ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະກາດແຕ່ງຕັ້ງພະນັກງານບັນຊາກົມລົດຕັງ-ຍານເກາະ ແລະ ກອງພັນໃຫຍ່ 661


ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຕີຖະມົນ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ເສນາທິການກອງທັບ ​ເປັນ​ປະທານ

     ວັນທີ 7 ສິງຫາ 2020 ນີ້, ໄດ້ມີພິທີປະກາດແຕ່ງຕັ້ງພະນັກງານບັນຊາກົມລົດຕັງ-ຍານເກາະ ແລະ ກອງພັນໃຫຍ່ 661 ຂຶ້ນທີ່ ສະໂມສອນ ກອງພັນໃຫຍ່ 661 ໂດຍ
ພາຍໃຕ້ການເປັນປະທານຂອງ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຕີຖະມົນ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມໃຫຍ່ເສນາທິການ
ກອງທັບ, ມີສະຫາຍ ພົນຈັດຕະວາ ບົວວັນ ບຸດທະຈັນໂທ ກຳມະການຄະນະພັກອົງການກົມໃຫຍ່ ຫົວໜ້າ ກົມລົດຕັງ-ຍານເກາະ ກົມໃຫ່ຍເສນາທິການກອງທັບ, ຄະນະ
ພັກຫ້ອງວ່າການ ກະຊວງປ້ອງກັນປະເທດ, ກົມພະນັກງານ ກົມໃຫ່ຍການເມືອງກອງທັບ, ຄະນະພັກ-ຄະນະບັນຊາ, ພະນັກງານ-ນັກຮົບເຂົ້າຮ່ວມ.

     ສະຫາຍ ພັນເອກ ໂສພາວັນ ທຳມະເທວາ ຮອງຫົວໜ້າ ກົມພະນັກງານ ກົມໃຫ່ຍການເມືອງກອງທັບໄດ້ຂຶ້ນຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການ
ຍົກຍ້າຍ ແລະ ແຕ່ງຕັ້ງນາຍທະຫານໄປຮັບໜ້າທີ່ໃໝ່ຢູ່ ກົມລົດຕັງ-ຍານເກາະ ກົມໃຫ່ຍເສນາທິການກອງທັບ ໂດຍອີງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ
ວ່າດ້ວຍການແຕ່ງຕັ້ງ, ຍົກຍ້າຍນາຍທະຫານ, ອີງຕາມທິດທາງກ່ຽວກັບການປັບປຸງບູລະນະກົງຈັກ ການຈັດຕັ້ງນຳພາ-ບັນຊາ ໃນກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກ
ແໜ້ນ ຮອບດ້ານ ເພື່ອເຮັດສຳເລັດໜ້າທີ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ອີງຕາມໜັງສືສະເໜີຂອງ ກົມໃຫ່ຍການເມືອງກອງທັບເຊິ່ງ ກະຊວງປ້ອງ
ກັນປະເທດ ຕົກລົງຍົກຍ້າຍ ສະຫາຍ ພັນເອກ ສາຍລົມ ໄຊຍະສຸກ ຫົວໜ້າ ການທະຫານກອງພັນໃຫຍ່ 66 ໄປຮັບໜ້າທີ່ໃໝ່ຢູ່ ກົມລົດຕັງ-ຍານເກາະ ກົມໃຫ່ຍເສນາທິ
ການກອງທັບ, ແຕ່ງຕັ້ງ ສະຫາຍ ພັນເອກ ສາຍລົມ ໄຊຍະສຸກ ເປັນຮອງຫົວໜ້າ ກົມລົດຕັງ-ຍານເກາະ ກົມໃຫ່ຍເສນາທິການກອງທັບ, ຂໍ້ຕົກລົງຂອງ ກະຊວງປ້ອງກັນປະ
ເທດ ວ່າດ້ວຍການແຕ່ງຕັ້ງຄະນະບັນຊາກອງພັນໃຫຍ່ 661, ແຕ່ງຕັ້ງບັນດາ ຫົວໜ້າ ແລະ ຮອງ ຫົວໜ້າ ກອງພັນໃຫຍ່ 661, ຕົກລົງແຕ່ງຕັ້ງ ສະຫາຍ ພັນເອກ ຄຳປານ
ແພງພັນ ເປັນຫົວໜ້າ ການເມືອງ, ສະຫາຍ ພັນເອກ ບຸນປອນ ລົມພະຈັນ ເປັນ ຫົວໜ້າ ການທະຫານ, ສະຫາຍ ພັນໂທ ບຸນທະວີ ລ້ວນບຸດສະດີ ເປັນຮອງຫົວໜ້າ ການ
ເມືອງ ທັງເປັນ ຫົວໜ້າ ພະແນກການເມືອງ, ສະຫາຍ ພັນໂທ ສົມຊາຍ ວົງຄຳຊາວ ເປັນຮອງ ຫົວໜ້າ ການທະຫານ ທັງເປັນ ຫົວໜ້າ ພະແນກເສນາທິການ, ຂໍ້ຕົກລົງຂອງ
ກົມ ໃຫຍ່ການເມືອງກອງທັບ ຕົກລົງແຕ່ງຕັ້ງບັນດາຮອງ ຫົວໜ້າ ພະແນກ ແລະ ຫົວໜ້າ ພະແນກກອງ ພັນທີ່ຂຶ້ນກັບ ກອງພັນໃຫຍ່ 661 ແຕ່ງຕັ້ງ ສະຫາຍ ພັນໂທ ພູວົງ
ທິບມະຈອນ ເປັນ ຫົວໜ້າ ພະແນກຍຸດໂທ ກົມລົດຕັງ-ຍານເກາະ, ແຕ່ງຕັ້ງ ສະຫາຍ ພັນໂທ ສູນທະ ລາໄຊຍະຈັກ ເປັນ ຫົວໜ້າ ການເມືອງກອງພັນ 161, ສະຫາຍ ພັນຕີ
ທອງສີ ສີສະຫວັດ ເປັນຮອງຫົວໜ້າ ພະແນກເສນາທິການ ແລະ ສະຫາຍ ຮ້ອຍເອກ ອຸ່ນເຮືອນ ດາລາທິບ ເປັນຮອງພະແນກການເມືອງ.

     ໃນໂອກາດນີ້, ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ໄດ້ໂອ້ລົມ ແລະ ເນັ້ນໜັກຫຼາຍບັນຫາສຳຄັນຕໍ່ຜູ້ທີ່ໄດ້ຮັບການແຕ່ງຕັ້ງ ແລະ ໄປຮັບໜ້າທີ່ໃໝ່ ຈົ່ງຍົກສູງຄວາມ
ຮັບຜິດຊອບໜ້າທີ່ການເມືອງຂອງຕົນ ທີ່ໄດ້ຮັບມອບໝາຍດ້ວຍຄວາມຮັບຜິດຊອບສູງ ແລະ ມີຜົນສຳເລັດ, ເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດເປັນ
ບັນຫາສຳຄັນໃຫ້ມີຄຸນສົມບັດສິນທຳປະຕິວັດ ແລະ ມີຄຸນທາດການເມືອງໜັກແໜ້ນ ເພື່ອພ້ອມກັນຈັດຕັ້ງນຳພາປັບປຸງກອງທັບໃຫ້ເຂົ້າສູ່ລະບຽບແບບແຜນທັນສະໄໝ
ເທື່ອລະກ້າວ.