ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ນາຍົກລັດຖະມົນຕີ ພົບປະໂອ້ລົມ ຄະນະນຳກະຊວງປ້ອງກັນປະເທດ

     ໃນຕອນບ່າຍຂອງວັນທີ 10 ກໍລະກົດ 2017 ນີ້ສະຫາຍ ທອງລຸນ ສີສຸລິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ
ລາວ ໄດ້ພົບປະໂອ້ລົມຕໍ່ຄະນະນຳກະຊວງປ້ອງກັນປະເທດຢູ່ທີ່ສຳນັກງານກະຊວງປ້ອງກັນປະເທດ, ນະຄອນຫຼວງວຽງຈັນ, ໂດຍມີສະຫາຍພົນໂທ ຈັນສະ
ໝອນ ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍບັນດາສະຫາຍໃນຄະນະປະຈຳ, ຄະນະນຳ ແລະ
ນາຍທະຫານຂັ້ນສູງກະຊວງປ້ອງກັນປະເທດເຂົ້າຮ່ວມ.


ນາຍົກລັດຖະມົນຕີ ພົບປະໂອ້ລົມຄະນະນຳກະຊວງປ້ອງກັນປະເທດ

     ສະຫາຍລັດຖະມົນຕີກະຊວງປ້ອງກັນປະເທດໄດ້ສະຫຼຸບລາຍງານໂດຍຫຍໍ້ເຖິງສະພາບການວຽກງານຮອບດ້ານທີ່ກະຊວງປ້ອງກັນປະເທດຂຸ້ນຂ້ຽວເລັ່ງ
ຈັດຕັ້ງປະຕິບັດໃນຕະຫຼອດໄລຍະ 6 ເດືອນທີ່ຜ່ານມາ, ໂດຍສະເພາະແມ່ນວຽກຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບແລະ ເປັນລະບຽບຮຽບຮ້ອຍໃນ
ທົ່ວສັງຄົມ, ວຽກງານການເມືອງນໍາພາແນວຄິດ, ວຽກງານຫັນລົງກໍ່ສ້າງຮາກຖານການເມືອງ ແລະ ພັດທະນາຊົນນະບົດຮອບດ້ານ, ວຽກງານລ້ຽງດູທັບ
ແລະ ສຶກສາອົບຮົມທັບລ້ວນແຕ່ໄດ້ມີຜົນສໍາເລັດ ແລະ ແທດເຖິງຕົວຈິງ, ປະກອບສ່ວນສຳຄັນເຂົ້າໃນການຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດຄືປົກປັກ
ຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ນັບມື້ຮັ່ງມີເຂັ້ມແຂງຍິ່ງໆຂຶ້ນ.ໃນໂອກາດດຽວກັນນີ້ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກໍໄດ້ໃຫ້
ກຽດໂອ້ລົມ ແລະເນັ້ນໜັກຫຼາຍບັນຫາສຳຄັນໃນຂົງເຂດວຽກງານປ້ອງກັນຊາດ ເປັນຕົ້ນແມ່ນວຽກງານພັກ, ວຽກງານການເມືອງໃນຖັນແຖວຂອງກໍາລັງ
ປ້ອງກັນຊາດ ໃນໄລຍະໃໝ່, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນທົ່ວສັງຄົມ, ວຽກງານພັດທະນາຊົນນະບົດ, ຈຸດສຸມຕ່າງໆ, ວຽກງານພົວ
ພັນຮ່ວມມືກັບຕ່າງປະເທດໃນໄລຍະໃໝ່, ວຽກງານພະລາທິການກອງທັບວຽກງານພັດທະນາຊັບພະຍາກອນມະນຸດໃນກໍາລັງປ້ອງກັນຊາດ, ຕ້ອງເພີ່ມທະ
ວີ ແລະ ເອົາໃຈໃສ່ເປັນສໍາຄັນ ແລະ ພັດທະນາໃຫ້ຖືກເປົ້າໝາຍ ແລະ ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານຢ່າງຄັກແນ່, ຮັດກຸມ
ມີປະສິດທິພາບ ແລະ ທົ່ວເຖິງທຸກໆວຽກງານຕ້ອງເຮັດຢ່າງມີຈຸດສຸມ ແລະ ຕໍ່ເນື່ອງຮັບປະກັນຜົນສໍາເລັດ ທັງນີ້ກໍເພື່ອແນໃສ່ສ້າງກອງທັບປະຊາຊົນລາວ
ໃຫ້ມີແບບແຜນທັນສະໃໝ ແລະ ເຂັ້ມແຂງຮອບດ້ານກາຍເປັນກໍາແພງເພັດ ແລະ ຕັດສິນທຸກວຽກງານໃນສັງຄົມ.