ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີມອບ-ຮັບໂຄງການກໍ່ສ້າງໂຮງຮຽນທະຫານຊາຍແດນ 712 ກອງທັບປະຊາຊົນລາວ

     ໂຄງການກໍ່ສ້າງໂຮງຮຽນທະຫານຊາຍແດນ 712 ໄລຍະທີ 1 ຂອງກອງທັບປະຊາຊົນລາວ, ເປັນໂຄງການໜຶ່ງທີ່ໄດ້ຮັບການຊ່ວຍເຫຼືອລ້າຈາກກະຊວງ
ປ້ອງກັນປະເທດ ສສ ຫວຽດນາມ ດ້ວຍວົງເງິນ 125 ຕື້ດົງ (ສະກຸນເງິນຫວຽດນາມ), ເຊິ່ງໄດ້ເລີ່ມລົງມືການກໍ່ສ້າງມາແຕ່ວັນທີ 5 ກຸມພາ 2016 ໂດຍ
ແມ່ນກຸ່ມບໍລິສັດ 36 ຫວຽດນາມ, ບໍລິສັດ ໂກເອໂກ ເຂດ 4 ຂອງກະຊວງປ້ອງກັນປະເທດແຫ່ງ ສສ ຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ ປັດຈຸບັນໂຄງ
ການໄດ້ສໍາເລັດ 100%, ດັ່ງນັ້ນມາໃນຕອນເຊົ້າວັນທີ 10 ຕຸລາ 2017 ຈຶ່ງໄດ້ຈັດພິທີມອບ-ຮັບຂຶ້ນຢ່າງເປັນທາງການ ຢູ່ທີ່ບ້ານສາມັກຄີໄຊ ຄຸ້ມສົມສະ
ອາດ ເມືອງທ່າພະບາດ ແຂວງບໍລິຄຳໄຊ, ໂດຍການໃຫ້ກຽດເຂົ້າຮ່ວມຂອງສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດຖະມົນ
ຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ສະຫາຍ ຫງວຽນ ແທ່ງ ຕຸ່ງ ອຸປະທູດ ສສ ຫວຽດນາມປະຈຳລາວ, ສະຫາຍ ຄຳເຜີຍ
ແກ້ວກິ່ນນາລີ ຮອງປະທານຜູ້ປະຈຳການຮ່ວມມື ລາວ-ຫວຽດນາມ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງຂອງ 2 ກອງທັບປະຊາຊົນ ລາວ-ຫວຽດນາມ ແລະ
ແຂກທີ່ຖືກເຊີນເຂົ້າຮ່ວມ.


ພົນໂທ ສຸວອນ ເລືອງບຸນມີ ເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງໂຮງຮຽນທະຫານຊາຍແດນ 712 ກອງທັບປະຊາຊົນລາວູ່

