ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງພາກເໜືອ


ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງປະທານຜູ້ປະຈໍາການ ຄະນະກໍາມະການປ້ອງກັນຊາດ
ປ້ອງກັນຄວາມສະຫງົບສູນກາງ, ລັດຖະມົນຕີ ກະຊວງປ້ອງກັນປະເທດ ​ເປັນ​ປະທານ

     ກອງປະຊຸມສະຫຼຸບຖອດຖອນບົດຮຽນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ ພາກເໜືອ ຄື: ແຂວງ ຊຽງຂວາງ, ໄຊສົມບູນ ແລະ
ຫົວພັນ ປະຈໍາປີ 2020 ແລະ ຜ່ານທິດທາງແຜນການ ວຽກງານຈຸດສຸມ ປີ 2021 ໄດ້ຈັດຂຶ້ນໃນວັນທີ 11 ມີນາ 2021 ນີ້, ທີ່ຫ້ອງປະຊຸມ ແຂວງ ຊຽງ
ຂວາງ ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງປະທານຜູ້ປະຈໍາການຄະນະກໍາ
ມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຈາກຫ້ອງວ່າການສູນກາງພັກ, ກະຊວງປ້ອງກັນ
ປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງການຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ, ບັນດາກົມກອງ ກໍາລັງຫຼວງ, ກໍາລັງ
ທ້ອງຖິ່ນ ແລະ ພະແນກການທີ່ກ່ຽວຂ້ອງຂອງແຂວງເຂົ້າຮ່ວມ.

     ສະຫາຍ ພັນເອກ ບຸນຊູ ໄຊລາສີ ຫົວໜ້າ ການທະຫານ ກອງບັນຊາການທະຫານ ແຂວງ ຊຽງຂວາງ ໄດ້ຂຶ້ນຜ່ານ ບົດສະຫຼຸບ ຕີລາຄາ ສະພາບການ
ເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນໄລຍະຜ່ານມາ ໂດຍພາຍໃຕ້ການຊີ້ນໍາ-ນໍາພາຂອງພັກ, ລັດຖະບານກໍຄືຄະນະກໍາມະການ
ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຕ່ລະຂັ້ນ, ຄະນະພັກ-ຄະນະບັນຊາກໍາລັງປະກອບອາວຸດ ກໍາລັງຫຼວງ ແລະ ກໍາລັງທ້ອງຖິ່ນ ໄດ້ ພ້ອມກັນສືບຕໍ່ຈັດຕັ້ງ
ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ,
ມະຕິກອງປະຊຸມໃຫຍ່ ຂອງ ຄະນະບໍລິຫານງານພັກ 3 ແຂວງ ແລະ ມະຕິ ກອງປະຊຸມວຽກງານ ປກຊ-ປກສ 3 ແຂວງ ປະຈໍາປີ 2019 ຜ່ານມາ, ເຊິ່ງສາ
ມາດຍາດໄດ້ຜົນງານຫຼາຍດ້ານ ເປັນຕົ້ນແມ່ນສາມາດຮັກສາໄດ້ສະຖຽນລະພາບ ຄວາມສະຫງົບ ທາງດ້ານ ການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງ
ສັງຄົມ, ລະບົບການຈັດຕັ້ງນັບແຕ່ຂັ້ນຮາກຖານ, ເມືອງ ແລະ ແຂວງ ໄດ້ມີການປັບປຸງຊີວິດການເປັນຢູ່ ຂອງພະນັກງານ, ນັກຮົບກໍາລັງ ປກຊ-ປກສ ແລະ
ປະຊາຊົນບັນດາເຜົ່ານັບມື້ດີຂຶ້ນ, ກໍາລັງປກຊ-ປກສ ໄດ້ມີການເຕີບໃຫຍ່ເຂັ້ມແຂງ ແລະ ນັບມື້ທັນສະໄໝຂຶ້ນ ເປັນກ້າວໆ ພ້ອມກັນນີ້, ຄະນະພັກ-ຄະນະ
ບັນຊາ ແຕ່ສູນກາງຮອດທ້ອງຖິ່ນຍັງໄດ້ສຸມໃສ່ຊີ້ນໍາຢ່າງໃກ້ຊິດຕໍ່ວຽກງານດັ່ງກ່າວຢູ່ 3 ແຂວງນີ້ ຢ່າງແຂງແຮງເປັນຂະບວນຟົດຟື້ນກວ້າງຂວາງຕໍ່ເນື່ອງສັງ
ລວມແລ້ວ ການເຄື່ອນໄຫວປະຕິບັດ ໜ້າທີ່ການເມືອງ ຂອງກໍາລັງ ປກຊ-ປກສ ສາມາດປະຕິບັດໜ້າທີ່ ອັນມີກຽດ ຂອງຕົນທີ່ ພັກ-ລັດ ແລະ ປະຊາຊົນ
ມອບໝາຍ ໃຫ້ສໍາເລັດ ດ້ວຍໝາກຜົນສູງ.

     ໂອກາດນີ້ ສະຫາຍ ພົນເອກ ຈັນສະຫມອນ ຈັນຍາລາດ ກໍໄດ້ໃຫ້ກຽດໂອ້ລົມ ຕໍ່ກອງປະຊຸມ ເຊິ່ງກ່ອນອື່ນ ສະຫາຍ ໄດ້ຕາງໜ້າ ໃຫ້ການນໍາພັກ-ລັດ,
ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນສູນກາງ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະ ທີ່ກໍາລັງປ້ອງກັນຊາດ-ປ້ອງກັນ
ຄວາມສະຫງົບທຸກຂັ້ນ ພ້ອມດ້ວຍອໍານາດການປົກຄອງ-ທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຂອງ ແຂວງ ຊຽງຂວາງ, ຫົວພັນ, ໄຊສົມບູນ ຍາດມາ
ໄດ້ໃນຕະຫຼອດໄລຍະຜ່ານມາພ້ອມກັນນີ້ ສະຫາຍ ຍັງໄດ້ເນັ້ນໜັກໃຫ້ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອໍານາດການປົກຄອງທຸກຂັ້ນ ຈົ່ງເພີ່ມ
ທະວີຄວາມສາມັກຄີ ໃຫ້ເປັນປຶກແຜ່ນແໜ້ນໜາ ສືບຕໍ່ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ຂອງພັກວາງອອກ,
ປຸກລະດົມກໍາລັງແຮງ ສັງລວມທົ່ວປວງຊົນຮອບດ້ານ ພ້ອມກັນປະຕິບັດສອງໜ້າທີ່ຍຸດທະສາດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ
ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງ, ພ້ອມຫັນກໍາລັງລົງກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດຮອບດ້ານ ໃຫ້ໄດ້ຕາມ 4 ເນື້ອໃນ 4 ຄາດໝາຍ ສ້າງ
ໃຫ້ໄດ້ 3 ແຂວງ ມີຄວາມສະຫງົບຜາສຸກ ແລະ ເຂັ້ມແຂງໃນທຸກດ້ານ, ສືບຕໍ່ຕັ້ງໜ້າຜັນຂະຫຍາຍທິດທາງແຜນການ ວຽກງານຈຸດສຸມໃຫ້ສໍາເລັດຕາມ
ຄາດໝາຍທີ່ວາງໄວ້.