ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດສ້າງຕັ້ງບໍລິສັດ 20 ມັງກອນພັດທະນາຂຶ້ນກັບກະຊວງປ້ອງກັນປະເທດ


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ວັນທີ 10 ມີນາ 2021 ນີ້, ທີ່ສະໂມສອນຫ້ອງວ່າການ ກະຊວງປ້ອງກັນປະເທດ ໄດ້ມີພິທີປະກາດສ້າງຕັ້ງ ແລະ ແຕ່ງຕັ້ງຜູ້ອໍານວຍການ ບໍລິສັດ 20
ມັງກອນ ພັດທະນາ ແລະ ແຕ່ງຕັ້ງຮອງຫົວໜ້າກົມ, ຫ້ອງການທີ່ຂຶ້ນກັບຫ້ອງວ່າການ ກະຊວງປ້ອງກັນປະເທດ ໂດຍເຂົ້າຮ່ວມ ເປັນປະທານຂອງ ສະຫາຍ
ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຫົວໜ້າກົມ, ຮອງກົມ, ຫ້ອງການ
ເຂົ້າຮ່ວມ.

     ສະຫາຍ ພັນເອກ ບຸນເພັງ ເທບພະພອນ ຮອງຫົວໜ້າກົມ ກໍາລັງພົນກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງ ຂອງ ກະຊວງປ້ອງກັນປະ
ເທດ ສະບັບເລກທີ 862/ກປທ ວ່າດ້ວຍການສ້າງຕັ້ງ ບໍລິສັດ 20 ມັງກອນພັດທະນາ, ບໍລິສັດ 20 ມັງກອນພັດທະນາເປັນຫົວໜ່ວຍທຸລະກິດເອກະລາດ
ໜຶ່ງທີ່ຂຶ້ນກັບ ກະຊວງປ້ອງກັນປະເທດ ດໍາເນີນທຸລະກິດຕາມລະບຽບ ແລະ ຮັບປະກັນສິດຜົນປະໂຫຍດ, ວຽກງານການເມືອງຂຶ້ນກັບຫ້ອງວ່າການ ກະຊວງ
ປ້ອງກັນປະເທດ ແລະ ວຽກງານທຸລະກິດຂຶ້ນກັບ ກົມເສດຖະກິດ ກະຊວງປ້ອງກັນປະເທດ ມີຖານະທຽບເທົ່າ ກອງພັນໃຫຍ່; ບໍລິສັດ 20 ມັງກອນ ພັດທະ
ນາມີໜ້າທີ່ໄລ່ລຽງ, ເກັບລາຍຮັບ, ຄຸ້ມຄອງ ແລະ ເຂົ້າຮ່ວມບໍລິຫານບັນດາຫົວໜວ່ຍທຸລະກິດຕ່າງໆ ເພື່ອມອບເງິນເຂົ້າຄັງຂອງ ກະຊວງປ້ອງກັນປະເທດ.

     ໃນວາລະດຽວກັນ ສະຫາຍ ພັນເອກ ໂສພາວັນ ທໍາມະເທວາ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະ
ຊວງປ້ອງກັນປະເທດ ສະບັບເລກທີ 367 ວ່າດ້ວຍການແຕ່ງຕັ້ງໃຫ້ ສະຫາຍ ພົນຈັດຕະວາ ຄໍາມີ ຫຼ້າບຸນທັນ ເປັນຜູ້ອໍານວຍການ; ສະຫາຍ ພັນເອກ ວົງ
ສັກ ສຸລິຍະວົງ ເປັນຮອງອໍານວຍການ, ສະຫາຍ ພັນໂທ ນາງ ຄໍາແພງ ມະໂນລາ ເປັນຮອງອໍານວຍການ ແລະ ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງ
ທັບ ວ່າດ້ວຍການແຕ່ງຕັ້ງຂັ້ນພະແນກຂອງ ບໍລິສັດ 20 ມັງກອນພັດທະນາ ສະບັບເລກທີ 488/ກມທ ແຕ່ງຕັ້ງ ສະຫາຍ ພັນໂທ ສຸວິນິດ ທິບພະວົງ ເປັນ
ຫົວໜ້າພະແນກບໍລິຫານ-ການເມືອງສະຫາຍ ພັນໂທ ໄພບູນ ວົງໄຊ ເປັນຫົວໜ້າ ພະແນກການເງິນ-ການບັນຊີ; ສະຫາຍ ພັນຕີ ຈັນທະພອນ ສິນ ທໍາມະ
ວົງ ເປັນຫົວໜ້າພະແນກສັນຍາຮ່ວມມື, ສະຫາຍ ພັນຕີ ດວງໃຈ ສູນທອນ ເປັນຫົວໜ້າ ພະແນກຄຸ້ມຄອງ ແລະ ການປະເມີນຜົນໂຄງການ, ສະຫາຍ ພັນ
ໂທ ວາລີ ສິງຄໍາດີ ເປັນຮອງພະແນກບໍລິຫານ-ການເມືອງ, ສະຫາຍ ພັນຕີ ບຸນເພັດ ຈັນທະຄໍາ ເປັນຮອງພະແນກສັນຍາ-ຮ່ວມມື, ສະຫາຍ ພັນຕີ ສົມພອນ
ຄູນຜາລີ ເປັນຮອງພະແນກຄຸ້ມຄອງ ແລະ ປະເມີນໂຄງການ, ສະຫາຍ ຮ້ອຍເອກ ນາງ ຈັນສຸກ ຫຼວງວິໄລ ເປັນຮອງພະແນກ ການເງິນ-ການບັນຊີ.

