ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ເປີດຂະບວນການແຂ່ງຂັນກີລາມວນຊົນ ປະຈຳປີ 2016

     ໃນວັນທີ 29 ພະຈິກ 2016 ນີ້, ກົມໃຫຍ່ເສນາທິການກອງທັບ ໄດ້ເປີດຂະບວນການແຂ່ງຂັນກີລາມວນຊົນ ປະຈຳປີ 2016 ຂຶ້ນ, ໂດຍການເປັນ
ກຽດເຂົ້າຮ່ວມຂອງ ທ່ານ ພົນຈັດຕະວາ ສິງສະຫວັດ ພົມມະສັກ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີບັນດາສະຫາຍຫົວໜ້າກົມ, ຮອງກົມ,
ຫ້ອງການ, ຄະນະພັກ-ຄະນະບັນຊາ ແລະນັກກີລາທົ່ວກົມກອງ, ເຫຼົ່າຮົບທີ່ຂຶ້ນກັບກົມໃຫຍ່ເສນາທິການກອງທັບເຂົ້າຮ່ວມຢ່າງເປັນ ຂະບວນຟົດຟື້ນ.

                                
                                                        ພົນຈັດຕະວາ ສິງສະຫວັດ ພົມມະສັກ ເປັນປະທານເປີດຂະບວນການແຂ່ງຂັນກີລາມວນຊົນປະຈຳປີ 2016

     ໂອກາດນີ້ ສະຫາຍ ພັນໂທ ຄຳຄູ່ ອິນທິລາດ ຫົວໜ້າພະແນກຊາວໜຸ່ມກົມໃຫຍ່ເສນາທິການກອງທັບກໍໃຫ້ຮູ້ວ່າ: ຈຸດປະສົງຂອງການເປີດຂະບວນ
ການແຂ່ງຂັນກີລາມວນຊົນໃນຄັ້ງນີ້, ເພື່ອເປັນການສ້າງຂະບວນການດ້ານຕ່າງໆທົ່ວກົມໃຫຍ່ເສນາທິການກອງທັບ ທັງນີ້ກໍເພື່ອເປັນການຂໍ່ານັບຮັບຕ້ອນ
ວັນຊາດທີ 2 ທັນວາຄົບຮອບ 41 ປີ, ວັນສ້າງຕັ້ງກອງທັບຄົບຮອບ 68 ປີ ແລະວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບ ຮອບ 96 ປີ ໃຫ້
ເຕັມໄປດ້ວຍບັນຍາກາດອັນຄືກຄື້ນເບີກບານມ່ວນຊື່ນ ເຊິ່ງປະເພດກີລາທີ່ເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ມີ 03 ປະເພດກີລາ: ມີ 5 ລາຍການຄື: ກີລາເປ
ຕັງຮຸ່ນອາວຸໂສ, ກີລາເປຕັງຮຸ່ນໜຸ່ມທົ່ວໄປ, ບານສົ່ງ ຊາຍ, ບານສົ່ງຍິງ ແລະກະຕໍ້ຫວາຍ, ກີລາເປຕັງຮຸ່ນອາວຸໂສ ມີ 51 ທິມ, ກີລາເປຕັງຮຸ່ນໜຸ່ມທົ່ວ
ໄປ 54 ທິມ, ກີລາບານສົ່ງຊາຍ 27 ທິມ, ກີລາບານສົ່ງຍິງ 10 ທິມ ແລະ ກີລາກະຕ້ໍຫວາຍ ມີ 16 ທິມ.