ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດປະກາດເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງ

     ພິທີປະກາດເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງຂອງກະຊວງປ້ອງກັນປະເທດ ຈັດຂຶ້ນໃນຕອນເຊົ້າວັນທີ 10 ສິງຫານີ້, ຢູ່ກະຊວງປ້ອງກັນປະເທດ ໂດຍ
ເປັນກຽດເຂົ້າຮ່ວມຂອງ ທ່ານ ປອ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະ
ເທດ, ມີບັນດາລັດ ຖະມົນຕີ, ຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ຫ້ອງວ່າການກະຊວງ, ບັນດາວິທະຍາຄານ ແລະ ຄະນະຈັດຕັ້ງສູນກາງພັກເຂົ້າ
ຮ່ວມ.


ທ່ານ ປອ ພັນຄຳ ວິພາວັນ ເຂົ້າຮ່ວມພິທີປະກາດເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງຂອງກະຊວງປ້ອງກັນປະເທດ

     ໃນພິທີ ທ່ານ ວັນໄຊ ພອງສະຫວັດ ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງປະທານປະເທດວ່າດ້ວຍການເລື່ອນຊັ້ນໃຫ້ນາຍ
ທະຫານຂຶ້ນພົນໂທ ເຊິ່ງປະກອບມີ: ທ່ານ ພົນຕີ ວິໄລ ຫຼ້າຄຳຟອງ, ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່
ການເມືອງກອງທັບ ແລະ ທ່ານ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເສນາທິ
ການກອງທັບ.

     ໂອກາດນີ້, ທ່ານ ປອ ພັນຄຳ ວິພາວັນ ກໍໄດ້ໂອ້ລົມຕໍ່ນາຍທະຫານຂັ້ນສູງທີ່ໄດ້ຮັບການເລື່ອນຊັ້ນໃໝ່ ແລະ ຜູ້ເຂົ້າຮ່ວມ ເຊິ່ງທ່ານໄດ້ກ່າວບາງຕອນ
ວ່າ: ໂດຍເຫັນໄດ້ພາລະບົດບາດ, ໜ້າທີ່ ແລະ ຄວາມສຳຄັນຂອງວຽກງານປ້ອງກັນຊາດໃນຊຸມປີຜ່ານມາ ພັກ-ລັດ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າໃນການປັບ
ປຸງກໍ່ສ້າງກຳລັງປະກອບອາວຸດປ້ອງກັນຊາດທັງສາມປະເພດໃຫ້ເຂັ້ມແຂງໜັກແໜ້ນ ໂດຍສະເພາະແມ່ນການປັບປຸງໂຄງປະກອບ-ການຈັດຕັ້ງ ແລະ ບຸກຄະ
ລາກອນຂອງກອງທັບປະຊາຊົນລາວ ເວົ້າສະເພາະແມ່ນຕໍ່ພະນັກງານຫຼັກແຫຼ່ງ ເພື່ອຮັບປະກັນເຮັດສຳເລັດໜ້າທີ່ການເມືອງຂອງຕົນໃນໄລຍະໃໝ່, ຕໍ່ໜ້າ
ເງື່ອນໄຂສະພາບແວດລ້ອມຂອງໂລກ ແລະ ຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່ຢູ່ປະເທດເຮົາກົມການເມືອງສູນກາງພັກ ກໍຄືລັດຖະບານຈຶ່ງ
ໄດ້ຕົກລົງຍົກລະດັບຊັ້ນບຸກຄະລາກອນທີ່ເປັນພະນັກງານຫຼັກແຫຼ່ງຂັ້ນສູງຂອງກອງທັບ ແນໃສ່ເຮັດໃຫ້ການຊີ້ນຳ-ນຳພາຂັ້ນມະຫາພາກຂອງກະຊວງປ້ອງ
ກັນປະເທດມີຄວາມໜັກແໜ້ນ, ເຂັ້ມແຂງ, ຮັບປະກັນເຮັດໃຫ້ກອງທັບ ເຮັດສຳເລັດວຽກງານການເມືອງແນວຄິດ, ຄົ້ນຄວ້າຮໍ່າຮຽນທິດສະດີມາກ-ເລ
ນິນແນວທາງນະໂຍບາຍຂອງພັກ ຕິດພັນມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ ກໍຄື 4 ໜ້າທີ່ໃຫຍ່ 26 ແຜນງານຂອງກະຊວງປ້ອງກັນປະເທດວາງ
ອອກ, ຕັ້ງໜ້າປັບປຸງກໍ່ສ້າງກຳລັງປະກອບອາວຸດປ້ອງກັນຊາດທັງ 3 ປະເພດກຳລັງໃຫ້ໜັກແໜ້ນທາງດ້ານການເມືອງແນວຄິດ ແລະ ເຂັ້ມແຂງທາງດ້ານ
ການຈັດຕັ້ງ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ, ເປັນເສົາຄ້ຳອັນ ໜັກແໜ້ນໃຫ້ແກ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເອົາ
ໃຈໃສ່ປັບປຸງແບບແຜນວິ ທີເຮັດວຽກໃຫ້ມີວິທະຍາສາດ, ປະຕິບັດຫຼັກການລວມສູນປະຊາທິປະໄຕ ເຮັດວຽກເປັນໝູ່ຄະນະແບ່ງວຽກໃຫ້ບຸກຄົນຮັບ
ຜິດຊອບ, ສ້າງແບບແຜນດຳລົງຊີວິດປອດໃສຂາວສະອາດ ແລະ ມີວິໄນເຂັ້ມງວດ.