ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມອບ-ຮັບ ປຶ້ມປົກຂາວ ​ໃຫ້​ຫໍສະໝຸດ ກົມວິທະຍາສາດ-ປະຫວັດສາດການທະຫານ


ພິທີມອບ-ຮັບປຶ້ມປົກຂາວ

     ພິທີ ມອບ-ຮັບ ປຶ້ມປົກຂາວ ວຽກງານນະໂຍບາຍປ້ອງກັນຊາດ ຊຸດທີ V ປີ 2021 ໄດ້ຈັດຢູ່ຫໍສະໝຸດ ກົມວິທະຍາສາດ-ປະຫວັດສາດ ການທະຫານ
ກະຊວງປ້ອງກັນປະເທດ, ກ່າວມອບໂດຍ ສະຫາຍ ພັນຕີ ເດດສຸລິຍາ ດວງດາລາ ຕາງໜ້າ ພະແນກຍຸດທະສາດ ຜູ້ຮັບຜິດຊອບໃນການຈັດພິມ ແລະ ຈຳ
ໜ່າຍໂຄງການ ຜະລິດ ແລະ ຈັດພິມປຶ້ມປົກຂາວຍຸດທະສາດປ້ອງກັນຊາດ ແລະ ກ່າວຮັບໂດຍ ສະຫາຍ ພັນໂທ ນາງ ກິ່ງຄຳ ໄຊຍະເພັງ ຮອງຫົວໜ້າ ພະ
ແນກຂໍ້ມູນ-ຂ່າວສານ ຜູ້ຊີ້ນຳຫໍສະໝຸດ, ມີພະນັກງານວິຊາການທັງສອງພາກສ່ວນ ເຂົ້າຮ່ວມ.

     ປຶ້ມປົກຂາວດັ່ງກ່າວ, ມີເນື້ອໃນເປັນປຶ້ມຂຽນເປັນພາສາລາວ ເວົ້າກ່ຽວກັບວຽກງານນະໂຍບາຍປ້ອງກັນຊາດຂອງກອງທັບ ປະຊາຊົນລາວມີຈຳນວນ
80 ຫົວ ທີ່ພະແນກຍຸດທະສາດເປັນຜູ້ຜະລິດ ແລະ ມີພິທີມອບໃຫ້ ກະຊວງປ້ອງກັນປະເທດ ແລ້ວມອບຕໍ່ໃຫ້ພາກສ່ວນກ່ຽວຂ້ອງ ຈັດຕັ້ງມອບໃຫ້ຫໍສະ
ໝຸດແຕ່ລະກົມ ກອງໄປເປັນຂໍ້ມູນອ້າງອີງໃຫ້ນັກຮຽນນັກສຶກສາພະນັກງານ-ນັກຮົບ ໄດ້ສຶກສາຄົ້ນຄວ້າຮໍ່າຮຽນ ເພື່ອເປັນແນວທາງປ້ອງກັນຊາດຂອງກອງ
ທັບປະຊາຊົນລາວ, ປະກອບມີ 77 ໜ້າ, ໄດ້ຈັດພິມຈໍາໜ່າຍເປັນຊຸດທີ 5 ຕາມແນວທາງຂອງພັກ ໂດຍສະເພາະນະໂຍບາຍປ້ອງກັນຊາດຂອງ ກອງທັບປະ
ຊາຊົນລາວ ເພື່ອໃຫ້ຄົນລາວ ແລະ ຊາວຕ່າງປະເທດ ໂດຍສະເພາະປະເທດສະມາຊິກອາຊຽນໄດ້ຮັບຮູ້ແນວທາງປ່ຽນແປງໃໝ່ຂອງພັກ, ຂອງກອງທັບປະຊາ
ຊົນລາວ ໃນສະພາບການປັດຈຸບັນເປັນຂໍ້ມູນພື້ນຖານປະກອບເຂົ້າໃນການຄົ້ນຄວ້າສຶກສາຮ່ຳຮຽນ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 11/08/2021