ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະຊວງປ້ອງກັນປະເທດ ປະກາດການເລື່ອນຊັ້ນນາຍທະຫານຂຶ້ນເປັນພົນຈັດຕະວາ 9 ສະຫາຍ

     ກະຊວງປ້ອງກັນປະເທດ ໄດ້ປະກາດການເລື່ອນຊັ້ນນາຍທະຫານ ພັນເອກຂຶ້ນເປັນພົນຈັດຕະວາ 9 ສະ ຫາຍ ແລະ ເລື່ອນຊັ້ນ ພັນໂທຂຶ້ນພັນເອກ
ຈໍານວນ 1 ສະຫາຍ ໃນຕອນເຊົ້າວັນທີ 10 ກັນຍາ 2018 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ພົນໂທ ຈັນສະໝອນ
ຈັນຍາລາດ ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີການນໍາກະຊວງ, ຫົວໜ້າກົມ, ຮອງກົມ, ຫ້ອງວ່າການກະຊວງ,
ບັນດາວິທະຍາຄານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.


ພົນໂທ ຈັນສະໝອນ ຈັນຍາລາດ ເຂົ້າຮ່ວມປະກາດການເລື່ອນຊັ້ນນາຍທະຫານຂຶ້ນເປັນພົນຈັດຕະວາ 9 ສະຫາຍ

     ໃນພິທີ ທ່ານ ພົນຈັດຕະວາ ວົງສອນ ອິນປານພິມ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນ
ຜ່ານລັດຖະດໍາລັດຂອງປະທານປະເທດ ວ່າດ້ວຍການເລື່ອນຊັ້ນໃຫ້ນາຍທະຫານຂັ້ນພັນເອກຂຶ້ນເປັນພົນຈັດຕະວາ ເຊິ່ງປະກອບມີ: ພັນເອກ ຈວງຈັນ
ລາດຊະວົງ ຫົວໜ້າການ ເມືອງກອງບັນຊາການທະຫານແຂວງບໍລິຄໍາໄຊ, ພັນເອກ ພັນແສງ ບຸນພັນ ຫົວໜ້າການເມືອງກອງພົນທີ 2, ພັນເອກ ບຸນມາ
ວົງດາລາແສນ ຫົວໜ້າການເມືອງກອງບັນຊາການທະຫານແຂວງວຽງຈັນ, ພັນເອກ ອິນແກ້ວ ມະນີຈັນ ຫົວໜ້າການທະຫານກອງບັນຊາການທະຫານ
ແຂວງຫຼວງນໍ້າທາ, ພັນເອກ ບຸນຊູ ດວງຄໍາມີ ຫົວໜ້າການເມືອງກອງບັນຊາການທະຫານແຂວງຫຼວງພະບາງ, ພັນເອກ ສົມແຄນ ອັບປະສອນ ຫົວໜ້າ
ການເມືອງ ກອງບັນຊາການທະຫານແຂວງຄໍາມ່ວນ, ພັນເອກ ສຸລິນພອນ ຄໍາພະຈັນ ຫົວໜ້າການເມືອງກອງບັນຊາການທະຫານແຂວງຫົວພັນ, ພັນເອກ
ສອນທອງ ແກ້ວລໍຄໍາ ຫົວໜ້າກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ແລະ ພັນເອກ ສົມໃຈ ເພັດທະວົງສີ ຫົວໜ້າກົມເຊື້ອໄຟ ກົມໃຫຍ່ພະລາທິການ
ກອງທັບ ແລະ ດໍາລັດຂອງນາຍົກ ລັດຖະມົນຕີວ່າດ້ວຍການເລື່ອນຊັ້ນ ພັນໂທ ເຟືອງໄຊ ມີລາກົງ ຫົວໜ້າພະ ແນກການເມືອງ ແລະ ຄວາມໝັ້ນຄົງອາ
ຊຽນ ກົມພົວພັນຕ່າງປະເທດຂຶ້ນເປັນພັນເອກ.

     ໂອກາດນີ້, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ກໍໄດ້ເນັ້ນໜັກຕໍ່ນາຍທະຫານຜູ້ທີ່ໄດ້ຮັບການເລື່ອນຊັ້ນໃໝ່ຈົ່ງເພີ່ມທະວີຄວາມຮັບຜິດຊອບສູງ
ຕໍ່ໜ້າທີ່ການເມືອງຂອງຕົນ ເພາະວ່າການເລື່ອນຊັ້ນນີ້ແມ່ນເປັນການມອບໝາຍໜ້າທີ່ຂຶ້ນຕື່ມອີກກ້າວໜຶ່ງ, ພ້ອມທັງຮຽກຮ້ອງໃຫ້ບັນດາສະຫາຍສືບຕໍ່
ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນນາຍທະຫານທີ່ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ດໍາລົງຊີວິດປອດໃສຂາວສະອາດ,
ພ້ອມນັ້ນ ກໍສືບຕໍ່ປັບປຸງແບບແຜນວິທີເຮັດວຽກໃຫ້ດີຂຶ້ນກວ່າເກົ່າ, ມີຈິນຕະນາການ, ປັບປຸງແບບແຜນວິທີເຮັດວຽກແບບມີວິທະຍາສາດແທດເໝາະກັບ
ສະພາບຕົວຈິງສຸມໃສ່ຊີ້ນຳ-ນຳພາ ປັບປຸງກໍ່ສ້າງກົມກອງ ກໍຄືກອງທັບໃຫ້ໜັກແໜ້ນເຂັ້ມແຂງກາຍເປັນກອງທັບປະຕິວັດມີແບບແຜນ ແລະ ທັນສະໄໝ.