ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ໜ່ວຍພັກຫ້ອງການກົມໃຫຍ່ພະລາທິການກອງທັບ ສຳເລັດກອງປະຊຸມໃຫຍ່ຄັ້ງທີ I

     ໃນວັນທີ 7 ທັນວາ 2018 ນີ້, ໜ່ວຍພັກຫ້ອງການກົມໃຫຍ່ພະລາທິການກອງທັບ ໄດ້ເປີດກອງປະຊຸມໃຫຍ່ຄັ້ງທີ I ຂຶ້ນ, ໂດຍພາຍໃຕ້ການເປັນປະທານຂອງສະຫາຍ
ພົນຈັດຕະວາ ປອ ວົງສັກ ພັນທະວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ເຂົ້າຮ່ວມກອງປະຊຸມມີຄະນະປະຈຳພັກ
ອົງການກົມໃຫຍ່, ເລຂາ-ຮອງເລຂາໜ່ວຍພັກ, ຄະນະໜ່ວຍພັກ, ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.


ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່

     ພັນໂທ ຄຳແຫວນ ຫຼ້າບົວມະຫາໄຊ ເລຂາໜ່ວຍພັກ ຫົວໜ້າຫ້ອງການກົມໃຫຍ່ພະລາທິການກອງທັບ ໄດ້ຂຶ້ນຜ່ານບົດລາຍງານການເມືອງທັງສອງພາກ ຜ່ານການ
ຊີ້ນຳ-ນຳພາຂອງໜ່ວຍພັກໃນຊຸມປີຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນວຽກງານຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນວຽກງານເຮັດໃຫ້ສະພາບມີຄວາມສະຫງົບ, ພະນັກງານ-ສະມາຊິ
ພັກມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທຳລາຍຂອງສັດຕູ, ເປັນເຈົ້າການເຮັດໜ້າທີ່ເປັນເສນາທິການໃຫ້ແກ່ກົມໃຫຍ່ເສນາທິການກອງທັບຖືເອົາວຽກງານສຶກສາອົບຮົມ
ການເມືອງ, ນຳພາແນວຄິດເປັນກົກ ແລະ ສອດຫ້ອຍເຂົ້າທຸກຂົງເຂດວຽກງານ, ປະຕິບັດລະບອບດຳເນີນຊີວິດການເມືອງຂັ້ນຈຸ-ໜ່ວຍເປັນປົກກະຕິ, ສະມາຊິກພັກທຸກສະ
ຫາຍມີແນວຄິດອຸ່ນອຽນທຸ່ນທ່ຽງ, ບຸກບືນຕໍ່ໜ້າທີ່ວຽກງານ, ມີຄວາມສາມັກຄີເປັນປຶກແຜ່ນມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ ແລະ ວິຊາການດ້ານຕ່າງໆ,
ປະຕິບັດ 5 ຫຼັກການ 3 ທິດນຳຂອງພັກ, ຖືເອົາການຍົກສູງຄຸນນະພາບເປັນຕົ້ນຕໍ ແລະ ດ້ານປະລິມານເປັນສຳຄັນ ໂດຍຕິດພັນກັບຂະບວນກໍ່ ສ້າງໜ່ວຍພັກປອດໃສ,
ເຂັ້ມແຂງ, ໜັກແໜ້ນ, ປັດຈຸບັນພາຍໃນໜ່ວຍພັກມີສະມາຊິກພັກທັງໝົດ 36 ສະຫາຍ, ຍິງ 11 ສະຫາຍ, ສຳຮອງ 1 ສະຫາຍ, ສະມາຊິກພັກແຂງຮອບດ້ານ 100%,
ກົມກອງໄດ້ຮັບການຢັ້ງ ຢືນເປັນໜ່ວຍພັກແຂງ-ຮູ້ນຳພາຮອບດ້ານ 3 ສະໄໝຕິດຕໍ່ກັນ ແລະ ໄດ້ຮັບການຢັ້ງຢືນເປັນກົມກອງ 3 ປອດ ປະເພດ 1, ເອົາໃຈໃສ່ຊຸກຍູ້ອົງການ
ຈັດຕັ້ງມະຫາຊົນຂອງພັກ, ຊາວໜຸ່ມ-ແມ່ຍິງໄດ້ເຄື່ອນໄຫວຕາມພາລະບົດບາດຢ່າງເປັນຂະບວນການຟົດຟື້ນຕໍ່ເນື່ອງ, ໃນໄລຍະ 4 ປີຜ່ານມາສາມາດສ້າງລາຍຮັບເຂົ້າຄັງ
ລວມໄດ້ທັງໝົດ 157.000.000 ກີບ, ມີງົວລ້ຽງ 49 ໂຕ, ຊຸກຍູ້ບັນດາຄອບຄົວປະຕິບັດທິດນຳເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຕາມ
ເງື່ອນໄຂຕົວຈິງເຮັດໃຫ້ແຕ່ລະຄອບຄົວມີພໍຢູ່ພໍກິນ, ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະໜ່ວຍພັກຊຸດໃໝ່ ໂດຍສາມາດເລືອກໄດ້ ພັນໂທ ຄຳແຫວນ ຫຼ້າບົວມະ
ຫາໄຊ ເປັນເລຂາໜ່ວຍພັກ, ພັນໂທ ບຸນກ່ຳ ພິມພົງພັນ ເປັນຮອງເລຂາໜ່ວຍພັກ, ພັນໂທ ບຸນມີ ວິເສດສິນ, ພັນໂທ ເພັດນຸລົມ ນຸມອນສິນ, ພັນໂທ ອິນທະພອນ ວໍຣະວົງ
ເປັນກຳມະການໜ່ວຍພັກ.

