ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ເນັ້ນໃຫ້ ຄະນະພັກ-ຄະນະບັນຊາ
ທະຫານແຂວງ ຫຼວງນ້ຳທາ ​ເປັນ​ເຈົ້າການ​ຜັນ​ຂະຫຍາຍ​ມັດ​ຕິ X ຂອງພັກ


     ໃນໂອກາດທີ່ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງ ສູນກາງພັກ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ພ້ອມດ້ວຍ ຄະນະນໍາກະ
ຊວງ, ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ກອງບັນຊາການທະຫານແຂວງຫຼວງນ້ຳທາໃນ ວັນທີ 9 ຕຸລານີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໃຫ້ຄະ
ນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງຫຼວງນ້ຳທາ ຈົ່ງພ້ອມກັນສຸມໃສ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ຍຸດທະສາດພັດທະນາເສດຖະ
ກິດ-ສັງຄົມ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 8, ເພື່ອສູ້ຊົນພັດທະນາປະເທດຊາດ ໃຫ້ຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ, ກ້າວສູ່
ປະເທດພັດທະນາທີ່ມີລາຍຮັບປານກາງຫາສູງຕາມທິດພັດທະນາສີຂຽວ ແລະ ຍືນຍົງ, ພ້ອມດຽວກັນນັ້ນກໍສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ 3 ຂັ້ນຂອງ
ພັກ ແລະ ຜົນສຳເລັດ ການສະເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 70 ປີ ດ້ວຍບັນຍາກາດຟົດຟື້ນກວ້າງຂວາງ, ເປັນເຈົ້າການຈັດຕັ້ງປະຕິບັດແນວ
ທາງນະໂຍບາຍຂອງພັກ ແລະ ວຽກງານຈຸດສຸມຂອງກະຊວງປ້ອງກັນປະເທດ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ, ເພື່ອຮັບປະກັນສະຖຽນລະພາບທາງດ້ານການ
ເມືອງ, ມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ກໍຄືທ້ອງຖິ່ນແກ້ໄຂຄວາມທຸກຍາກຂອງປະຊາຊົນ ພ້ອມທັງເນັ້ນໃຫ້ພະນັກງານຫຼັກແຫຼ່ງຕ້ອງເປັນ ເສ
ນາທິການໃຫ້ ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນທາງດ້ານ ວຽກງານສຶກສາອົບຮົມການເມືອງນຳພາແນວຄິດເປັນຫຼັກ, ສ້າງໃຫ້ພະນັກງານ-ນັກຮົບ, ມີຄຸນທາດການເມືອງ
ໜັກແໜ້ນ, ມີຄຸນສົມບັດສີນທຳປະຕິວັດ, ກ້າເຮັດກ້າຕັດສີນໃຈບົນພື້ນຖານ ລວມສູນປະຊາທິປະໄຕ ເຮັດວຽກເປັນໝູູ່ຄະນະບຸກຄົນຮັບຜິດຊອບ, ເອົາໃຈໃສ່ຫັນລົງກໍ່ສ້າງ
ຮາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດໝາຍໄປຄຽງຄູ່ກັບການສຶກສາອົບຮົມພໍ່ແມ່ປະຊາຊົນ ໃຫ້ເຂົ້າໃຈຕໍ່ແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງ
ຊົນຮອບດ້ານຕາມແນວທາງນະໂຍບາຍ ຂອງພັກໃນໄລຍະໃໝ່. ເອົາໃຈໃສ່ປັບປຸງພື້ນຖານກົມກອງຂອງຕົນ ໃຫ້ນັບມື້ເຕີບໃຫຍ່ເຂັ້ມແຂງກ້າວຂຶ້ນຕາມທິດສ້າງ ກອງທັບ
ປະຕິວັດ ທີ່ມີແບບແຜນ ແລະ ທັນສະໄໝຂຶ້ນຢ່າງບໍ່ຢຸດຢັ້ງ.