ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມສູ້ຮົບສະຫຼຸບວຽກງານຮອບດ້ານປະຈຳປີ ​ແລະ ວາງ​ທິດ​ທາງ​ແຜນການ 2020 ປີ 2021


ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ່າ ກຳມະການຄະນະພັກກະຊວງຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

     ກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານປະຈຳປີ 2020 ແລະ ກໍານົດທິດທາງວຽກງານຈຸດສຸມ ປີ
2021 ຂຶ້ນໃນ ວັນທີ 10 ກຸມພາ 2021 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ່າ ກຳມະການຄະນະພັກກະຊວງ ຮອງຫົວ
ໜ້າກົມ ໃຫຍ່ເສນາທິການກອງທັບ, ມີຄະນະກົມ, ພະແນກການ ແລະ ພະນັກງານເຂົ້າຮ່ວມ.

     ສະຫາຍ ພັນໂທ ແສງຄຳ ຈະເລີນໄຊ ຮອງຫົວໜ້າ ພະແນກຄົ້ນຄວ້າ-ສັງລວມ ກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ໄດ້ສະຫຼຸບຕີລາຄາ ການຈັດ
ຕັ້ງປະຕິບັດວຽກງານຮອບດ້ານໃນປີ 2020, ຜ່ານມາຄະນະພັກ-ຄະນະບັນຊາ ໄດ້ເອົາໃຈໃສ່ຊີ້ນຳບັນດາ ກົມກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ຕັ້ງໜ້າຈັດຕັ້ງ
ປະຕິບັດວຽກງານ ເຮັດໃຫ້ສະພາບມີຄວາມສະຫງົບ ສຸມໃສ່ ແກ້ໄຂບັນຫາເປົ້າໝາຍຄວາມບໍ່ສະຫງົບ ແລະ ແກ້ໄຂບັນດາປາກົດການຫຍໍ້ທໍ້ຕ່າງໆຢູ່ໃນສັງ
ຄົມຢູ່ທ້ອງຖິ່ນຢ່າງແຂງແຮງສາມາດສະກັດກັ້ນ-ທັບມ້າງ-ເລີກຮື້ບັນດາ ກົນອຸບາຍລ່ຽມລາຍຂອງຄົນບໍ່ດີ ເຮັດໃຫ້ໃນຂອບເຂດທົ່ວປະເທດ ມີສະຖຽນລະ
ພາບທາງດ້ານການເມືອງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ເຊິ່ງວຽກງານທີ່ພົ້ນເດັ່ນແມ່ນສາມາດຮັບປະກັນການປ້ອງກັນກອງປະຊຸມ
ໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ດໍາເນີນໄປດ້ວຍຜົນສຳເລັດຢ່າງຈົບງາມ ແລະ ມີຄວາມສະຫງົບປອດໄພ 100%, ພ້ອມນັ້ນຍັງໄດ້ເອົາໃຈ
ໃສ່ປະສານສົມທົບກັບບັນດາກົມກອງທັງກຳລັງ ຫຼວງ-ກຳລັງທ້ອງຖິ່ນຈັດຕັ້ງຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະ
ບົດຮອບດ້ານຕາມ 4 ເນື້ອໃນ 4 ຄາດໝາຍ ຢ່າງມີຈຸດສຸມນໍາເອົາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ໄປຈັດຕັ້ງເຜີຍແຜ່ໂຄສະນາ ໂດຍປິ່ນ
ອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກ ກະຊວງປ້ອງກັນປະເທດວາງອອກ ຫັນເປັນແຜນການອັນລະອຽດ, ພ້ອມນັ້ນຍັງໄດ້ຊີ້ນຳອຳນາດ ການປົກ
ຄອງທ້ອງຖິ່ນປະກອບສ່ວນເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຊ່ວຍເຫຼືອປະຊາຊົນພັດທະນາພື້ນຖານເສດຖະ
ກິດ-ສັງຄົມ ແກ້ໄຂຊີວິດການເປັນຢູ່ໃຫ້ມີທ່ວງທ່າດີຂື້ນກວ່າເກົ່າ, ກຳແໜ້ນຮາກຖານປະຊາຊົນ, ຄຸ້ມຄອງເປົ້າໝາຍຂອງຄົນບໍ່ດີເອົາໃຈໃສ່ໂຄສະນາ ສືກສາ
ອົບຮົມການເມືອງນຳພາແນວຄິດເປັນກົກໄປຄວບຄູ່ກັບການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ ໃຫ້ຂາດຕົວເຮັດໃຫ້ປະຊາຊົນບັນດາເຜົ່າ ປະຕິບັດລະບຽບກົດ
ໝາຍຢ່າງເຂັ້ມງວດ ແລະ ເອົາໃຈໃສ່ປັບປຸງອຳນາດການປົກຄອງກຳລັງກອງຫຼອນ ໃຫ້ມີຄຸນນະພາບສາມາດນຳພາ ປະຊາຊົນພັດທະນາທ້ອງຖິ່ນຕົນເອງ ໃຫ້
ມີຄວາມເຂັ້ມແຂງ ນອກນີ້ຍັງໄດ້ຈັດຕັ້ງກຳລັງປ້ອງກັນສຳນັກງານ-ອົງການ, ກອງປະຊຸມ, ສາງຄັງ, ຄ້າຍຄູ, ເສັ້ນທາງຍຸດທະສາດ, ປ້ອງກັນຜູ້ແທນ, ແຂກ
ພາຍໃນ ແລະ ຕ່າງປະເທດ, ບັນດາໂຄງການຂອງລັດ-ເອກະຊົນ ແລະ ວັນບຸນສຳຄັນຕ່າງໆ ງານປະເພນີຂອງຊາດຮັບປະກັນຄວາມສະຫງົບປອດໄພ 100%.

     ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະ ຊຸມ ກໍໄດ້ພ້ອມກັນປະກອບຄໍາຄິດ ຄໍາເຫັນໃສ່ບົດສະຫຼຸບວຽກງານຮອບ ດ້ານ ໃນ 1 ປີ ຜ່ານມາ ແລະ ທິດທາງວຽກ
ງານທີ່ຈະສຸມໃສ່ຈັດຕັ້ງ ປະຕິບັດໃນ ປີ 2021 ເພື່ອຖອດຖອນບົດຮຽນ ແລະ ຫາວິທີທາງ ແກ້ໄຂຕໍ່ໜ້າເຮັດໃຫ້ສະພາບມີ ຄວາມສະຫງົບຢ່າງໜັກແໜ້ນ.