ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທະຫານແຂວງບໍລິຄຳໄຊປະກາດການຈັດຕັ້ງຂັ້ນນຳພາ -​ ບັນຊາ


ໂດຍການເປັນ ປະທານຂອງ ສະຫາຍພົນຈັດຕະວາ ວົງສອນ ອິນປານພີມ ກຳມະການ ຄະນະປະຈຳພັກ
ກະຊວງປ້ອງກັນປະເທດຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ

     ວັນທີ 8 ມັງກອນ 2021 ນີ້, ກອງບັນຊາການທະຫານແຂວງ ບໍລິຄຳໄຊ ໄດ້ປະກາດການຈັດຕັ້ງຂັ້ນນຳພາ-ບັນຊາ ໂດຍການເປັນ ປະທານຂອງ ສະ
ຫາຍ ພົນຈັດຕະວາ ວົງສອນ ອິນປານພີມ ກຳມະການ ຄະນະປະຈຳພັກ ກະຊວງປ້ອງກັນປະເທດ ຮອງຫົວໜ້າ ກົມໃຫຍ່ການເມືອງກອງທັບ, ມີ ສະຫາຍ
ພົນຈັດຕະວາ ຈວງຈັນ ລາດຊະວົງ ກຳມະການ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ບໍລິຄຳໄຊ, ມີ
ກົມພະນັກງານ, ຄະນະພັກກອງບັນຊາການ, ຄະນະ ຫ້ອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ໃນທົ່ວອົງການ 5 ຫ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.

     ສະຫາຍ ພັນເອກ ໂສພາວັນ ທຳມະເທວາ ຮອງຫົວໜ້າ ກົມພະນັກງານ ກົມໃຫຍ່ການເມືອງ ກອງທັບ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະ
ເທດ ສະບັບເລກທີ 5445/ກປທ, ລົງວັນທີ 9 ທັນວາ 2020 ວ່າດ້ວຍການຍົກຍ້າຍນາຍທະຫານ ຢູ່ກອງບັນຊາການທະຫານແຂວງ ບໍລິຄຳໄຊ ໄປຮັບ
ໜ້າທີ່ໃໝ່ ຢູ່ເບື້ອງລັດ, ກະຊວງປ້ອງກັນປະເທດ ຕົກລົງຍົກຍ້າຍ ສະຫາຍ ພັນເອກ ຄຳແພນ ວິລືທຳ ກຳມະການພັກແຂວງ ຫົວໜ້າຫ້ອງເສນາທິການ ທະ
ຫານແຂວງ ບໍລິຄຳໄຊ ໄປຮັບໜ້າທີ່ໃໝ່ ຢູ່ເມືອງວຽງທອງ ແລະ ຂໍ້ຕົກລົງ ຂອງກະຊວງປ້ອງກັນປະເທດ ສະບັບເລກທີ 4230/ກປທ, ລົງວັນທີ 2 ພະຈິກ
2020 ວ່າດ້ວຍການແຕ່ງຕັ້ງ ຄະນະກອງບັນຊາການ ແລະ ຄະນະຫ້ອງຂອງກອງບັນຊາການທະຫານແຂວງ ບໍລິຄຳໄຊ, ກະຊວງປ້ອງກັນປະເທດ ຕົກລົງແຕ່ງ
ຕັ້ງ ສະຫາຍ ພັນໂທ ພິດາວັນ ພີມເຮືອງສີ ຫົວໜ້າຫ້ອງການ ບໍລິຫານ ເປັນຫົວໜ້າຫ້ອງເສນາທິການ, ສະຫາຍ ພັນໂທ ຈັນນີ ສີສຸກ ຮອງຫົວໜ້າຫ້ອງ
ການເມືອງ ເປັນຫົວໜ້າຫ້ອງການບໍລິຫານ ແລະ ແຕ່ງຕັ້ງ ສະຫາຍ ພັນໂທ ບຸນຍັງ ລໍສິມມາ ຮອງຫົວໜ້າຫ້ອງເຕັກນິກ ເປັນຮອງຫົວໜ້າຫ້ອງການເມືອງ,
ຈາກນັ້ນ ສະຫາຍ ພັນເອກ ຄຳແພນ ວິລືທຳ ກໍໄດ້ຂຶ້ນກ່າວມອບໜ້າທີ່ຫົວໜ້າຫ້ອງເສນາທິການ ໃຫ້ຜູ້ໃໝ່ ແລະ ສະຫາຍ ພັນໂທ ພິດາວັນ ພີມເຮືອງສີ
ກໍໄດ້ຂຶ້ນກ່າວມອບໜ້າໜ້າທີ່ຫົວໜ້າຫ້ອງການບໍລິຫານ ໃຫ້ຜູ້ໃໝ່, ພ້ອມທັງ ເຊັນບົດບັນທຶກ ການມອບຮັບໜ້າທີ່ ລະຫວ່າງຫົວໜ້າຫ້ອງເສນາທິການ
ຜູ້ເກົ່າ-ຜູ້ໃໝ່ ແລະ ຫົວໜ້າ ຫ້ອງການບໍລິຫານ ຜູ້ເກົ່າ-ຜູ້ໃໝ່ ໂດຍການຊ້ອງໜ້າ ແລະ ເຂົ້າຮ່ວມ ເປັນສັກຂີພະຍານ ຂອງ ສະຫາຍ ພົນຈັດຕະວາ ວົງສອນ
ອິນປານພີມ ແລະ ສະຫາຍ ພົນຈັດຕະວາ ຈວງຈັນ ລາດຊະວົງ ພ້ອມພາກສ່ວນກ່ຽວຂ້ອງ.

     ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ວົງສອນ ອິນປານພີມ ກໍໄດ້ໂອ້ລົມ ກ່ອນອື່ນສະຫາຍໄດ້ຍົກໃຫ້ເຫັນຄວາມຈຳເປັນພາວະວິໃສ, ຄວາມໝາຍ
ຄວາມສຳຄັນ, ໃນການປັບປຸງການຈັດຕັ້ງ ແລະ ການຊັບຊ້ອນປ່ຽນແທນ, ແມ່ນກົດເກນ ໃນການປັບປຸງກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ຮັບ
ປະກັນ ໃຫ້ເຮັດສຳເລັດໜ້າທີ່ ການເມືອງ ໃນໄລຍະໃໝ່ ຂອງພັກ, ພ້ອມທັງເນັ້ນໜັກໃຫ້ພະນັກງານ ຜູ້ທີ່ໄດ້ຖືກຊັບຊ້ອນປ່ຽນແທນ ແລະ ຮັບໜ້າທີ່ໃໝ່
ຕ້ອງເອົາໃຈໃສ່ປະຕິບັດສິດໜ້າທີ່ພາລະບົດບາດຂອງຕົນທີ່ຂັ້ນເທິງມອບໝາຍໃຫ້ ດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ຮັດແໜ້ນຄວາມສາ ມັກຄີພາຍ
ໃນ ພາຍນອກ ໃຫ້ແໜ້ນແຟ້ນ ເຮັດວຽກແບບລວມສູນ ປະຊາທິປະໄຕ ເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນ, ເອົາໃຈໃສ່ເຮັດໜ້າທີ່ວຽກງານ
ການເມືອງ ໂດຍຖືເອົາການສຶກສາອົບຮົມການເມືອງ ນຳພາແນວຄິດເປັນສຳຄັນ, ສືບຕໍ່ປົກປັກຮັກສາ ແລະ ເສີມຂະຫຍາຍມູນເຊື້ອ ອັນດີງາມຂອງກອງທັບ
ກໍຄືຂອງ ກົມກອງໃຫ້ດີ, ປັບປຸງຍົກລະດັບ ພາລະບົດບາດ ວຽກງານທີ່ພັກ-ລັດ ຂັ້ນເທິງມອບໝາຍ ໃຫ້ສຳເລັດ ແລະ ນັບມື້ດີຂຶ້ນເລື້ອຍໆ.