ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ພະລາທິການກອງທັບຈັດພິທີມອບຍ້ອງຍໍຜົນງານ 5 ປີໃຫ້ນາຍ ແລະ ພົນທະຫານ

     ໃນວັນທີ 7 ກຸມພາ 2019 ນີ້, ກົມໃຫຍ່ພະລາທິການກອງທັບ ໄດ້ຈັດຕັ້ງພິທີມອບຫຼຽນໄຊ, ຫຼຽນກາ ຍ້ອງຍໍຜົນງານ 5 ປີ, ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງ
ຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີຂຶ້ນ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ພົນຕີ ປອ ວົງຄຳ ພົມມະກອນ ກຳມະການຄະນະປະຈຳພັກກະຊວງປ້ອງກັນປະ
ເທດ, ເລຂາຄະນະພັກອົງການກົມໃຫຍ່, ຫົວໜ້າກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະນຳກົມໃຫຍ່ພະລາທິການກອງທັບ, ມີຫົວໜ້າກົມ-ຮອງກົມ, ຫົວໜ້າ
ຫ້ອງການ-ຮອງຫ້ອງການ, ພະແນກ ການ, ຄະນະພັກ-ຄະນະບັນຊາກົມກອງຮາກຖານທີ່ຂຶ້ນກັບ ພ້ອມດ້ວຍພະນັກງານພາຍໃນກົມ ແລະ ວິຊາການເຂົ້າຮ່ວມ.


ພົນຕີ ປອ ວົງຄຳ ພົມມະກອນ  ປະດັບຫຼຽນໄຊອິດສະຫຼະໃຫ້ແກ່ນາຍແລະພົນທະຫານກົມກອງລວມໝູ່ຂອງກົມໃຫຍ່ພະລາທິການກອງທັບ

     ໃນພິທີ ພັນເອກ ສົມວັນ ທຳມາໄຊ ຄະນະປະຈຳພັກອົງການກົມໃຫຍ່, ຫົວໜ້າຫ້ອງການເມືອງກົມໃຫຍ່ພະລາທິການກອງທັບ ໄດ້ຂຶ້ນຜ່ານລັດຖະດຳລັດຂອງປະ
ທານປະເທດ ສາທາລະນະລັດ ປະຊາທິໄຕ ປະຊາຊົນລາວ ວ່າດ້ວຍການປະດັບຫຼຽນໄຊອິດສະຫຼະ, ອີງຕາມລັດຖະທຳມະນູນແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ
ຊົນລາວ ສະບັບເລກທີ 63/ສພຊ, ລົງວັນທີ 8 ທັນວາ 2015 ໝວດທີ VI ມາດຕາ 67 ຂໍ້ 11, ອີງຕາມຄຳສະເໜີຂອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກ
ທີ 167/ນຍ, ລົງວັນທີ 5 ທັນວາ 2018 ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະດຳລັດປະດັບຫຼຽນໄຊອິດສະຫຼະຊັ້ນ II, ຊັ້ນ III ໃຫ້
ແກ່ນາຍ ແລະ ພົນທະຫານກົມກອງລວມໝູ່ຂອງກົມໃຫຍ່ພະລາທິການກອງທັບ ດັ່ງນີ້: ປະດັບຫຼຽນໄຊອິດສະຫຼະຊັ້ນ II ຈຳນວນ 45 ສະຫາຍ, 4 ກົມກອງ, ຫຼຽນໄຊອິດ
ສະຫຼະຊັ້ນ III ຈຳນວນ 80 ສະຫາຍ, 9 ກົມກອງ, ປະດັບຫຼຽນໄຊແຮງງານຊັ້ນ II ໃຫ້ຈຳນວນ 387 ສະຫາຍ ແລະ 13 ກົມກອງ, ຫຼຽນໄຊແຮງງານຊັ້ນ III ໃຫ້ຈຳນວນ
1.121 ສະຫາຍ, 86 ກົມກອງ, ດຳລັດຂອງນາຍົກລັດຖະມົນຕີວ່າດ້ວຍການປະ ດັບຫຼຽນກາແຮງງານ, ອີງໃສ່ກົດໝາຍດ້ວຍລັດຖະບານແຫ່ງ ສາທາລະນະລັດ ປະຊາທິ
ປະໄຕ ປະຊາຊົນລາວ ສະບັບເລກທີ 69/ສພຊ, ວົງວັນທີ 15 ທັນວາ 2015 ໝວດທີ II ມາດຕາ 6 ຂໍ້ 12, ນາຍົກລັດຖະມົນຕີອອກດຳລັດປະດັບຫຼຽນກາແຮງງານໃຫ້
ນາຍ ແລະ ພົນທະຫານກົມໃຫຍ່ພະລາທິການກອງທັບ ຈຳນວນ 1.309 ສະຫາຍ, ມອບໃບຍ້ອງຍໍລັດຖະບານໃຫ້ນາຍ ແລະ ພົນທະຫານກົມກອງລວມໝູ່ກົມໃຫຍ່ພະ
ລາທິ ການກອງທັບ ຈຳນວນ 827 ສະຫາຍ ແລະ 28 ກົມກອງ ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະ
ຫງົບຕະຫຼອດໄລຍະ 5 ປີ ( 2014-2019 ) ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 70 ປີ ( 20 ມັງກອນ 1949-20 ມັງກອນ
2019, ຜົນງານດັ່ງກ່າວເປັນການປະກອບສ່ວນອັນສຳຄັນໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຊິ່ງໃຫ້ກຽດປະດັບຫຼຽນໄຊ-ຫຼຽນກາ ແລະ ມອບ
ໃບຍ້ອງຍໍໃນຄັ້ງນີ້ ໂດຍແມ່ນຫົວໜ້າກົມໃຫຍ່ພະລາທິການກອງທັບ ພ້ອມດ້ວຍຄະນະນຳກົມໃຫຍ່ພະລາທິການກອງທັບຜັນປ່ຽນກັນມອບຢ່າງສົມກຽດ.

     ໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ພົນຕີ ປອ ວົງຄຳ ພົມມະກອນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດໃນການເຄື່ອນໄຫວຈັດຕັ້ງ
ປະຕິບັດໜ້າທີ່ວຽກງານຂອງນາຍ ແລະ ພົນທະຫານ ທີ່ໄດ້ເຮັດສຳເລັດໜ້າທີປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ພ້ອມທັງອອກແຮງແຂ່ງຂັນກັນສ້າງຜົນ ງານດ້ານຕ່າງໆ
ເຊິ່ງສາມາດຍາດຜົນງານມາໄດ້ໃນໄລຍະຜ່ານມາ ແລະ ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາທຸກຂັ້ນ ຈົ່ງພ້ອມກັນຮັກສາມູນເຊື້ອອັນດີງາມຂອງຕົນ ຂອງກົມກອງ ສືບ
ຕໍ່ເຮັດສຳເລັດໜ້າທີ່ທີ່ການເມືອງທີ່ໄດ້ຮັບມອບໝາຍຈາກພັກ-ລັດໃຫ້ສຳເລັດຜົນເປັນຢ່າງດີ.