ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີ ກະຊວງປ້ອງກັນປະເທດ ພົບປະໂອ້ລົມກຳລັງ ປກສ-ປກຊ ​
ແລະ ພະນັກງານຫຼັກ​ແຫ່ງ ​ແຂວງໄຊ​ສົມບູນ


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ໃນໂອກາດລົງເຄື່ອນໄຫວຊຸກຍູ້ ແລະ ຊີ້ນໍາການຫ້າງຫາກະກຽມໃຫ້ແກ່ການປ່ອນບັດເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດ ທີ II ຢູ່ ແຂວງ ໄຊ
ສົມບູນ ໃນວັນທີ 11 ກຸມພາ 2021 ນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ ລັດຖະມົນຕີ ກະຊວງປ້ອງ
ກັນປະເທດ, ຜູ້ປະຈໍາການຄະນະກໍາມະການເລືອກຕັ້ງລະດັບຊາດ ໄດ້ພົບປະໂອ້ລົມຄະນະພັກ-ຄະນະບັນຊາ ກອງບັນຊາການທະຫານແຂວງ, ກອງບັນຊາ
ການປ້ອງກັນຄວາມສະຫງົບແຂວງ, ຫ້ອງການ ປກຊ-ປກສ, ກອງພັນໃຫຍ່ 101 ແລະ ບັນດາ ສະຫາຍ ພະນັກງານຫຼັກແຫຼ່ງຂັ້ນແຂວງ ໂດຍ ສະຫາຍໄດ້
ຊີ້ນໍາໃຫ້ແຕ່ລະພາກສ່ວນສຸມໃສ່ສຶກສາອົບຮົມ ການເມືອງແນວຄິດໃຫ້ພະນັກງານ-ນັກຮົບ, ລັດຖະກອນ ແລະ ປະຊາຊົນບັນດາເຜົ່າເຂົ້າໃຈຕໍ່ແນວທາງ
ແຜນນະໂຍບາຍຂອງ ພັກ, ກົດໝາຍຂອງລັດ ເພື່ອພ້ອມກັນໃຊ້ສິດປ່ອນບັດເລືອກຕັ້ງ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II ໃຫ້ມີຜົນສໍາເລັດ ແລະ ມີ
ຄວາມສະຫງົບປອດໄພ 100%.

     ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ເນັ້ນໜັກໃຫ້ການນໍາຂອງ ແຂວງ ແລະ ຄະນະພັກ-ຄະນະບັນຊາ ໃນກໍາລັງປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບ ແຂວງ ໄຊສົມບູນ ຈົ່ງພ້ອມກັນເພີ່ມທະວີຄວາມສາມັກຄີໃນ 2 ກໍາລັງໃຫ້ແໜ້ນແຟ້ນ, ເຊີດຊູຄວາມຈົງຮັກພັກດີຕໍ່ພັກ, ຄວາມຕັ້ງຕໍ່ບໍລິ
ສຸດຕໍ່ຊາດຕໍ່ປະຊາຊົນບັນດາເຜົ່າ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ຖັນແຖວສະມາຊິກພັກ, ພະນັກງານ-ນັກຮົບໃຫ້ມີຄຸນທາດການ
ເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ເປັນແບບຢ່າງທີ່ດີໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງກົມກອງ, ຍົກສູງສະຕິລະວັງຕົວຕໍ່ກົນອຸ
ບາຍ ຫັນປ່ຽນໂດຍສັນຕິຂອງສັດຕູ ແລະ ອິດທິກໍາລັງປໍລະປັກທີ່ໂຄສະນາໃສ່ຮ້າຍປ້າຍສີພັກ-ລັດ ໂດຍຜ່ານສື່ຕ່າງໆ, ຖືເອົາວຽກງານ ປກຊ- ປກສ ທົ່ວ
ປວງຊົນຮອບດ້ານເປັນໜ້າທີ່ຂອງໝົດທຸກຄົນ, ເປັນເສນາທິການໃຫ້ຄະນະພັກຂັ້ນເທິງໃນການເຄື່ອນໄຫວຕົວຈິງ, ຮັບປະກັນເຮັດໃຫ້ຂອບເຂດຄວາມຮັບ
ຜິດຊອບຂອງຕົນມີຄວາມສະຫງົບປອດໄພ 100%, ຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ ແບບມູນເຊື້ອທັງທາງເລິກ ແລະ ທາງກວ້າງ, ຊອກ
ໃຫ້ເຫັນບັນຫາຂໍ້ຄົງຄ້າງອັດຕັນທ່ວງດຶງຕໍ່ກັບການພັດທະນາເສດຖະກິດ-ສັງຄົມ ແລະ ບັນດາກົມກອງທ້ອງຖິ່ນຂອງຕົນແລ້ວຮີບຮ້ອນພ້ອມກັນແກ້ໄຂໃຫ້
ທັນກັບເວລາ, ກໍາໃຫ້ໄດ້ສະພາບໜໍ່ແໜງປາກົດການຫຍໍ້ທໍ້ຕ່າງໆ ທີ່ອາດຈະເກີດຂຶ້ນແລ້ວແກ້ໄຂໃຫ້ຂາດຕົວ.

     ເພື່ອໃຫ້ບັ້ນປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງຊຸດ ທີ II ຢູ່ແຂວງ ໄຊສົມບູນ ບັນລຸຜົນສໍາເລັດ
ຕາມລະດັບຄາດໝາຍ, ຮັບປະກັນໃຫ້ຜູ້ໃຊ້ສິດເລືອກຕັ້ງ ໄປປ່ອນບັດເລືອກຕັ້ງໄດ້ຢ່າງຄົບຖ້ວນຮັບປະກັນໃຫ້ຜູ້ມີສິດເລືອກຕັ້ງໄດ້ປະຕິບັດສິດ ໃນການລົງ
ຄະແນນສຽງຂອງຕົນຢ່າງຖືກຕ້ອງຕາມລະບຽບກົດໝາຍ, ຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ມີຄວາມປອດໄພ 100%.

     ໂອກາດດັ່ງກ່າວ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຍັງໄດ້ລົງພົບປະໜ່ວຍປ່ອນບັດເລືອກຕັ້ງບ້ານຜາສະຫງົບ ແລະ ໄປຢ້ຽມຢາມການກໍ່ສ້າງ
ໂຮງຮຽນທະຫານທ້ອງຖິ່ນ ແຂວງ ໄຊສົມບູນ ພ້ອມທັງອວຍພອນປີໃໝ່ ຫວຽດນາມ ຂອງກຸ່ມບໍລິສັດຮ່ວມມືເສດຖະກິດ (ໂກເອກໂກ) ທະຫານເຂດ 4
ສສ ຫວຽດນາມ ຕື່ມອີກ.