     ໂອກາດນີ້, ທ່ານ ພົນຈັດຕະວາ ປອ ວົງສັກ ພັນທະວົງ ໄດ້ມີຄຳເຫັນໂອ້ລົມຊີ້ທິດເຍືອງທາງຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ໃນຄັ້ງນີ້: ກ່ອນອື່ນທ່ານໄດ້ກ່າວສະແດງ
ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຜົນສຳເລັດທີ່ບັນດາສະຫາຍຍາດມາໄດ້ໃນຊຸມປີຜ່ານມາຈົນມີຜົນສຳເລັດຈົບງາມ, ຮຽກຮ້ອງມາຍັງພະນັກງານ-ສະມາ ຊິກພັກ, ເອົາ
ໃຈໃສ່ຍົກສູງຄວາມຮັບຜິດຊອບຂອງຕົນເຂົ້າໃນໜ້າທີ່ວຽກງານວິຊາສະເພາະຢ່າງເຂັ້ມງວດ ມີຄວາມຈົ່ງຮັກພັກດີຕໍ່ພັກ-ລັດ, ກອງທັບ, ຖືເອົາການຕຳນິຕິຊົມກໍ່ສ້າງຊ່ວຍ
ເຫຼືອເຊິ່ງກັນ ແລະ ກັນ, ມີນຳ້ໃຈຊື່ ສັດບໍລິສຸດຕໍ່ພັກ-ລັດ, ຕໍ່ປະເທດຊາດ ແລະ ປະຊາຊົນ, ເອົາໃຈໃສ່ເຊື່ອມຊຶມ, ມະຕິ, ຄຳສັ່ງຂອງຂັ້ນເທິງຢ່າງເຂ້ັມງວດ, ໂດຍສະເພາະຄະ
ນະພັກຊຸດໃໝ່ຈົ່ງພ້ອມກັນເອົາໃຈໃສ່ສືບຕໍ່ເພີ່ມທະວີວຽກງານສຶກສາອົບຮົມການ ເມືອງນຳພາແນວຄິດເປັນກົກ, ມີຄວາມສາມັກຄີພາຍໃນໝູ່ຄະນະ, ແບບແຜນວິທີນຳ
ພາບົນພື້ນຖານຫຼັກການລວມສູນປະຊາທິປະໄຕ, ສາມາດນຳພາໜ່ວຍພັກກ້າວຂຶ້ນໄປໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນຕະຫຼອດໄປ ແລະ ເຮັດສຳເລັດທຸກໜ້າທີ່ການ
ເມືອງທີ່ພັກ-ລັດປະຊາຊົນມອບໝາຍໃຫ້ຢ່າງຈົບງາມ.