     ສະຫາຍ ພັນໂທ ເຈຶ້ອງ ກົງ ທິ້ງ ຫົວໜ້າອຳນວຍການບໍລິສັດ 36 ຫວຽດນາມປະຈຳລາວ ຂຶ້ນກ່າວມອບໂຄງການກໍ່ສ້າງໂຮງຮຽນທະຫານຊາຍແດນ
712 ໄລຍະທີ 1 ໃຫ້ກົມທະຫານຊາຍແດນເປັນຜູ້ຄຸ້ມຄອງນຳໃຊ້, ພ້ອມທັງລາຍງານການກໍ່ສ້າງໂຄງການໃຫ້ຮູ້ວ່າ: ໂຄງການດັ່ງກ່າວກະຊວງປ້ອງກັນປະ
ເທດແຫ່ງ ສປປ ລາວ ໄດ້ມອບໃຫ້ກົມທະຫານຊາຍແດນກົມໃຫຍ່ເສນາທິການກອງທັບເປັນເຈົ້າຂອງໂຄງການ ເພື່ອສົມທົບ ກັບຝ່າຍຫວຽດນາມຈັດ
ຕັ້ງປະຕິບັດໂຄງການ. ຕໍ່ມາໃນວັນທີ 9 ພະຈິກ 2015 ກົມທະຫານຊາຍແດນໄດ້ເຊັນສັນຍາຮັບເໝົາກໍ່ສ້າງກັບກຸ່ມບໍລິສັດ 36 ຫວຽດນາມ, ບໍລິສັດ
ໂກເອໂກ ເຂດ 4 ຂອງກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ແລະ ໄດ້ລົງມືດຳເນີນການກໍ່ສ້າງຕົວຈິງໃນວັນທີ 5 ກຸມພາ 2016 ເປັນຕົ້ນມາ.
ເຖິງປັດຈຸບັນ ລວມມີ 16 ລາຍການກໍ່ສ້າງ, ຕະຫຼອດໄລຍະທີ່ບໍລິສັດຜູ້ຮັບເໝົາໄດ້ດຳເນີນການກໍ່ສ້າງໂຄງການ, ຄະນະຮັບຜິດຊອບໂຄງການກໍ່ສ້າງ (ກົມ
ທະຫານຊາຍແດນ) ໄດ້ຈັດຕັ້ງວິຊາການກໍ່ສ້າງຈາກກົມໃຫຍ່ເສນາທິການ ກອງທັບ, ກອງບັນຊາການທະຫານແຂວງບໍລິຄຳໄຊ ເຂົ້າຮ່ວມຕິດຕາມຢ່າງໃກ້
ຊິດ, ພ້ອມກັນນັ້ນຍັງໄດ້ລົງກວດກາຊຸກຍູ້ ແລະ ປະເມີນຜົນການກໍ່ສ້າງເປັນແຕ່ໄລຍະ, ລວມທັງກວດກາຄັ້ງສຸດທ້າຍໃນວັນທີ 2 ຕຸລາ 2017 ຂອງຄະ
ນະຮັບຜິດຊອບໂຄງການດັ່ງກ່າວຕາມແຜນການທີ່ໄດ້ກໍານົດໄວ້, ເຮັດໃຫ້ໂຄງການກໍ່ສ້າງສຳ ເລັດຢ່າງຈົບງາມ ແລະ ມີຄຸນນະພາບດີ, ເຊິ່ງໂຮງຮຽນທະ
ຫານຊາຍແດນ 712 ແຫ່ງນີ້ ແມ່ນໜຶ່ງໃນບັນດາໂຮງຮຽນວິຊາສະເພາະຂອງກອງທັບປະຊາຊົນລາວ ເຊິ່ງໄດ້ລົງເລິກທາງດ້ານວິຊາສະເພາະເຫຼົ່າຮົບທະຫານ
ຊາຍແດນ, ເປັນແມ່ພິມໃນການກໍ່ສ້າງຖັນແຖວພະນັກງານ-ນັກຮົບທາງດ້ານວິຊາສະເພາະຊາຍແດນໃຫ້ມີຄວາມຮູ້, ຄວາມສາມາດຕອບສະໜອງໃຫ້ກົມ
ກອງ-ເຫຼົ່າຮົບໃນສະເພາະໜ້າ ແລະ ຍາວນານ ເພື່ອປະກອບສ່ວນເຂົ້າໃນການປົກປັກຮັກສາເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບ
ຖ້ວນຂອງຊາດໄວ້ໃຫ້ໝັ້ນຄົງ.

     ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ຫົວໜ້າກົມທະຫານຊາຍແດນກົມໃຫຍ່ເສນາທິການກອງທັບປະຊາຊົນລາວ ໄດ້ຂຶ້ນກ່າວຮັບໂຄງການກໍ່ສ້າງ
ໂຮງຮຽນທະຫານຊາຍແດນ 712 ຂອງກອງທັບປະຊາຊົນລາວ ທັງຢືນຢັນວ່າຈະຄຸ້ມຄອງປົກປັກຮັກສານໍາໃຊ້ໃຫ້ເກີດປະໂຫຍດສູງສຸດ.