ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານປະກາດຂໍ້ຕົກລົງອະນຸມັດ
ໃຫ້ພະນັກງານພັກຜ່ອນຮັບນະໂຍບາຍເບ້ຍບຳນານ

.

     ວັນທີ 8 ພຶດສະພາ ນີ້, ຢູ່ກົມວິທະຍາສາດ-ປະຫວັດສາດການທະຫານ (ວສ-ປສ) ກະຊວງປ້ອງກັນປະເທດ, ໄດ້ຈັດພິທີປະກາດຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ
ວ່າດ້ວຍການອະນຸມັດໃຫ້ພະນັກງານຫຼັກແຫຼ່ງຢູ່ກົມວິທະຍາສາດ-ປະຫວັດສາດ ການທະຫານ ພັກຜ່ອນເຂົ້າຮັບເບ້ຍບຳນານຕາມ ນະໂຍບາຍ ແລະ ກົດໝາຍຂອງລັດ ໂດຍການ
ເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າກົມ ວສ-ປສ ການທະຫານ, ມີຄະນະພັກ-ຄະນະບັນຊາແຕ່ລະພະແນກການ ແລະ ອົງການຈັດ
ຕັ້ງມະຫາຊົນພາຍໃນກົມດັ່ງກ່າວເຂົ້າຮ່ວມ.

     ໃນພິທີ ສະຫາຍ ພັນໂທ ສຸລິຍົງ ໄຊຍະວົງ ຮັກສາການຫົວໜ້າພະແນກການເມືອງ ໄດ້ຂຶ້ນຜ່ານຂໍ້ຕົກລົງວ່າດ້ວຍການອະນຸມັດຂອງກະຊວງປ້ອງກັນປະເທດ, ເຊິ່ງໄດ້ອະນຸ
ມັດໃຫ້ ສະຫາຍ ພັນໂທ ອຳຄານ ແກ້ວປັນຍາ ຫົວໜ້າພະແນກຂໍ້ມູນຂ່າວສານ ອາຍຸ 66 ປີ, ອາຍຸການທະຫານ 52 ປີ, ແລະ ສະຫາຍ ພັນໂທ ສີໄພ ແກ້ວບຸນມີ ຮອງຫົວໜ້າພະ
ແນກປະຫວັດສາດ ອາຍຸ 65 ປີ, ອາຍຸການທະຫານ 52 ປີ ຮັບບຳນານ, ເຊິ່ງທັງສອງສະຫາຍແມ່ນພະນັກງານຂັ້ນນຳພາ-ບັນຊາ ຂອງສອງພະແນກການ ວິຊາສະເພາະທີ່ສຳຄັນຂອງ
ກົມ ວສ-ປສ ການທະຫານ, ທັງສອງສະຫາຍມີຜົນງານຢ່າງຫຼວງຫຼາຍ ປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ໂດຍສະເພາະພາຍຫຼັງປະເທດ
ຊາດ ໄດ້ຮັບການປົດປ່ອຍ, ທັງສອງສະຫາຍພ້ອມກັບຄະນະກົມແຕ່ລະຮຸ່ນໄດ້ທ້ອນໂຮມບັນດາມູນເຊື້ອບັ້ນຮົບບັ້ນຕີຂອງກອງທັບ ແລະ ຂອງບັນດາກົມກອງທ້ອງຖິ່ນ ເພື່ອສະໜອງ
ຂໍ້ມູນຂຽນປະຫວັດມູນເຊື້ອ, ນອກນີ້ຍັງໄດ້ສ້າງພະນັກງານວິຊາການສືບທອດໃນການເຮັດໜ້າທີ່ສືບທອດປ່ຽນແທນ.

     ໂອກາດນີ້ກົມ ວສ-ປສ ການທະຫານສະແດງຄວາມຮູ້ບຸນຄຸນຕໍ່ທັງສອງສະຫາຍຈຶ່ງໄດ້ ມອບເງິນນະໂຍບາຍຈຳນວນໜຶ່ງເພື່ອປະກອບສ່ວນຊຸກຍູ້ແກ້ໄຂຊີວິດການເປັນຢູ່ຄອບ
ຄົວໃຫ້ດີຂຶ້ນ.

     ຕອນທ້າຍພິທີສະຫາຍຫົວໜ້າກົມຍັງໄດ້ໂອ້ລົມຕໍ່ສອງສະຫາຍທີ່ໄດ້ຮັບນະໂຍບາຍບຳນານໂດຍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງທັງສອງສະຫາຍ ໃນການປະກອບ
ສ່ວນດ້ານສະຕິປັນຍາຄວາມຮູ້ຄວາມສາມາດເຮັດໜ້າທີ່ການເມືອງຂອງຕົນສຳເລັດຜົນຢ່າງຈົບງາມ.