍາໃນຫຼາຍດ້ານໂດຍສະເພາະແມ່ນການປະຕິບັດດ້ານຄວາມໝັ້ນຄົງຊາຍແດນລາວ
ໄທ, ໄທ-ລາວ ອັນໄດ້ເຮັດໃຫ້ຊາຍແດນກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ.

     ພ້ອມທັງໄດ້ລົງນາມໃນບົດບັນທຶກຮ່ວມກັນ, ໃຫ້ກຽດລົງນາມບົດບັນທຶກຄັ້ງນີ້ຝ່າຍລາວໂດຍ ແມ່ນ ທ່ານພົນໂທ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງ
ກັນປະເທດ ແຫ່ງ ສປປ ລາວ ປະທານຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນທົ່ວໄປ ລາວ-ໄທ, ຝ່າຍໄທໂດຍແມ່ນທ່ານ ພົນເອກ ປຣະ
ວິດ ວົງສຸວັນຮອງນາຍົກລັດຖະມົນຕີ ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ແຫ່ງ ຣາຊະອານາຈັກໄທ ປະທານຄະນະກໍາມະການຮ່ວມມືຮັກສາຄວາມສະຫງົບຮຽບ
ຮ້ອຍຕາມຊາຍແດນທົ່ວໄປ ໄທ-ລາວ, ນັ້ນແມ່ນຜົນສໍເລັດຂອງການເດີນທາງຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະຫງົບຮຽບ
ຮ້ອຍຕາມຊາຍແດນທົ່ວໄປລາວ-ໄທ, ໄທ-ລາວ ຄັ້ງທີ 25 ຂອງ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະຢູ່ຣາຊະອານາຈັກໄທ ໃນຄັ້ງນີ້ ເຊິງເປັນການປະ
ກອບສ່ວນອັນສໍາຄັນເຂົ້າໃນການເສີມສ້າງສາຍພົວພັນທີ່ດີລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ, ໂດຍສະເພາະແມ່ນກອງທັບປະຊາຊົນລາວ ກັບກອງທັບໄທນັບ
ມື້ນັບເພີ່ມທະວີຍິງໆຂຶນ.