ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫາຍ ພົນຕີ ສອນທອງ ພົມລາວົງ ຊີ້ນຳກອງປະຊຸມໃຫຍ່ຄັ້ງທີ VII
ຂອງໜ່ວຍພັກຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ


ພົນຕີ ສອນທອງ ພົມລາວົງ ເປັນປະທານກອງປະຊຸມໃຫຍ່ ຄັ້ງທີ VII ຂອງໜ່ວຍພັກຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ

     ໃນໂອກາດເຂົ້າຮ່ວມເປັນປະທານກອງປະຊຸມໃຫຍ່ ຄັ້ງທີ VII ຂອງໜ່ວຍພັກຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ເມື່ອວັນທີ 7 ມີນາ 2019 ນີ້, ສະ
ຫາຍ ພົນຕີ ສອນທອງ ພົມລາວົງ ກຳມະການຄະນະພັກກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ເນັ້ນໜັກໃຫ້ຄະນະໜ່ວຍພັກ ສືບຕໍ່ເພີ່ມ
ທະວີສຶກສາອົບຮົມການເມືອງ, ແນວຄິດໃຫ້ພະນັກງານ, ສະມາຊິກພັກໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍ
ຂອງພັກ-ກົດໝາຍຂອງລັດ, ໜ້າທີ່ການເມືອງຂອງກົມກອງ, ມີຄວາມຕັ້ງໜ້າຫ້າວຫັນໃນການປະຕິບັດມະຕິຄຳສັ່ງ ກໍຄືໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍ, ພະນັກງານ
ສະມາຊິກພັກຕ້ອງມີຄວາມອົດທົນຜ່ານຜ່າຄວາມຫຍຸ້ງຍາກ, ຍອມເສຍສະຫຼະຜົນປະໂຫຍດສ່ວນຕົວເພື່ອຜົນປະໂຫຍດສ່ວນລວມເຮັດໜ້າທີ່ວຽກງານດ້ວຍຄວາມຮັບ
ຜິດຊອບ, ສຸມໃສ່ນຳພາຈັດຕັ້ງປະຕິບັດໜ້າທີ່ ແລະ ເປັນເສນາທິການໃຫ້ແກ່ຄະນະພັກກົມໃຫຍ່ການເມືອງກອງທັບ, ຖືເອົາວຽກງານງານວິຊາສະເພາະເປັນວຽກງານໃຈ
ກາງຂອງກົມກອງ, ສືບຕໍ່ປັບປຸງກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ, ໜັກແໜ້ນ.

     ໃນໂອກາດດຳເນີນກອງປະຊຸມໃຫຍ່ຄັ້ງທີ VII ຂອງໜ່ວຍພັກຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດຄັ້ງນີ້ ສະຫາຍ ພັນໂທ ນາງ ໄພວອນ ອິນທະບຸດ ເລ
ຂາໜ່ວຍພັກຫ້ອງການສະຫະພັນແມ່ຍິງກະຊວງປ້ອງກັນປະເທດ ໄດ້ຕີລາຄາຄືນບົດບາດການນໍາພາຂອງຄະນະພັກຕໍ່ຂົງເຂດວຽກງານຕ່າງໆ ໂດຍໄດ້ຍົກໃຫັ ເຫັນຜົນ
ງານທີ່ເປັນພື້ນຖານ ແລະ ພ້ອມກັນຍາດມາໄດ້ໃນໄລຍະຜ່ານມາ ເປັນຕົ້ນແມ່ນຄະນະໜ່ວຍພັກໄດ້ຖືສຳຄັນຕໍ່ວຽກງານສຶກສາອົບຮົມການເມືອງນຳພາແນວຄິດໃຫັພະ
ນັກງານສະມາຊິກພັກພາຍໃນກົມກອງມີແນວຄິດອຸ່ນອຽນທຸ່ນທ່ຽງເຊື່ອໜັ້ນຕໍ່ການນໍາພາຂອງ ພັກ-ລັດ ແລະ ປະກອບສ່ວນເຮັດໜ້າທີ່ການເມືອງຂອງກົມກອງ ໂດຍປີ່ນ
ອ້ອມ 4 ໜ້າທີ່ໃຫ່ຍ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ຕິດພັນກັບການປັບປຸງກໍ່ສ້າງພັກໃຫັມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນຕາມ 5
ຫຼັກການ 3 ທິດນຳຂອງພັກ. ເຊິ່ງສາມາດຕີລາຄາຄຸນນະພາບການເມືອງພາຍໃນໜ່ວຍພັກໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ຕີລາຄາສະມາຊິກພັກແຂງ
ຮອບດ້ານ 100% ສາມາດສ້າງໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ 6 ສະ ໄໝຕິດຕໍ່ກັນ. ຈາກຜົນງານການເຄື່ອນໄຫວດ້ານຕ່າງໆນັ້ນຈຶ່ງມີລວມໝູ່ ແລະ
ບຸກຄົນໄດ້ຮັບຍ້ອງຍໍຈາກພັກ-ລັດ ກໍຄືກອງທັບ. ໃນນີ້ໄດ້ຮັບການຍ້ອງຍໍລວມໝູ່ໄດ້ຫຼຽນໄຊອິດສະຫຼະຊັ້ນ II ຈໍານວນ 1 ໜ່ວຍ, ບຸກຄົນໄດ້ຮັບຫຼຽນໄຊພິລະອາດຫານ
ຊັ້ນ III ຈໍານວນ 1 ໜ່ວຍ, ຫຼຽນໄຊແຮງງານຊັ້ນ II ຈໍານວນ 2 ໜ່ວຍ, ຫຼຽນໄຊອິດສະຫຼະຊັ້ນ II ຈໍານວນ 4 ໜ່ວຍ, ຫຼຽນໄຊແຮງງານຊັ້ນ III ຈໍານວນ 3 ໜ່ວຍ, ຫຼຽນ
ກາແຮງງານ 1 ໜ່ວຍ ໃບຍ້ອງຍໍຈາກກະຊວງປ້ອງກັນປະເທດ 1 ໃບ ແລະ ໄດ້ຮັບທຸງໄຊ 3 ດີ ຈາກສູນກາງສະຫະພັນແມ່ຍິງລາວ ເປັນສະໄໝທີ 3. ນອກນັ້ນກອງປະຊຸມ
ຍັງໄດ້ປ່ອນບັດຄັດເລືອກເອົາຄະນະພັກຊຸດໃໝ່ໄດ້ຕາມຄາດໝາຍ.