ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມປຶກສາຫາລືກະກຽມຄວາມພ້ອມໃຫ້ແກ່
ກອງປະຊຸມວິທະຍາສາດ-ປະຫວັດສາດ ການທະຫານ ທົ່ວກອງທັບຄັ້ງທີ III

     ຕອນເຊົ້າຂອງວັນທີ 11 ເມສາ 2017 ນີ້, ຢູ່ຫ້ອງປະຊຸມກົມ ວິທະຍາສາດ-ປະຫວັດສາດ ການທະຫານ ກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມ
ປຶກສາຫາລືກະກຽມຄວາມພ້ອມໃຫ້ແກ່ກອງປະຊຸມວິທະຍາສາດ-ປະຫວັດສາດ ການທະຫານ ທົ່ວກອງທັບຂຶ້ນ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ
ພົນຕີ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຮອງ
ຫົວໜ້າກົມໃຫຍ່ ຫ້ອງວ່າການກະຊວງ ແລະແຕ່ລະອານຸກຳມະການກ່ຽວຂ້ອງເຂົ້າຮ່ວມ.


ພົນຕີ ວິໄລ ຫຼ້າຄຳຟອງ ເປັນປະທານກອງປະຊຸມປຶກສາຫາລືກະກຽມຄວາມພ້ອມໃຫ້ແກ່
ກອງປະຊຸມວິທະຍາສາດ-ປະຫວັດສາດ ການທະຫານ ທົ່ວກອງທັບຄັ້ງທີ III

     ໃນກອງປະຊຸມ ສະຫາຍ ພັນເອກ ວຽງໄຊ ສົມວິຈິດ ຫົວໜ້າກົມ ວິທະຍາສາດ-ປະຫວັດສາດ ການທະຫານ ໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະ
ເທດ ສະບັບເລກທີ 4549/ກມທ ວ່າດ້ວຍການອະນຸມັດເປີດກອງປະຊຸມວິທະຍາສາດ-ປະຫວັດສາດ ການທະຫານ ທົ່ວກອງທັບ ແລະຂໍ້ຕົກລົງແຕ່ງຕັ້ງອາ
ນຸກຳມະການແຕ່ລະພາກສ່ວນ ຈາກນັ້ນທີ່ປະຊຸມຍັງໄດ້ປຶກສາຫາລືແຕ່ລະອານຸກຳມະການ ໂດຍຖອດຖອນບົດຮຽນທີ່ເຄີຍຈັດກອງປະຊຸມວິທະຍາສາດທົ່ວ
ກອງທັບໃນຄັ້ງທີ II ໃນໄລຍະຜ່ານມາ ໃນນັ້ນອານຸກຳມະການເນື້ອໃນ, ອານຸກຳມະການຮັບປະກັນ, ອານຸກຳມະການປ້ອງກັນ, ອານຸກຳມະການຍ້ອງຍໍ, ພິທີ
ການຮັບແຂກ ແລະວຽກງານຮັບ ປະກັນງົບປະມານ, ນໍາ້ມັນເຊື້ອໄຟຕ່າງໆ ເຫັນວ່າທຸກພາກສ່ວນມີຄວາມພ້ອມ ຄາດກະເວລາແມ່ນເດືອນພຶດສະພາ ໃຫ້
ໄດ້ຈັດຕັ້ງປະຕິບັດເປີດກອງປະຊຸມ.

     ໂອກາດນີ້ ສະຫາຍ ພົນຕີ ວິໄລ ຫຼ້າຄຳຟອງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ກໍ່ໄດ້ເນັ້ນໜັກໃຫ້ແຕ່ລະອານຸກຳມະການຈົ່ງນຳເອົາຈິດໃຈເນື້ອ
ໃນຂອງກອງປະຊຸມຄັ້ງນີ້ໄປຈັດຕັ້ງຜັນຂະຫຍາຍໃຫ້ທຸກວຽກງານອານຸກຳມະການຂອງຕົນ ເພື່ອແນ່ໃສ່ເຮັດໃຫ້ກອງປະຊຸມວິທະຍາສາດ-ປະຫວັດສາດ ການ
ທະຫານ ທົ່ວກອງທັບ ທີ່ຈະເປີດຂຶ້ນໃນເດືອນພຶດສະພານີ້ ໃຫ້ມີຄວາມສຳເລັດດ້ວຍຄຸນນະພາບຢ່າງສູງ.