ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄະນະຜູ້ແທນ ສປປ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມ ຄັ້ງທີ 7
ຂອງລັດພາຄີສົນທິສັນຍາເກືອດຫ້າມລະເບີດລູກຫວ່ານ

     ໃນລະຫວ່າງວັນທີ 4-6 ກັນຍາ 2017, ທີ່ຫ້ອງການອົງການສະຫະປະຊາຊາດ ນະຄອນເຊີແນວ, ປະເທດສະວິດ, ກອງປະຊຸມຄັ້ງທີ 7 ຂອງລັດພາຄີ
ສົນທິສັນຍາ ວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານໄດ້ຈັດຂຶ້ນໂດຍພາຍໃຕ້ການເປັນປະທານຂອງປະເທດເຢຍລະມັນ ເຊິ່ງມີຜູ້ຕາງໜ້າຈາກບັນດາປະ
ເທດລັດພາຄີ, ປະເທດທີ່ໄດ້ລົງນາມໃນສົນທິສັນຍາ, ປະເທດສັງເກດການ, ບັນດາອົງການເຄືອຂ່າຍ ສປຊ ແລະ ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະບານເຂົ້າ ຮ່ວມຫຼາຍກວ່າ 100 ຄະນະ.


ຄະນະຜູ້ແທນ ສປປ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມ ຄັ້ງທີ 7 ຂອງລັດພາຄີສົນທິສັນຍາເກືອດຫ້າມລະເບີດລູກຫວ່ານ

     ຄະນະຜູ້ແທນຂອງ ສປປ ລາວ ນຳໂດຍທ່ານຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ ແລະ ຄະນະປະກອບດ້ວຍທ່ານຜູ້ອໍານວຍ
ການຄະນະກຳມະການແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກ (ຄຊກລ) ແລະ ຫົວໜ້າໂຄງການເກັບກູ້ລະເບີດແຫ່ງຊາດ (ຄກລ) ໄດ້ເຂົ້າ
ຮ່ວມ ແລະ ຜັດປ່ຽນກັນປະກອບຄຳເຫັນຢ່າງຕັ້ງໜ້າໃນຫົວຂໍ້ຕ່າງໆທີ່ ສປປ ລາວ ຖືເປັນບູລິມະສິດ ເປັນຕົ້ນແມ່ນການເຮັດໃຫ້ສົນທິສັນຍາດັ່ງກ່າວ
ຖືກບັງຄັບໃຊ້ໃນລະດັບສາກົນ, ການກວດກູ້-ທຳລາຍລະເບີດລູກຫວ່ານ ແລະ ສຶກສາການຫຼຸດຜ່ອນຄວາມສ່ຽງ, ການຊ່ວຍເຫຼືອຜູ້ເຄາະຮ້າຍ, ການຮ່ວມ
ມື ແລະ ຊ່ວຍເຫຼືອຂອງສາກົນ ແລະ ການຈັດຕັ້ງປະຕິ ບັດສົນທິສັນຍາໃນລະດັບປະເທດ. ໃນໂອກາດກອງປະຊຸມຄັ້ງນີ້ຄະນະຜູ້ແທນ ສປປ ລາວ ຮ່ວມ
ກັບອົງການ ສປຊ ເພື່ອການພັດທະນາ ແລະ ສະຫະພາບເອີຣົບຍັງໄດ້ຮ່ວມຈັດກອງປະຊຸມສະເພາະແບບບໍ່ເປັນທາງການ (side event) ໃນຫົວຂໍ້ “ບັນ
ຫາລະເບີດບໍ່ທັນແຕກໃນ ສປປ ລາວ” (The Story of Unexploded Ordnance in the Lao PDR) ເພື່ອແຈ້ງຄວາມຄືບໜ້າຂອງການຈັດຕັ້ງ
ປະຕິບັດພັນທະຂອງຕົນພາຍໃຕ້ສົນທິສັນຍາດັ່ງກ່າວໃນຖານະເປັນປະເທດພາຄີ ແລະ ເປັນໜຶ່ງໃນບັນດາປະເທດທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ຈາກ
ລະເບີດລູກຫວ່ານ ໂດຍສະເພາະບັນຫາລະເບີດຍັງບໍ່ທັນແຕກຕົກຄ້າງທີ່ຍັງສືບຕໍ່ສ້າງຜົນກະທົບຮ້າຍແຮງ ແລະ ເປັນອຸປະສັກກີດຂວາງການພັດທະນາຢູ່
ສປປ ລາວ. ສປປ ລາວ ຮຽກຮ້ອງໃຫ້ສາກົນເພີ່ມທະວີການຮ່ວມມື ແລະ ຊ່ວຍເຫຼືອແກ່ບັນດາປະເທດທີ່ໄດ້ຮັບຜົນກະທົບໃນຄວາມພະຍາຍາມດັ່ງກ່າວ
ເຊິ່ງໄດ້ຮັບຄວາມສົນໃຈຈາກບັນດາປະເທດລັດພາຄີ, ປະເທດຜູ້ໃຫ້ທຶນ, ປະເທດທີ່ໄດ້ຮັບຜົນກະທົບ ແລະ ອົງການຈັດຕັ້ງສາກົນຕ່າງໆເປັນຈໍານວນຫຼາຍ.

     ລັດຖະບານ ສປປ ລາວ ໄດ້ຖືເອົາວຽກງານແກ້ໄຂຜົນກະທົບຂອງລະເບີດບໍ່ທັນແຕກເປັນບູລິມະສິດແຫ່ງຊາດ ໂດຍໄດ້ກໍານົດໃຫ້ວຽກງານແກ້ໄຂບັນ
ຫາລະເບີດບໍ່ທັນແຕກຕົກຄ້າງເປັນເປົ້າໝາຍເພື່ອການພັດທະ ນາແບບຍືນຍົງແຫ່ງຊາດສະເພາະຂອງ ສປປ ລາວ (SDG 18) ພາຍໃຕ້ຫົວຂໍ້ “ຊີວິດທີ່ປັດ
ສະຈາກລະເບີດບໍ່ທັນແຕກ”. ໃນໂອກາດກອງປະຊຸມລັດພາຄີໃນຄັ້ງນີ້ ສປປ ລາວ ໄດ້ຮັບເລືອກໃຫ້ເປັນປະເທດຜູ້ປະສານງານ ໃນວຽກງານກວດກູ້ພາຍ
ໃຕ້ຂອບການປະຕິບັດສົນທິສັນຍາດັ່ງກ່າວໃນສົກປີ 2017-2019 ຮ່ວມກັບປະເທດເນເທີແລນ. ສຳລັບກອງປະຊຸມຄັ້ງທີ 8 ຂອງລັດພາຄີສົນທິສັນຍາ
ເກືອດຫ້າມລະເບີດລູກຫວ່ານແມ່ນປະເທດນີກາລາກົວ ຈະເປັນປະທານ.