ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວປກ ປະກາດການຈັດຕັ້ງ ແລະ ລຸລ່ວງໃຫ້ພະນັກງານຮັບນະໂຍບາຍບຳນານ


     ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດຕັ້ງພິທີປະກາດການຈັດຕັ້ງ ຂັ້ນຄະນະຮັບຜິດຊອບຫົວໜ້າພະແນກ, ຮອງຫົວໜ້າພະ
ແນກ, ຍົກຂັ້ນເງິນເດືອນ, ປະກາດພະນັກງານຮັບນະໂຍບາຍ ບຳນານ ແລະ ສັບຊ້ອນໜ້າທີ່ ເພີ່ມເຕີມ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳຫຼ້າ
ພັນໄຊຍະສຸກ ຫົວໜ້າການເມືອງ ວປກ, ມີຄະນະພັກ-ຄະນະບັນຊາ, ຄະນະກົມ, ຫ້ອງການ, ຄະນະວິຊາຄູ, ຄະນະຮັບຜິດຊອບນັກສຶກສາ, ພະແນກການເງິນ
ພ້ອມດ້ວຍ ພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

     ສະຫາຍ ພັນໂທ ສອນທະນູ ແກ້ວໝື່ນເຮືອງ ຮອງຫົວໜ້າ ກົມການເມືອງ ວປກ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການຕົກ
ລົງ ແຕ່ງຕັ້ງ ສະຫາຍ ພັນເອກ ເດດນະຄອນ ສີຫາລາດ, ເປັນຫົວໜ້າ ຄະນະຮັບຜິດຊອບ ນັກສຶກສາ ລະບົບບຳລຸງ ຄົນໃໝ່, ປ່ຽນແທນ ສະຫາຍ ພັນໂທ
ໄມພອນ ພົມມະວົງ ຫົວໜ້າຄະນະຮັບຜິດຊອບນັກສຶກສາ ລະບົບບຳລຸງ ຜູ້ເກົ່າ ພັກການກຽມຮັບເບ້ຍບຳນານ, ສະຫາຍ ພັນໂທ ພູທອງ ວົງຈັນທາ ເປັນ
ຮອງຫົວໜ້າຄະນະຮັບຜິດຊອບ ນັກສຶກສາ ລະບົບກໍ່ສ້າງ ຜູ້ໃໝ່ ປ່ຽນແທນ ສະຫາຍ ພັນໂທ ສົມສະນິດ ກົມປະຊາ ຮອງຫົວໜ້າຄະນະຮັບຜິດ ຊອບນັກສຶກ
ສາລະ ບົບກໍ່ສ້າງ ຜູ້ເກົ່າ ພັກການກຽມຮັບເບ້ຍບຳນານ, ສະຫາຍ ພັນໂທ ພູວາ ບັນນະວົງ ເປັນຮອງຫົວໜ້າຫ້ອງການ ຄຸ້ມຄອງໂຄງການຫຼັກສູດ, ສະຫາຍ
ພັນໂທ ຄຳປະເສີດ ເປັນຮອງຄະນະວິຊາຄູ ວຽກງານພັກ-ວຽກງານການເມືອງ, ສະຫາຍ ຮ້ອຍເອກ ກາຊວນ ພັນພຽງດີ ເປັນຫົວໜ້າ ພະແນກຄູເສນາອົບ
ຮົມ, ສະຫາຍ ຮ້ອຍເອກ ພອນສັກ ຄຳປະເສີດ ເປັນຫົວໜ້າພະແນກ ຄູເສນາທ້ອງຖິ່ນ, ສະຫາຍ ພັນໂທ ກົງເຕີ້ ເພັດສົມບູນ ເປັນຮອງຫົວ ໜ້າພະແນກຄູຍຸດ
ທະວິທີບຸກຕີ, ສະຫາຍ ພັນຕີ ອຳຄາພອນ ສິດທິພອນ ເປັນຮອງຫົວໜ້າ ພະແນກຄູເສນາທ້ອງຖິ່ນ, ສະຫາຍ ຮ້ອຍເອກ ພູວົງ ແກ້ວສອນ ເປັນຮອງຫົວໜ້າ
ພະແນກຄູ ເສນາອົບຮົມ, ສະຫາຍ ຮ້ອຍເອກ ເພັດສະໝອນ ພວງສະຫວັດ ເປັນຮອງຫົວໜ້າພະແນກຄູ ທ້ອງຖິ່ນບຸກຕີ, ສະຫາຍ ຮ້ອຍເອກ ບີ້ ແກ້ວອາສາ
ເປັນຮອງຫົວໜ້າ ພະແນກຄູລົດຕັງບຸກຕີ, ສະຫາຍ ຮ້ອຍເອກ ພຸດທອງ ນ້ອຍສຸລິນໄຊ ເປັນຮອງຫົວໜ້າພະແນກຄູລົດຕັງ ຈັ້ງທ່າ, ສະຫາຍ ຮ້ອຍເອກ ໄມຮັງ
ວົງຄຳສົມ ເປັນຮອງຫົວໜ້າພະແນກກວດກາ ການປະຕິບັດໂຄງການ ແລະ ແຜນການຮຽນ-ການສອນ.

     ຈາກນັ້ນໄດ້ ຜ່ານຂໍ້ຕົກລົງ ວ່າດ້ວຍການອະນຸມັດ ໃຫ້ນາຍທະຫານພັກການ ເພື່ອກຽມຮັບເບ້ຍບຳນານ ຈຳນວນ 4 ສະຫາຍ, ຂໍ້ຕົກລົງ ວ່າດ້ວຍການ
ຍົກຂັ້ນເງິນເດືອນ ໃຫ້ນາຍທະຫານຈາກຊັ້ນ ພັນໂທ ຂຶ້ນຮັບ ເງິນຊັ້ນ ພັນເອກ ຈຳນວນ 10 ສະຫາຍ ແລະ ຂໍ້ຕົກລົງ ວ່າດ້ວຍ ການສັບຊ້ອນພະນັກງານ
ໄປຮັບໜ້າທີ່ໃໝ່ ຢູ່ວິທະຍາຄານ ປ້ອງກັນຊາດ ໄກສອນ ພົມວິຫານ ອີກຈຳນວນໜຶ່ງ. ຕ້ອນທ້າຍ, ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ໄດ້ເນັ້ນໜັກໃຫ້
ແຕ່ລະສະຫາຍ ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຕ້ອງເອົາໃຈໃສ່ປະຕິບັດໜ້າທີ່ ອັນມີກຽດສະຫງ່າຂອງຕົນ ທີ່ໄດ້ຮັບມອບໝາຍ, ພ້ອມກັນຈັດ ຕັ້ງຜັນຂະຫຍາຍແນວ
ທາງນະໂຍບາຍ ຂອງພັກ, ລະບຽບກົດໝາຍ ຂອງລັດ, ເປັນແບບຢ່າງນຳພາ ສະມາຊິກພັກ ຂອງຕົນເຮັດສຳເລັດທຸກໜ້າທີ່, ນຳໜ້າ ແລະ ພົ້ນ ເດັ່ນໃນທຸກ
ຂະບວນການເພື່ອ ພ້ອມກັນພັດທະນາກົມກອງຂອງ ຕົນໃຫ້ດີຂຶ້ນເປັນກ້າວໆ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/01/2022