ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ປາຖະກະຖາວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືຮອບດ້ານ ຄົບຮອບ 40 ປີ
ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 55 ປີ

    
ພັນເອກ ວຽງໄຊ ສົມວິຈິດ ເປັນປະທານປາຖະກະຖາວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 40 ປີ
ແລະ ວັນສ້າງຕັ້ງສາຍພົວພັນ ການທູດລາວ-ຫວຽດນາມ ຄົບຮອບ 55 ປ

     ໃນຕອນເຊົ້າຂອງວັນທີ 11 ມິຖຸນາ 2017 ນີ້, ຢູ່ກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຈັດຕັ້ງປາຖະກະຖາວັນເຊັນສົນທິສັນຍາມິດຕະ
ພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 40 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 55 ປີຂຶ້ນ. ໂດຍພາຍໃຕ້ການເປັນ
ປະທານຂອງສະຫາຍ ພັນເອກ ວຽງໄຊ ສົມວິຈິດ ເລຂາຄະນະພັກຮາກຖານ, ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ມີຄະນະພັກ-ຄະນະບັນ
ຊາກົມ, ພະແນກການ ພ້ອມດ້ວຍພະນັກງານ-ນັກຮົບພາຍໃນກົມເຂົ້າຮ່ວມຮັບຟັງ.


ພັນໂທ ອູເທບ ພົມມະເທບ ເຜີຍແຜ່ເອກະສານ ຫວນຄືນມູນເຊື້ອ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ຄົບຮອບ 40 ປີ

     ພັນໂທ ອູເທບ ພົມມະເທບ ຮອງພະແນກການເມືອງກົມວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຂຶ້ນຫວນຄືນວັນເຊັນສົນທິສັນຍາມິດຕະພາບ
ແລະ ການຮ່ວມມືຮອບດ້ານ ຍົກໃຫ້ເຫັນໄດ້ເຖິງການຮ່ວມສຳພັນສູ້ຮົບຫວຽດນາມ-ລາວ, ລາວ-ຫວຽດນາມ ໃນການຕໍ່ຕ້ານພວກລ່າເມືອງຂຶ້ນຟຣັ່ງ ແລະ
ຈັກກະພັດອາເມລິກາ ພິເສດແມ່ນໃນໄລຍະດຳເນີນການຕໍ່ສູ້ປະຕິວັດເປັນເວລາເຄິ່ງສັດຕະວັດພາຍໃຕ້ການນຳພາຂອງພັກກອມມູນິດອິນດູຈີນ, ຕໍ່ມາແມ່ນ
ພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດຫວຽດນາມ. ຄວາມຜູກພັນສາມັກຄີ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນທີ່ເປັນມູນເຊື້ອອັນດີງາມມາ
ແຕ່ດົນນານນັ້ນໄດ້ເພີ່ມຄວາມແໜ້ນແຟ້ນ ແລະ ເຕີບໃຫຍ່ ກາຍເປັນຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານຂອງສອງຊາດລາວ
ຫວຽດນາມ ໂດຍແມ່ນ ປະທານ ໂຮ່ຈີ່ມິນ, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເປັນຜູ້ລິເລີ່ມ. ຈາກນັ້ນມາການນຳແຕ່ລະຮຸ່ນຂອງ
ສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຕ່າງກໍໄດ້ເອົາໃຈໃສ່ປັບປຸງເສີມຂະຫຍາຍໃຫ້ກາຍເປັນການພົວພັນສາມັກຄີອັນບໍລິສຸດຜຸດຜ່ອງທີ່ຫາຍາກ
ໃນການພົວພັນສາກົນ ແລະ ການເປັນມໍລະດົກອັນລ້ຳຄ່າຂອງສອງຊາດລາວ-ຫວຽດນາມຕະຫຼອດມາ.


ພັນໂທ ບຸນມີ ແກ້ວວົງສາ ຜ່ານບົດສະຫຼຸບການຮ່ວມມືຊ່ວຍເຫຼືອເຊີ່ງກັນ ແລະ ກັນ ລະຫວ່າງກົມວິທະຍາສາດ-ປະຫວັດສາດ ການທະຫານ
ກັບບັນດາອົງການວິທະຍາສາດ ກະຊວງປ້ອງກັນປະເທດຫວຽດນາມ

     ພ້ອມດຽວກັນ ພັນໂທ ບຸນມີ ແກ້ວວົງສາ ຫົວໜ້າຫ້ອງການກົມດັ່ງກ່າວ ກໍໄດ້ຂຶ້ນຜ່ານບົດສະຫຼຸບການຮ່ວມມືຊ່ວຍເຫຼືອເຊີ່ງກັນ ແລະ ກັນ ລະຫວ່າງ
ກົມວິທະຍາສາດ-ປະຫວັດສາດ ການທະຫານ ກັບບັນດາອົງການວິທະຍາສາດ ກະຊວງປ້ອງກັນປະເທດຫວຽດນາມ ແຕ່ປີ 2011-ປະຈຸບັນ ຕື່ມອີກ.


ພັນເອກ ວຽໄຊ ສົມວິຈິດ ໂອ້ລົມຕໍ່ທີ່ປະຊຸມກ່ຽວກັບວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືຮອບດ້ານ
ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ

     ຕອນທ້າຍ ພັນເອກ ວຽໄຊ ສົມວິຈິດ ກໍໄດ້ໂອ້ລົມຕໍ່ທີ່ປະຊຸມ ທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງສອງວັນດັ່ງກ່າວ ພ້ອມທັງຮຽກຮ້ອງ
ໃຫ້ພະນັກງານ-ນັກຮົບຕ້ອງເຊື່ອມຊຶມກຳແໜ້ນຄວາມສາມັກຄີພິເສດລະຫວ່າງ ລາວ-ຫວຽດນາມ, ເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກ
ຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະກໍ່ແມ່ນກອງ
ທັບປະຊາຊົນລາວກັບກອງທັບປະຊາຊົນຫວຽດນາມ ທີ່ມີມູນເຊື້ອມາແຕ່ດົນແລ້ວນັ້ນ ໃຫ້ໝັ້ນຄົງທະນົງແກ່ນ ແລະ ຈະເລີນງອກງາມຕະຫຼອດໄປ.


ບັນຍາກາດພາຍໃນກອງປະຊຸມ