ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມໃຫຍ່ເສນາທິການກອງທັບ ລົງກວດກາຊຸກຍູ້
ແລະ ການຫັດແອບສວນສະໜາມຢູ່ກອງພັນ 513

     ໃນຕອນເຊົ້າຂອງວັນທີ 5 ຕຸລາ 2018 ນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວ
ໜ້າກົມໃຫຍ່ເສນາທິການກອງທັບ ໄດ້ລົງກວດກາຊຸກຍູ້ການຈັດຕັ້ງອົບຮົມຫັດແອບສວນສະໜາມຢູ່ກອງພັນ 513 ທະຫານນະຄອນຫຼວງວຽງຈັນ ເພື່ອ
ກະກຽມໃຫ້ແກ່ການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ເຊິ່ງໃຫ້ການຕ້ອນຮັບໂດຍ ທ່ານ ພົນຈັດຕະວາ ສີພອນ ຈັນສົມ
ວົງ ຫົວໜ້າການເມືອງກອງບັນຊາການທະຫານນະຄອນຫຼວງວຽງຈັນ, ມີຄະນະພັກ-ຄະນະບັນຊາພາຍໃນກົມກອງດັ່ງກ່າວ ແລະ ພາກສ່ວນທີ່ກ່ຽວຂ້ອງ
ເຂົ້າຮ່ວມ.


ພົນໂທ ສຸວອນ ເລືອງບຸນມີ ລົງກວດກາຊຸກຍູ້ການ ຈັດຕັ້ງອົບຮົມຫັດແອບສວນສະໜາມ
ຢູ່ກອງພັນ 513 ທະຫານນະຄອນຫຼວງວຽງຈັນ

     ໂອກາດດັ່ງກ່າວ, ພັນເອກ ສີ ທະວີໄຊ ຫົວໜ້າການທະຫານກອງບັນຊາການທະຫານນະຄອນຫຼວງວຽງຈັນ ກໍໄດ້ລາຍງານຫຍໍ້ການຈັດຕັ້ງເຝິກຊ້ອມ
ຫັດແອບກຳລັງສວນສະໜາມໃນໄລຍະຜ່ານມາ ເຊິ່ງຄະນະພັກ-ຄະນະກອງບັນຊາການທະຫານນະຄອນຫຼວງວຽງຈັນໄດ້ປະຕິບັດຕາມແຜນການຂອງຂັ້ນເທິງ
ເປັນຕົ້ນແມ່ນໄດ້ຈັດຕັ້ງເຊື່ອມຊຶມເປັນເອກະພາບພາຍໃນຢ່າງເລິກເຊິ່ງ ແລະ ໄດ້ຕົກລົງໃຫ້ກອງພັນ 513 ທະຫານນະຄອນຫຼວງວຽງຈັນເປັນກຳລັງຮັບຜິດ
ຊອບເຂົ້າຮ່ວມສວນສະໜາມ ຕາງໜ້າກ້ອນກຳລັງກອງຫຼອນຕາມການແບ່ງປັນຂອງຂັ້ນເທິງ, ພ້ອມນັ້ນຍັງໄດ້ສ້າງແຜນການຈັດຕັ້ງຄະນະຊີ້ນຳ, ຄະນະຮັບ
ຜິດຊອບກຳລັງ, ຄູເຝິກ ແລະ ພາກສ່ວນຮັບປະກັນຕ່າງໆ ເພື່ອຮັບປະກັນໃຫ້ແກ່ການຈັດຕັ້ງອົບຮົມ-ຫັດແອບສວນສະໜາມໃນຄັ້ງນີ້ໄດ້ຮັບຜົນເປັນຢ່າງດີ,
ໃນໄລຍະຜ່ານມາແມ່ນໄດ້ເລີ່ມຈັດຕັ້ງອົບຮົມ-ຫັດແອບແຕ່ຕົ້ນເດືອນ 7 ປີ 2018 ເປັນຕົ້ນມາ, ເຊິ່ງໄດ້ຄັດເລືອກບຸກຄະລາກອນ ແລະ ເອກະພາບຄືນບາງ
ບັນຫາທີ່ມີການປ່ຽນແປງຕາມການເອກະພາບຂອງກົມອົບຮົມ ກົມໃຫຍ່ເສນາທິການກອງທັບວາງອອກ ແລະ ໄດ້ກຳນົດສະຖານທີ່ຫັດແອບແມ່ນເອົາຄ້າຍ
ຂອງກອງພັນ 513, ການເຝິກຊ້ອມແມ່ນໄດ້ເນັ້ນໜັກໃສ່ການຫັດແອບເຕັກນິກບຸກຄົນ ຫຼື ຈັງຫວະພື້ນຖານຂອງບຸກຄົນ, ຈັດຕັ້ງຫັດແອບປະສານອຸປະ
ກອນ ເປັນຕົ້ນການຈັດລະດັບຜຽກ, ໃຊ້ຮາວ, ກາລະບາດ ແລະ ອື່ນໆ, ເນັ້ນການຫັດແອບເປັນຄູ່ຈົນຮອດຫັດແອບແຖວຂວາງ ແລະ ປະສານສຽງເສບ
ຕ່າງໆ, ຫັດແອບລວມກ້ອນປະ ສານສຽງເສບເນັ້ນຮູບແຖວຂວາງ ແລະ ຮູບແຖວຕັ້ງ ພ້ອມທັງດັດແປງຈັງຫວະໃນການເດີນຂອງກ້ອນໃຫ້ເອກະພາບ,
ພ້ອມກັນນັ້ນກໍຈະໄດ້ເອົາໄປປະສານຢູ່ເດີ່ນຂອງກອງບັນຊາການທະຫານນະຄອນຫຼວງວຽງຈັນ ຫຼື ເດີ່ນກອງພັນໃຫຍ່ 11 ຈາກນັ້ນຈະໄດ້ນຳເອົາກຳລັງ
ເຂົ້າຮ່ວມປະສານລວມຢູ່ສະໜາມວິທະຍາຄານກົມມະດຳຕາມແຜນການຂອງຂັ້ນເທິງ.

     ໂອກາດນີ້, ທ່ານ ພົນໂທ ສຸວອນ ເລືອງບຸນມີ ກໍໄດ້ເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂ້ັນຈົ່ງພ້ອມກັນເອົາໃຈໃສ່ລົງໃກ້ຊິດຕິດແທດຊີ້ນຳ-ນຳ
ພາບັນດາກຳລັງສວນສະໜາມໃນຄັ້ງນີ້ຢ່າງທົ່ວເຖິງ ໂດຍປຸກລະດົມໃຫ້ເຂົາເຈົ້າມີຄວາມອົດທົນຜ່ານຜ່າຕໍ່ອຸປະສັກນາໆ, ເອົາໃຈໃສ່ເຝິກຊ້ອມຢ່າງເຂັ້ມງວດ
ເພື່ອກຽມພ້ອມປະກອບສ່ວນເຂົ້າໃນການສວນສະໜາມສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ ໃຫ້ມີບັນຍາກາດຄຶກຄື້ນ.