     ພ້ອມນັ້ນຍັງໄດ້ຜ່ານຂໍ້ຕົກລົງວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງນາຍທະຫານໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການ ກະຊວງປ້ອງກັນປະເທດ ສະບັບເລກ
ທີ 1166/ກປທ ຍົກຍ້າຍ ສະຫາຍ ພັນເອກ ສີພອນໄຊ ຄໍາທອງ ເຫວີນ ຮອງຫົວໜ້າ ກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບ ໄປໃຫ້ ກົມເສດຖະກິດ
ຫ້ອງວ່າການກະຊວງປ້ອງກັນປະເທດ ພ້ອມທັງເປັນຫົວໜ້າກົມເສດຖະກິດ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຮອງຫົວໜ້າ ກົມພົວພັນຕ່າງປະເທດ
ຫ້ອງວ່າການ ກະຊວງປ້ອງກັນປະເທດ ສະບັບເລກທີ 1196/ກປທ ໃນນີ້ແຕ່ງຕັ້ງ ສະຫາຍ ພັນເອກ ບຸນຍົງ ພັນດານຸວົງ ເປັນຮອງຫົວໜ້າ ກົມພົວພັນ ແລະ
ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຮອງກົມຄົ້ນຄວ້າສັງລວມຫ້ອງວ່າການ ກະຊວງປ້ອງກັນປະເທດ ສະບັບ ເລກທີ 1198/ກປທ ແຕ່ງຕັ້ງ ສະຫາຍ ພັນ
ເອກ ຂາວມະນີ ສີພອນ ເປັນຮອງກົມ, ສະຫາຍ ພັນໂທ ຄິດສະຫງວນ ທິບພະວົງ ເປັນຮອງກົມ.

     ໂອກາດດັງກ່າວ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ໂອ້ລົມຫຼາຍບັນຫາສໍາຄັນ ພ້ອມທັງໄດ້ເນັ້ນໜັກໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງສືບຕໍ່
ເຝິກຝົນຫຼໍ່ຫຼອມຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດຍົກສູງຄວາມຮັບຜິດຊອບການເມືອງຂອງຕົນຕໍ່ໜ້າທີ່ທີ່ໄດ້ຮັບມອບໝາຍ, ເອົາໃຈໃສ່ປັບ
ປຸງ ແບບແຜນວິທີເຮັດວຽກ-ແບບແຜນນໍາພາໃຫ້ສອດຄ່ອງ ບົນພື້ນຖານເຄົາລົບຫຼັກການລວມສູນ ປະຊາທິປະໄຕ ເປັນໝູ່ຄະນະ, ເພີ່ມທະວີຄວາມສາມັກ
ຄີໃຫ້ເປັນປຶກແຜ່ນແໜ້ນໜາ, ເອົາໃຈໃສ່ຕໍ່ແບບແຜນການດໍາລົງຊີວິດ, ເປັນແບບຢ່າງທີ່ດີໃຫ້ແກ່ພະນັກງານ-ນັກຮົບ ແລະ ບັນຫາສໍາຄັນແມ່ນພ້ອມກັນ
ເຮັດສໍາເລັດໜ້າທີ່ການເມືອງຂອງ ກົມກອງໃຫ້ໄດ້ຮັບໝາກຜົນສູງກວ່າເກົ່າ.