ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຄື່ອນຍ້າຍອັດຖິຜູ້​ທີ່​ມີ​ຄຸ​ນງາມ​ຄວາມ​ດີ​ຕໍ່​ປະ​ເທດ​ຊາດ
ໄປສະຖິດໄວ້ຢູ່ສຸສານນັກຮົບປະຕິວັດແຫ່ງຊາດ


ພິທີເຄື່ອນຍ້າຍອັດຖິຂອງນາຍທະຫານຂັ້ນສູງ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນແຫ່ງຊາດແລະພະນັກງານປະຕິວັດອາວຸໂສ

     ພິທີເຄື່ອນຍ້າຍອັດຖິຂອງນາຍທະຫານຂັ້ນສູງ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນແຫ່ງຊາດ ແລະ ພະນັກງານປະຕິວັດອາວຸໂສ ໄປສະຖິດໄວ້ຢູ່ສຸສານ
ນັກຮົບປະຕິວັດແຫ່ງຊາດຫຼັກ 24 ໄດ້ຈັດຂຶ້ນ ຢ່າງສົມກຽດ ໃນ ວັນທີ 8 ມັງກອນ 2021 ນີ້, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນຕີ ສອນທອງ ພົມລາ
ວົງ ກຳມະການຄະນະປະຈໍາພັກກະຊວງ, ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຄະນະນໍາກົມໃຫຍ່, ຄະນະຮັບຜິດຊອບ, ພ້ອມດ້ວຍ
ຄອບຄົວຍາດຕິພີ່ນ້ອງຂອງນາຍທະຫານຂັ້ນສູງ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນແຫ່ງຊາດ ແລະ ພະນັກງານປະຕິວັດອາວຸໂສຜູ້ທີ່ເສຍສະຫຼະເລືອດເນື້ອ
ເພື່ອປະເທດຊາດເຂົ້າຮ່ວມ.

     ໂອກາດນີ້, ສະຫາຍ ພົນຈັດຕະວາ ສີທາ ດວງມາລາ ກຳມະການຄະນະພັກກົມໃຫຍ່ ຫົວໜ້າກົມນະໂຍບາຍ ກົມໃຫຍ່ການເມືອງກອງທັບ ໄດ້ກ່າວສະ
ດຸດີວ່າ: ເພື່ອປະຕິບັດຕາມແນວທາງນະໂຍບາຍຂອງພັກ-ລັດ ຕໍ່ຜູ້ມີຜົນງານ, ຄຸນງາມຄວາມດີຕໍ່ປະເທດຊາດ ແລະ ສະແດງເຖິງຄວາມຄິດຮອດຄິດເຖິງ, ອາ
ໄລອາວອນຂອງຄອບຄົວ, ຍາດຕິພີ່ນ້ອງ, ການຈັດຕັ້ງພັກ-ລັດ ແລະ ປະຊາຊົນບັນດາເຜົ່າ, ຕໍ່ບັນດາ ສະຫາຍ ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນແຫ່ງຊາດ,
ນາຍທະຫານຂັ້ນສູງ, ພະນັກງານປະຕິວັດອາວຸໂສ ທີ່ມີຜົນງານ, ມີຄຸນງາມຄວາມດີ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາ
ປະເທດຊາດ ທີ່ໄດ້ເສຍຊີວິດໄປແລ້ວນັ້ນ, ກະຊວງປ້ອງກັນປະເທດ ພ້ອມດ້ວຍຄອບຄົວຍາດຕິພີ່ນ້ອງ ຈຶ່ງໄດ້ຈັດພິທີອັນສົມກຽດນີ້ຂຶ້ນ ເພື່ອນຳເອົາອັດຖິ
ຂອງບັນດາທ່ານອະດີດນາຍທະຫານຂັ້ນສູງ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນແຫ່ງຊາດ, ພະນັກງານປະຕິວັດອາວຸໂສເຫຼົ່ານັ້ນ, ຈາກທີ່ຕັ້ງເດີມມາສະຖິດ
ໄວ້ຢູ່ສຸສານນັກຮົບປະຕິວັດແຫ່ງຊາດຫຼັກ 24 ຢ່າງສົມກຽດເປັນຊຸດທີ 12 ມີຈຳນວນທັງໝົດ 33 ອັດຖິ. ໃນນີ້ມີ ກົມໃຫຍ່ການເມືອງກອງທັບ 4 ອັດຖິ,
ກົມໃຫຍ່ເສນາທິການກອງທັບ 2 ອັດຖິ, ກົມໃຫຍ່ພະລາທິການກອງທັບ 3 ອັດຖິ, ກົມໃຫຍ່ເຕັກນິກກອງທັບ 1 ອັດຖິ, ກໍາລັງທ້ອງຖິ່ນ 1 ອັດຖິ ແລະ ບັນ
ດາກົມກອງອ້ອມຂ້າງກຳລັງຫຼວງ 22 ອັດຖິ.