ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມວິທະຍາສາດ-ປະຫວັດສາດ ການ​ທະຫານ ທົດ​ລອງ​ປະສິດ​ທິພາບ​ເສື້ອ​ກັນ​ກະສຸນ


ກົມ ວິທະຍາສາດ-ປະຫວັດສາດ ການທະຫານ ທົດລອງປະສິດທິພາບເສື້ອເກາະກັນກະສຸນ ຢ​ູ່ ກອງພັນ​199 ຄັ້ງ ວັນ​ທີ 10|11|2020

     ວັນທີ 10 ພະຈິກ 2020 ນີ້, ກົມວິທະຍາສາດ-ປະຫວັດສາດ ການທະຫານ ກອງທັບ ໄດ້ຈັດການທົດລອງປະສິດທິພາບເສື້ອເກາະກັນກະສຸນ ຄັ້ງທີ I
ໂດຍການເຂົ້າຮ່ວມຮັບຊົມຂອງສະຫາຍ ພົນໂທ ປອ ທອງລອຍ ສີລິວົງ ກຳມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າ ກົມ
ໃຫຍ່ ການເມືອງກອງທັບ, ມີບັນດາ ສະຫາຍ ຕາງໜ້າຈາກ ກະຊວງປ້ອງກັນຄວາມຫງົບ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ພ້ອມດ້ວຍຄະນະພັກ-
ຄະນະບັນຊາກົມ, ກອງ, ຕະຫຼອດຮອດພະນັກງານວິຊາການທີ່ກ່ຽວຂອງ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ວຽງໄຊ ສົມວິຈິດ ຫົວໜ້າ ກົມວິທະຍາສາດ-ປະຫວັດສາດ ການທະຫານກອງທັບ ໄດ້ໃຫ້ຮູ້ວ່າ: ວຽກງານການຄົ້ນຄວ້າວິທະ
ຍາສາດເຕັກໂນໂລຊີຂອງ ກົມວິທະຍາສາດການທະຫານ ກໍແມ່ນວຽກງານໜຶ່ງທີ່ ຄະນະພັກ-ຄະນະບັນຊາ ພວກເຮົາຖືເປັນສຳຄັນ ແລະ ເອົາໃຈໃສ່ເປັນພິ
ເສດ, ໃນໄລຍະ ຜ່ານມາພະນັກງານວິຊາການດ້ານວຽກງານເຕັກໂນໂລຊີ ກໍໄດ້ເຮັດສຳເລັດໜ້າທີ່ການເມືອງຂອງຕົນ ຕາມການມອບໝາຍຂອງຂັ້ນເທິງ
ໄດ້ເປັນຢ່າງດີ ມາຮອດປັດຈຸບັນ, ໂດຍປະຕິບັດຕາມຂໍ້ຕົກລົງຂອງ ກະຊວງປ້ອງກັນ ປະເທດ ວ່າດ້ວຍການອະນຸມັດໃຫ້ດຳເນີນການຄົ້ນຄວ້າເສື້ອເກາະກັນ
ກະສຸນ ເພື່ອຮັບໃຊ້ໃນການກຽມພ້ອມສູ້ຮົບ ແລະ ສູ້ຮົບຕົວຈິງ.

     ໂຄງການຄົ້ນຄວ້າຄັ້ງນີ້ ຄະນະພັກ-ຄະນະບັນຊາ ກົມໄດ້ເອົາໃຈໃສ່ຊີ້ນຳ-ນຳພາຢ່າງໃກ້ຊິດຕິດແທດ ກັບພະນັກງານວິຊາການທີ່ກ່ຽວຂ້ອງໃນການຄົ້ນ
ຄວ້າ, ເຮັດການທົດລອງຍິງຕົວຈິງ ແລະ ປັບປຸງຄືນໃນຫຼາຍໆຄັ້ງ. ດັ່ງນັ້ນ, ພວກເຮົາສາມາດຜະລິດ ເສື້ອເກາະກັນກະສຸນ ທີ່ນຳມາທົດລອງໃນຄັ້ງນີ້ມີ 2
ປະເພດຄື: ເສື້ອເກາະກັນກະສຸນປະເພດປືນສັ້ນ K45 ເຊິ່ງສາມາດປ້ອງກັນປືນສັ້ນໄດ້ເກືອບທຸກຊະນິດ ແລະ ເສື້ອເກາະກັນກະສຸນປະເພດອາວຸດປືນເຫຼັກ
ຢາວ AK. ໃນນີ້, ເສື້ອເກາະກັນກະສຸນຜືນໜຶ່ງປະກອບມີແຜ່ນເກາະ 2 ແຜ່ນ ( ທາງໜ້າ1ແຜ່ນ ແລະ ທາງຫຼັງ1 ແຜ່ນ ) ໃນນີ້ແຜ່ນເກາະປ້ອງກັນປືນສັ້ນ
ທັງສອງປະເພດມີຂະໜາດ 26x31 ຊັງຕີ​ແມັດ, ມີນ້ຳໜັກ 1,8 ກິໂລກຣາມ, ສ່ວນເກາະປ້ອງກັນອາວຸດປືນເຫຼັກຍາວມີນ້ຳໜັກ 2,8 ກິໂລກຣາມ. ພ້ອມ
ນີ້ ກົມວິທະຍາສາດ-ປະຫວັດສາດ ການທະຫານກອງທັບ ຍັງໄດ້ສະແດງບັນດາຜົນງານປະດິດຕ່າງໆ ທີ່ຄິດຄົ້ນໃນໄລຍະຜ່ານມາຕື່ມອີກ.