ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 25 ຄົນ


     ອີງຕາມການລາຍງານຂອງ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ນາງ ຄຳຈັນ ວົງແສນບູນ ຮອງ
ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ
ໂຄວິດ-19 ໃນວັນທີ 10 ພຶດສະພາ ນີ້ວ່າ: ມາຮອດປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 1.327 ຄົນ (ໃໝ່ 25), ເສຍຊີວີດ 1
ຄົນ. ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວຫາຍດີ ທັງໝົດ 238 ຄົນ ( ນະຄອນຫຼວງ 5 ຄົນ ແລະ ແຂວງບໍ່ແກ້ວ 1 ຄົນ ) ແລະ ຈະໄປ
ສືບຕໍ່ຈຳກັດບໍລິເວນຢູ່ເຮືອນຈົນຄົບກຳນົດຕາມຄຳແນະນຳຂອງແພດ; ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນຕ່ລະແຂວງ ຈຳ
ນວນ 1.088 ຄົນ ລາຍລະອຽດຂອງຜູ້ຕິດເຊື້ອໃໝ່ 25 ຄົນ (ກໍລະນີຢັ້ງຢືນທີ 1.303-1.327)ມີຄື: ສຳລັບຄົນເຈັບຕິດເຊື້ອໃໝ່ມີ ນະຄອນຫຼວງ 6 ຄົນ,
ແຂວງຈໍາປາສັກ 1 ຄົນ, ບໍ່ແກ້ວ 15 ຄົນ ແລະ ແຂວງສະຫວັນນະເຂດ 3 ຄົນ. ໃນຜູ້ຕິດເຊື້ອໃໝ່ 25 ຄົນນີ້ ມີກໍລະນີນຳເຂົ້າ 5 ກໍລະນີ, ໃນນັ້ນ ຈາກ
ແຂວງສະຫວັນນະເຂດ 3 ຄົນ, ຈຳປາສັກ 1 ຄົນ ເຊິ່ງເປັນແຮງງານລາວທີ່ກັບມາ ແລະ 1 ຄົນຈາກນະຄອນຫຼວງວຽງຈັນ ເປັນຄົນຕ່າງປະເທດທີ່ມານຳຖ້ຽວ
ບີນພິເສດ, ເຫຼືອນັ້ນແມ່ນຕິດເຊື້ອພາຍໃນຊຸມຊົນທີ່ພົວພັນກັບຜູ້ຕິດເຊື້ອເກົ່າ.

     ພາຍຫຼັງ ພວກເຮົາກວດພົບຜູ້ຕິດເຊື້ອໃໝ່, ພວກເຮົາໄດ້ລົງສອບສວນ, ສອບຖາມປະຫວັດ, ຕິດຕາມຜູ້ສຳຜັດໃກ້ຊິດ ແລະ ປະຫວັດການເຄື່ອນໄຫວ
ຂອງພວກກ່ຽວ, ພາຍຫຼັງໄດ້ຂໍ້ມູນລະອຽດ ຈະແຈ້ງທາມລາຍໃຫ້ບັນດາທ່ານຮັບຊາບຕື່ມ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 11/05/2021