ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສິລະປະກອນກອງທັບສະແດງຜ່ານລາຍການເພື່ອກຽມຮັບໃຊ້
ງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 70 ປີ

     ວັນທີ 10 ມັງກອນ 2019 ນີ້, ສິລະປະກອນກອງທັບໄດ້ຈັດຕັ້ງສະແດງຜ່ານລາຍການສະແດງຂຶ້ນທີ່ໂຮງລະຄອນຂອງກອງສິລະປະກອນກອງທັບ ເພື່ອກະກຽມຄວາມ
ພ້ອມຮັບໃຊ້ງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ທີ່ຈະມາເຖິງໃນມໍ່ໆນີ້ ໂດຍໃຫ້ກຽດເຂົ້າຮ່ວມຊົມຂອງ ທ່ານ ພົນເອກ ຈັນສະໝອນ ຈັນ
ຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ມີບັນດາຄະນະນຳກະຊວງ, ຫົວໜ້າກົມ, ຫ້ອງການ ແລະ ແຂກຖືກເຊີນເຂົ້າຮ່ວມ.


ສິລະປະກອນກອງທັບສະແດງຜ່ານລາຍການເພື່ອກຽມຮັບໃຊ້ງານສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປ

     ການສະແດງຜ່ານລາຍການຂອງກອງສິລະປະກອນກອງທັບໃນຄັ້ງນີ້ ກໍເພື່ອເປັນການສ້າງບັນຍາກາດກະກຽມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບ
ຮອບ 70 ປີ ທັງເປັນການປະກອບສ່ວນໂຄສະນາເຜີຍແຜ່ມູນເຊື້ອ, ສິລະປະ-ວັດທະນະທຳ, ຮີດຄອງປະເພນີຂອງຊາດ, ຜົນງານອັນໃຫຍ່ຫຼວງ, ການເຕີບໃຫຍ່ຂະຫຍາຍຕົວ
ຂອງກອງທັບປະຊາຊົນລາວຕະຫຼອດໄລຍະ 70 ປີ ຜ່ານມາ, ເຊິ່ງກອງສິລະປະກອນກອງທັບໄດ້ຄັດຈ້ອນເອົາບັນດາລາຍການທີ່ຈະນຳໄປສະແດງຮັບໃຊ້ການນຳພັກ-ລັດ,
ກົມກອງ ແລະ ມວນຊົນທົ່ວໄປມີ 16 ລາຍການຄື: ລາຍການສະແດງເປີດສາກ 1 ລາຍການ, ເພງຮ້ອງໝູ່ດ່ຽວຍິງ-ຊາຍ 5 ລາຍການ, ຟ້ອນເອກະລາດ 5 ລາຍການ, ຂັບ
ລຳທ້ອງຖິ່ນ 4 ລາຍການ ແລະ ລາຍການປິດສາກ 1 ລາຍການ.

     ໂອກາດດັ່ງກ່າວ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ບັນດານັກສະແດງທີ່ໄດ້ຕັ້ງໜ້າປະດິດຄິດແຕ່ງ ແລະ ເຝິກຊ້ອມລາຍການ
ສະແດງເພື່ອຂໍ່ານັບຊົມເຊີຍວັນປະຫວັດສາດທີ່ມີຄວາມໝາຍຂອງຊາດ, ຂອງກອງທັບໃນຄັ້ງນີ້ ພ້ອມທັງໄດ້ປະກອບຄຳຄິດຄຳເຫັນປັບປຸງບາງລາຍການສະແດງເພື່ອໃຫ້ມີ
ຄວາມສົມບູນກວ່າເກົ່າ.