ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພາກສ່ວນຕ່າງໆເຂົ້າອວຍພອນລັດຖະມົນຕີກະຊວງປ້ອງກັນປະເທດ

     ເນື່ອງໃນໂອກາດສະເຫຼີມສະຫຼອງສົ່ງທ້າຍປີເກົ່າ ຄສ 2559 ແລະຕ້ອນຮັບປີໃໝ່ ພສ 2560 ໃນຕອນເຊົ້າຂອງວັນທີ 10 ເມສາ 2017 ນີ້, ຢູ່ທີ່ກະ
ຊວງປ້ອງກັນປະເທດ ທ່ານ ພົນໂທ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຕ້ອນຮັບ
ການເຂົ້າຢ້ຽມ ອວຍພອນຈາກພາກສ່ວນຕ່າງໆທັງເບື້ອງກະຊວງ, ອົງການ ແລະຄະນະພັກ, ຄະນະບັນຊາກົມກອງຕ່າງໆທີ່ຂຶ້ນກັບ ເຊິ່ງປະກອບດ້ວຍ ທ່ານ
ສຸກກົງແສງ ໄຊຍະເລີດ ກຳມະການສູນກາງພັກ ຫົວໜ້າສະຖາບັນວິທະຍາສາດ ແລະສັງຄົມແຫ່ງຊາດ, ນອກນີ້ຍັງມີບັນດາຄະນະນຳກະຊວງວິທະຍາສາດ,
ກະຊວງພາຍໃນ, ກົມ ວິທະຍາສາດ-ປະຫວັດສາດ ກະຊວງປ້ອງກັນຄວາມສະຫງົບ, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ໂຮງໝໍ 103, ກົມ
ກົດລັບ, ກົມປະກັນສັງຄົມ, ກອງພັນໃຫຍ່ 497, ອົງການໄອຍະການທະຫານຂັ້ນສູງ ແລະກົມປ້ອງກັນພາຍໃນ.


ພົນໂທ ຈັນສະໝອນ ຈັນຍາລາດ ຕ້ອນຮັບການເຂົ້າຢ້ຽມອວຍພອນຈາກພາກສ່ວນຕ່າງໆ

     ໂອກາດນີ້ ຄະນະນຳພາກສ່ວນຕ່າງໆໄດ້ກ່າວອວຍພອນໄຊອັນປະເສີດແດ່ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຈົ່ງມີສຸຂະພາບແຂງແຮງມີຄວາມ
ຈະເລີນຜາສຸກໃນຊີວິດສ່ວນຕົວ ແລະຄອບຄົວ, ປະສົບຜົນສຳເລັດໃນໜ້າທີ່ວຽກງານອັນມີກຽດສະຫງ່າຂອງທ່ານ ແລະສືບຕໍ່ຊີ້ນຳນຳພາກອງທັບເຮັດສຳ
ເລັດໜ້າທີ່ການເມືອງຂອງຕົນທີ່ ພັກ-ລັດ ແລະປະຊາຊົນມອບໝາຍໃຫ້.