ປະກາດການຈັດຕັ້ງໃນກອງບັນຊາການທະຫານແຂວງໄຊສົມບູນ
ໃນວັນທີ 10 ມັງກອນ 2018 ຜ່ານມານີ້, ຢູ່ທີ່ສະໂມສອນກອງພັນໃຫຍ່ 101 ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຈັດພິທີປະກາດການ
ຈັດຕັ້ງ ພາຍໃຕ້ການເຂົ້າຮ່ວມເປັນປະທານຂອງ ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວ
ໜ້າກົມໃຫຍ່ການເມືອງກອງທັບ, ມີທ່ານ ປອ ພົນຕີ ທອງລອຍ ສີລິວົງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງໄຊສົມບູນ, ມີຄະນະພັກ-ຄະ
ນະບັນຊາອົງການ 5 ຫ້ອງ, ກົມກອງອ້ອມຂ້າງ, ພະແນກການ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ພົນໂທ ວິໄລ ຫຼ້າຄໍາຟອງ ເປັນປະທານພິທີປະກາດການຈັດຕັ້ງໃນກອງບັນຊາການທະຫານແຂວງໄຊສົມບູນ
ໃນພິທີ ພັນເອກ ພູມີ ດາລາເພັດ ຮອງຫົວໜ້າກົມພະນັກງານ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸຍາດໃຫ້ນາຍທະ
ຫານຢູ່ກອງບັນຊາການທະຫານແຂວງໄຊສົມບູນພັກການເພື່ອກຽມຮັບບໍານານ; ຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍອາຍຸກະສຽນ
ຂອງນາຍທະຫານ ແລະ ອີງຕາມການຄົ້ນຄວ້າເຫັນດີເປັນເອກະພາບຂອງຄະນະປະຈໍາພັກກະຊວງປ້ອງກັນປະເທດ ໄດ້ຕົກລົງໃຫ້ ພັນເອກ ບຸນວຽງ ໄຊເສົາ
ຢ່າ ຫົວໜ້າການເມືອງກອງບັນຊາການທະຫານແຂວງໄຊສົມບູນ ພັກການເພື່ອຮັບເບ້ຍບໍານານ ແລະ ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍ
ການແຕ່ງຕັ້ງຮັກສາການຫົວໜ້າການເມືອງ ກອງບັນຊາການທະຫານແຂວງໄຊສົມບູນ; ກະຊວງປ້ອງກັນປະເທດຕົກລົງ, ແຕ່ງຕັ້ງ ພັນໂທ ຈັນທີ ວັນລາວົງ
ຫົວໜ້າຫ້ອງການປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງໄຊສົມບູນ ຂຶ້ນຮັກສາການເປັນຫົວໜ້າ ການເມືອງກອງບັນຊາການທະຫານແຂວງໄຊສົມ
ບູນ.
ໂອກາດດັ່ງກ່າວ ທ່ານ ພົນໂທ ວິໄລ ຫຼ້າຄໍາຟອງ ກໍໄດ້ໃຫ້ການໂອ້ລົມຕໍ່ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ເຊິ່ງທ່ານໄດ້ເນັ້ນໜັກໃຫ້ຍົກສູງຄວາມຮັບຜິດຊອບ
ການເມືອງ ແລະ ພາລະບົດບາດການຊີ້ນໍາບັນຊາຂອງຕົນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ໂດຍສະເພາະແມ່ນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີ
ປະສິດທິພາບສູງ; ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງ-ແນວຄິດໃຫ້ເຂັ້ມແຂງ; ມີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ; ປັບປຸງ ແບບແຜນວິທີ
ເຮັດວຽກລວມສູນປະຊາທິປະໄຕໃນໝູ່ຄະນະແບ່ງໃຫ້ບຸກຄົນຮັບຜິດຊອບ ເພື່ອເຮັດສໍາເລັດໜ້າທີ່ການເມືອງ ທີ່ພັກ-ລັດ ກໍຄືການຈັດຕັ້ງຂັ້ນເທິງມອບ
ໝາຍໃຫ້ໄດ້ເປັນຢ່າງດີ.