ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ໂອ້ລົມຕໍ່
ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກກົມທະຫານຊາຍແດນ


ພົນໂທ ສຸວອນ ເລືອງບຸນມີ ໂອ້ລົມຕໍ່ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ

     ໃນໂອກາດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມໃຫຍ່ຄັ້ງທີ II ຂອງໜ່ວຍພັກກົມທະຫານຊາຍແດນກົມໃຫຍ່ເສນາທິການກອງທັບ, ສະຫາຍ ພົນໂທ ສຸວອນ ເລືອງ
ບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ ໄດ້ມີຄຳເຫັນວ່າ: ຄະນະພັກ-ຄະນະບັນຊາຕ້ອງເພີ່ມທະ
ວີ ຄວາມຮັບຜິດຊອບໃນການສຶກສາອົບຮົມການເມືອງ-ນຳພາແນວຄິດພະນັກງານສະມາຊິກພັກ ກໍຄືພະນັກງານນັກຮົບເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງ
ພັກ-ລັດມີຄວາມຈົງຮັກພັກດີ ສັດຊື່ບໍລິສຸດ, ມີນໍ້າໃຈຮັກຊາດຢ່າງດູດດື່ມ, ນຳພາປັບປຸງກໍ່ສ້າງພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຢາກເຮັດສຳ ເລັດເປົ້າໝາຍສູ້ຊົນ
ນັ້ນ ຕ້ອງສືບຕໍ່ປັບປຸງແບບແຜນວິທີເຮັດວຽກຕາມຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ, ແບ່ງໃຫ້ບຸກຄົນຮັບຜິດຊອບ.

     ສະຫາຍຍັງໄດ້ກ່າວຕື່ມອີກວ່າ: ຄະນະພັກຊຸດໃໝ່ຕ້ອງເປັນແບບຢ່າງທີ່ດີ, ມີຄຸນສົມບັດສິນທຳປະຕິວັດ ແລະ ມີລະບຽບວິໄນເຂັ້ມງວດ, ການດຳລົງຊີວິດຕ້ອງປອດ
ໃສຍາມໃດກໍຖືເອົາຜົນປະໂຫຍດຂອງລວມໝູ່ສູງກວ່າຜົນປະໂຫຍດສ່ວນຕົວ ນອກນັ້ນກໍຊີ້ນຳ-ນຳພາກົມກອງຈັດຕັ້ງອົບຮົມຫັດແອບໃຫ້ມີຄວາມຊຳນານທາງດ້ານວຽກ
ງານວິຊາສະເພາະ ເອົາໃຈໃສ່ຊີ້ນຳວຽກງານການລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດເພື່ອເຮັດໃຫ້ເສັ້ນຊາຍແດນທີ່ຕິດຈອດກັບບັນດາປະເທດທີ່ໃກ້ຄຽງມີ
ຄວາມສະຫງົບ ແລະ ກາຍເປັນຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະ ການຮ່ວມມື ທັງເອື້ອອຳນວຍຄວາມສະດວກໃຫ້ປະຊາຊົນມີການໄປມາຄ້າຂາຍ ເພື່ອພັດທະ
ນາຊີວິດການເປັນຢູ່ພັດທະນາເສດຖະກິດ-ສັງຄົມ ແລະ ວັດທະນະທຳຂອງທ້ອງຖິ່ນນັ້ນໆດີຂຶ້ນເທື່ອລະກ້າວ.

     ບົດລາຍງານການເມືອງຕໍ່ກອງປະຊຸມໃຫຍ່ໜ່ວຍພັກທີ່ຈັດຂຶ້ນໃນວັນທີ 8 ກຸມພາ 2019 ນີ້, ສະຫາຍ ພົນຈັດຕະວາ ສີພັນ ພຸດທະວົງ ເລຂາໜ່ວຍພັກ ຫົວໜ້າກົມ
ທະຫານຊາຍແດນ ຕີລາຄາຄືນການເຄື່ອນໄຫວຊີ້ນຳ-ນຳພາຂອງຄະນະໜ່ວຍພັກ ຕໍ່ຂົງເຂດວຽກງານຕ່າງໆປິ່ນອ້ອມໜ້າທີ່ການເມືອງຂອງກົມໃນໄລຍະຜ່ານມາ ອັນພື້ນ
ຖານ ຄະນະພັກແມ່ນໄດ້ເອົາໃຈໃສ່ຊີ້ນຳວຽກງານວິຊາສະເພາະໃນການຊີ້ນຳ-ນຳພາເຮັດໃຫ້ສະພາບບໍລິເວນຊາຍແດນມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ,
ໂດຍ ກຳນົດເອົາບັນດາຫົວໜ່ວຍການຈັດຕັ້ງຂັ້ນພະແນກທະຫານຊາຍແດນແຂວງ, ບັນດາກອງຮ້ອຍທະຫານຊາຍແດນເປັນຫົວໜ່ວຍກຳລັງຕົ້ນຕໍ ເພື່ອຊີ້ນຳເຄື່ອນໄຫວ
ກວດກາ, ລາດຕະເວນ, ຕິດຕາມກຳແໜ້ນສະພາບເກັບກຳຂໍ້ມູນຂອງກຸ່ມຄົນບ່ໍຫວັງດີທັງໃນ ແລະ ນອກຊາຍແດນ ຈັດຕັ້ງໂຄສະນາສຶກສາອົບຮົມ, ເຜີຍແຜ່ລະບຽບການ
ຊາຍແດນ, ສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆຕາມບໍລິເວນຊາຍແດນທີ່ຕົນຮັບຜິດຊອບໄດ້ເປັນຢ່າງດີ, ຄຽງຄູ່ກັນນີ້ກໍໄດ້ເອົາໃຈໃສ່ປັບປຸງກໍ່ສ້າງພັກຕາມ 5
ຫຼັກການ 3 ທິດນຳຂອງພັກ ເຊິ່ງໄດ້ເຮັດໃຫ້ໜ່ວຍພັກສາມາດຮັກສາໄດ້ນາມະຍົດໜ່ວຍພັກເຂັ້ມແຂງ, ປອດໃສ, ໜັກແໜ້ນ 6 ສະໄໝຕິດຕໍ່ກັນ.

     ກອງປະຊຸມຍັງໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະພັກໜ່ວຍພັກຊຸດໃໝ່ໄດ້ຕາມຄາດໝາຍ, ກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນເລືອກເອົາສະຫາຍ
ພົນ ຈັດຕະວາ ສີພັນ ພຸດທະວົງ ເປັນເລຂາໜ່ວຍພັກ, ພັນໂທ ອຸ່ນຄຳ ສີແຫວນວົງສັກ ເປັນຮອງເລຂາ, ພັນເອກ ດວງມາລາ, ພັນໂທ ສັກສິດ ພິຈິດ ແລະ ພັນໂທ ອຳພັນ
ໄຊຍາ ສຸບັດ ເປັນກຳມະການ.