ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫົວໜ້າກົມໃຫຍ່ພະລາທິການກອງທັບ ລົງກວດກາຊຸກຍູ້
ວຽກງານຮັບປະກັນດ້ານພະລາທິການຢູ່ກອງພັນໃຫຍ່ 279

     ໃນວັນທີ 30 ພະຈິກ 2017 ຜ່ານມານີ້, ທ່ານ ພົນຕີ ວົງຄໍາ ພົມມະກອນ ກຳມະການຄະນະປະຈໍາພັກກະຊວງ ຫົວໜ້າກົມໃຫຍ່ພະລາທິການກອງທັບ
ພ້ອມດ້ວຍຄະນະໄດ້ລົງກວດກາຊຸກຍູ້ວຽກງານຮັບປະກັນດ້ານພະລາທິການ ຢູ່ກອງພັນໃຫຍ່ 279 ເພື່ອກະຕຸກຊຸກຍູ້ ແລະ ຫັນກອງພັນໃຫຍ່ດັ່ງກ່າວໄປສູ່
ລະບຽບແບບແຜນຢ່າງຕັ້ງໜ້າ ແລະ ເຄື່ອນໄຫວຢ່າງຖືກທິດ, ມີປະສິດທິພາບນັບມື້ສູງຂຶ້ນຕາມທິດນໍາຂອງກົມໃຫຍ່ພະລາທິການກອງທັບ ກໍຄືກະຊວງປ້ອງ
ກັນປະເທດວາງອອກ.


ພົນຕີ ວົງຄໍາ ພົມມະກອນ ລົງກວດກາຊຸກຍູ້ວຽກງານຮັບປະກັນດ້ານພະລາທິການຢູ່ກອງພັນໃຫຍ່ 279

     ພັນໂທ ພູວົງ ໄຊຍະບຸນທາ ຫົວໜ້າພະແນກພະລາທິການກອງພັນໃຫຍ່ 279 ໄດ້ລາຍງານກ່ຽວກັບການ ເຄື່ອນໄຫວເຮັດວຽກງານຮັບປະກັນດ້ານພະ
ລາທິການທົ່ວກອງພັນໃຫຍ່ 279 ໂດຍສະເພາະແມ່ນວຽກງານຮັບປະກັນການແກ້ໄຂຊິວິດການເປັນຢູ່ຂອງພະນັກງານ-ນັກຮົບພາຍໃນກົມກອງ ກໍ່ຄືວຽກ
ງານຜະລິດຕາມທິດ 4 ປູກ, 4 ລ້ຽງ ແລະ ວຽກງານສ້າງລາຍຮັບ, ວຽກງານປັບປຸງກໍ່ສ້າງພື້ນຖານໂຄງລ່າງຕ່າງໆ ເພື່ອຮັບປະກັນດ້ານວຽກງານເສນາຮັກ,
ວຽກງານຄຸ້ມຄອງ-ຮັກສາ ແລະ ນໍາໃຊ້ອຸປະກອນຕ່າງໆດ້ານພະລາທິການ ແລະ ອື່ນໆເຊິ່ງເຫັນວ່າມີທັງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກລວມທັງມີຂໍ້ຈໍາກັດຫຼາຍ
ດ້ານ ສັງຮວມແລ້ວເຫັນວ່າວຽກງານຮັບປະກັນດ້ານພະລາທິການທົ່ວກອງພັນໃຫຍ່ 279 ມີປະສິດທິພາບດີຂຶ້ນເປັນກ້າວໆ.

     ໃນໂອກາດດັ່ງກ່າວ, ທ່ານ ພົນຕີ ວົງຄໍາ ພົມມະກອນ ໄດ້ໃຫ້ທິດຊີ້ນຳຫຼາຍປະເດັນທີ່ສຳຄັນ ຕໍ່ຄະນະພັກ-ຄະນະບັນຊາ ແລະ ພະນັກງານທີ່ຮັບຜິດຊອບ
ຂະແໜງການຕ່າງໆດ້ານວຽກງານພະລາທິການໃນກົມກອງໃຫ້ຫັນເຂົ້າສູ່ລະບຽບແບບແຜນທີ່ສ້າງໃຫ້ເກີດປະສິດທິພາບສູງກວ່າເກົ່າ.