ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດກອງປະຊຸມສ່ອງແສງວຽກງານເຕັກນິກຮອບດ້ານປະຈຳ ໄຕມາດ IV


ສະຫາຍ ພົນຕີ ກິລາກອນ ບຸນນະຜົນ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຫົວໜ້າໜ້າກົມໃຫຍ່ເຕັກນິກກອງທັບ ​ເປັນ​ປະທານ

     ຫວ່າງບໍ່ດົນມານີ້, ກົມໃຫຍ່ເຕັກນິກກອງທັບ ເປີດກອງປະຊຸມສ່ອງແສງວຽກງານເຕັກນິກ ຮອບດ້ານປະຈຳໄຕມາດ IV ປີ 2019, ໂດຍການເປັນປະທານຂອງ ສະຫາຍ
ພົນຕີ ກິລາກອນ ບຸນນະຜົນ ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຫົວໜ້າ ໜ້າກົມໃຫຍ່ເຕັກນິກກອງທັບ, ມີ ສະຫາຍ ພົນຈັດຕະວາ ຄຳພາ ສີພອນໄຊ ຮອງເລ
ຂາຄະນະພັກ, ກຳມະການ ຄະນະປະຈຳພັກກົມໃຫຍ່ເຕັກນິກ, ມີຄະນະກົມຈາກ 6 ກົມ 3 ຫ້ອງ, ຄະນະພັກ-ຄະນະບັນຊາກົມກອງຮາກຖານທີ່ຂຶ້ນກັບກົມໃຫຍ່ເຕັກນິກ
ເຂົ້າຮ່ວມ.

     ໃນກອງປະຊຸມແຕ່ລະກົມກອງກໍໄດ້ພັດປ່ຽນກັນລາຍງານສະພາບການເຄື່ອນໄຫວ ຈັດຕັ້ງປະຕິບັດໜ້າທີ່ວຽກງານໃນຂົງເຂດວຽກງານເຕັກນິກຮອບດ້ານ ຂອງຕົນຕໍ່
ກອງປະຊຸມເປັນຕົ້ນແມ່ນ ການສຶກສາອົບຮົມການເມືອງນໍາພາແນວຄິດ ການສ້າງກອງແຂງໜ່ວຍພັກຮູ້ນໍາພາຮອບດ້ານ, ແບບແຜນການນໍາພາຂອງ ຄະນະພັກ, ຍົກໃຫ້
ເຫັນດ້ານດີດ້ານອ່ອນຂໍ້ຄົງຄ້າງ ແລະ ວິທີການແກ້ໄຂໃນໄຕມາດຕໍ່ໄປເພື່ອເພີ່ມທະວີການຊີ້ ນໍາ-ນໍາພາໃຫ້ສອດຄ່ອງ ເຂົ້າໃນທຸກຂົງເຂດວຽກງານຂອງກົມກອງ, ສ້າງໃຫ້
ພະນັກງານມີຄວາມໜັກແໜ້ນທາງດ້ານການເມືອງນໍາພາແນວຄິດ ແລະ ສ້າງຄວາມເຂັ້ມແຂງທາງດ້ານການຈັດຕັ້ງ ເພື່ອຕອບສະໜອງໃນໜ້າທີ່ການເມືອງ ປະກອບສ່ວນ
ເຂົ້າໃນ 2 ໜ້າທີ່ຍຸດທະສາດຂອງຊາດຄື: ປົກປັກຮັກສາ ແລະ ສ້າງສາປະເທດ.

     ຕອນ​ທ້າຍ ສະຫາຍ ຫົວໜ້າ ກົມໃຫຍ່ເຕັກນິກກອງທັບ ໄດ້ຮຽກຮ້ອງໃຫ້ທຸກກົມກອງ ເອົາໃຈໃສ່ສຶກສາອົບຮົມ ການເມືອງນໍາພາແນວຄິດ ເປັນກົກຖືເອົາວຽກງານວິຊາ
ສະເພາະເປັນສໍາຄັນ ເພື່ອຍົກສູງນໍ້າໃຈຮັບຜິດຊອບຂອງພະນັກງານ-ນັກຮົບ ກໍາແໜ້ນພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນ, ເຊື້ອໝັ້ນຕໍ່ການນໍາພາຂອງພັກ-ລັດ ແລະ
ຄໍາສັ່ງແນະນໍາຂອງຂັ້ນເທິງຢ່າງເຂັ້ມງວດ. ໃຫ້ຄະນະພັກຮາກຖານທຸກຂັ້ນເພີມທະວີບົດບາດການນໍາພາ ຂອງພັກ, ປັບປຸງການຈັດຕັ້ງແບບແຜນວິທີການເຮັດວຽກຂອງ ຄະ
ນະພັກ ແລະ ເອົາໃຈໃສ່ປັບປຸງກົມກອງ, ຫ້ອງການ ແລະ ການປູກຝັງ-ລ້ຽງສັດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບ​ໃຫ້ດີຂຶ້ນເລື້ອຍໆ.