ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ປະກາດການແຕ່ງຕັ້ງຄະນະສະເພາະກິດເພື່ອປ້ອງກັນ,
ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19


     ໃນວັນທີ 10 ພຶດສະພາ 2021 ນີ້, ກະຊວງປ້ອງກັນປະເທດ ໄດ້ຈັດຕັ້ງພິທີປະກາດການແຕ່ງຕັ້ງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້
ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ,
ມີຄະນະພັກ-ຄະນະບັນຊາຈາກບັນດາກົມ, ກອງຕະຫຼອດຮອດພະນັກງານວິຊາການໄດ້ຮັບການແຕ່ງຕັ່ງເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ດຣ ບົວສິງ ອິນທະວົງ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ ໄດ້ຂື້ນຜ່ານຂໍ້ຕົກລົງວ່າດ້ວຍ ການແຕ່ງຕັ້ງ ຄະນະສະເພາະ
ກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດ ໂຄວິດ-19 ແລະ ຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງ ຄະນະກຳມະການຊ່ວຍວຽກ ຄະ
ນະສະເພາະກິດກະຊວງປ້ອງກັນປະເທດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂຄວິດ-19. ທັງນີ້ກໍ່ເພື່ອຊີ້ນຳ ແລະ ຊຸກຍູ້ກົມ
ກອງກຳລັງຫຼວງ ແລະ ກຳລັງທອ້ງຖິ່ນ ທົ່ວກອງທັບ ເປັນເສນາທິການໃນການສັງລວມສະພາບການກວດຄັດກອງຜູ້ທີ່ເຂົ້າມາໂຮງໝໍ, ຈຳນວນຜູ້ສົງໄສຕິດ
ເຊື້ອ, ປິ່ນປົວຜູ້ຕິດເຊື້ອ, ການຈັດຕັ້ງປະຕິບັດມາດຕະການຕ່າງໆຂອງຂະແໜງວິຊາສະເພາະ ແລະ ການສະຫຼຸບລາຍງານຄົນເຈັບໃຫ້ຄະນະກອງເລຂາເປັນ
ລາຍວັນ.

     ໂອກາດນີ້, ສະຫາຍຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກໍໄດ້ມີຄໍາເຫັນຊີ້ນໍາຫຼາຍບັນຫາທີ່ສໍາຄັນ ແລະ ເນັ້ນໜັກ ໃຫ້ຄະນະສະເພາະກິດ ແລະ ຜູ້
ຊ່ວຍວຽກຈົ່ງພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ ແລະ ເຄື່ອນໄຫວຊີ້ນໍາຢ່າງຕັ້ງໜ້າໂດຍສະເພາະຢູ່ບັນດາໂຮງໝໍ ໃຫ້ມີການປະສານສົມທົບ ແລກປ່ຽນ
ຖອດຖອນບົດຮຽນ, ເຝິກອົບຮົມວິຊາການໃນການປິ່ນປົວຜູ້ຕິດເຊື້ອໃຫ້ໄດ້ຮັບຜົນດີ, ມີການພົວພັນລະຫວ່າງໂຮງໝໍຕ່າງໆພາຍໃນປະເທດ ເປັນຕົ້ນໂຮງ
ໝໍ 103, ໂຮງໝໍມິດຕະພາບ, ໂຮງໝໍມະໂຫສົດ ແລະ ມີຄວາມເປັນເອກະພາບທາງດ້ານວິຊາການ. ຊີ້ນຳນັກວິຊາສະເພາະແພດ ຢູ່ບັນດາອົງການ, ກົມ, ກົມ
ກອງກຳລັງຫຼວງ-ກຳລັງທ້ອງຖິ່ນ ໃຫ້ຈັດຕັ້ງທີມແພດ ກວດວັດແທກອຸນນະພູມ ແລະ ຕິດຕາມສຸຂະພາບຂອງພະນັກງານ-ນັກຮົບທຸກໆວັນ, ຈັດຕັ້ງອະນາໄມ
ຕາມສໍານັກງານ, ອົງການ, ກົມກອງ ໂດຍສະເພາະຫໍພັກ, ເຮືອນຄົວ, ເຮືອນກິນລວມ ໃຫ້ສະອາດຢູ່ສະເໝີ. ພ້ອມທັງຈັດຕັ້ງໜ່ວຍງານປາບເຊື້ອ-ຂ້າເຊື້ອ,
ໜ່ວຍງານ ສືບສວນ-ສອບສວນ, ສູນວິເຄາະ ແລະ ໜ່ວຍງານສັກຢາວັກຊິນປ້ອງກັນພະຍາດໂຄວິດ-19, ລົງເຄື່ອນໄຫວເຮັດໜ້າທີ່ໃຫ້ບັນດາກົມກອງທັງ
ກຳລັງຫຼວງ ແລະ ກຳລັງທ້ອງຖິ່ນໃນທົ່ວກອງທັບ, ເກັບກຳສະຖິຕິຈຳນວນພົນທະຫານທີ່ໄດ້ຮັບການສັກຢາວັກຊິນ, ຈຳນວນຕ້ອຍຄືເກັບຕົວຢ່າງ, ສະຖານ
ທີ່ປາບເຊື້ອ ແລະ ວຽກງານສືບສວນຜູ້ທີ່ຕິດເຊື້ອ, ຈຳນວນທີ່ໄດ້ສຳຜັດ ເພື່ອລາຍງານໃຫ້ກອງເລຂາຄະນະສະເພາະກິດທຸກໆວັນ.

     ກອງປະຊຸມຍັງໄດ້ພ້ອມກັນຄົ້ນຄວ້າ ແລະ ຈັດສັນງົບປະມານດ້ານການເງິນ, ນໍ້າມັນເຊື້ອໄຟ, ພາຫານະຂົນສົ່ງ, ອຸປະກອນການແພດ ທີ່ຈະນໍາໃຊ້ໃນ
ວຽກງານປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ການແຜ່ລະບາດຂອງພະຍາດ ໂຄວິດ-19 ໃນກອງທັບໃຫ້ພຽງພໍ ແລະ ທັນເວລາ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 11/05/2021