ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກະກຽມຈັດຕັ້ງກອງປະຊຸມຜູ້ຊ່ຽວຊານການເກັບກູ້ລະເບີດ

     ໃນຕອນເຊົ້າຂອງວັນທີ 11 ເມສາ 2017, ຢູ່ທີ່ຫ້ອງປະຊຸມຂອງກົມພົວພັນຕ່າງປະເທດກະຊວງປ້ອງກັນປະເທດ ໄດ້ຈັດກອງປະຊຸມວ່າດ້ວຍການກະ
ກຽມ ແລະການຈັດຕັ້ງກອງປະຊຸມໜ່ວຍງານຜູ້ຊ່ຽວຊານດ້ານ ການເກັບກູ້ລະເບີດເພື່ອມະນຸດສະທຳ ຄັ້ງທີ V ໃນຂອບກອງປະຊຸມລັດຖະມົນຕີປ້ອງກັນປະ
ເທດອາຊຽນ-ບວກ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 22-25 ພຶດສະພາ 2017 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ
ຄຳສີ ວົງຄຳຊາວ ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.


ພົນຈັດຕະວາ ຄຳສີ ວົງຄຳຊາວ ເປັນປະທານກອງປະຊຸມກະກຽມແລະ
ການຈັດຕັ້ງກອງປະຊຸມໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດ

     ກອງປະຊຸມຄັ້ງນີ້ ໄດ້ແຈ້ງຂໍ້ຕົກລົງໃນການແຕ່ງຕັ້ງຕ່າງໆໃຫ້ແຕ່ລະພາກສ່ວນໄດ້ຮັບຮູ້ ແລະນຳໄປຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ດັ່ງນັ້ນກະຊວງປ້ອງກັນ
ປະເທດ ແຫ່ງ ສປປ ລາວ ຈຶ່ງໄດ້ຕົກລົງຄື: ແຕ່ງຕັ້ງຄະນະຊີ້ນຳ ລວມໃນການເປັນປະທານຈັດກອງປະຊຸມໜ່ວຍງານຜູ້ຊ່ຽວຊານດ້ານການເກັບກູ້ລະເບີດ ຄັ້ງ
ທີ V ໃນຂອບກອງປະຊຸມລັດຖະມົນຕີອາຊຽນ, ອາຊຽນ-ບວກ ມີ 6 ທ່ານ, ແຕ່ງຕັ້ງອະນຸກຳມະການດ້ານເນື້ອໃນມີ 8 ທ່ານ, ແຕ່ງຕັ້ງປະທານ ແລະຄະນະ
ປະທານກອງປະຊຸມ, ແຕ່ງຕັ້ງກອງເລຂາກອງປະຊຸມມີ 25 ທ່ານ, ແຕ່ງຕັ້ງອະນຸກຳມະການດ້ານພິທີການ, ແຕ່ງຕັ້ງຄະນະອະນຸກຳມະການຄວາມປອດໄພ, ແຕ່ງ
ຕັ້ງຄະນະອະນຸກຳມະການເສດຖະກິດ ແລະການເງິນ, ແຕ່ງຕັ້ງຄະນະອະນຸກຳມະການພາຫະນະເຕັກນິກ, ນ້ຳມັນເຊື້ຶອໄຟ ແລະພາກສ່ວນທີ່ກ່ຽວ ຂ້ອງ, ແຕ່ງ
ຕັ້ງອະນຸກຳມະການໄອທີ ແລະການສື່ສານ, ແຕ່ງຕັ້ງອະນຸກຳມະການດ້ານເສນາຮັກ ແລະແຕ່ງຕັ້ງອະນຸກຳມະການໂຄສະນາ, ປະດັບປະດາ, ສິລະປະ, ສື່ມວນ
ຊົນ ແລະນະໂຍບາຍ.

     ໃນຕອນທ້າຍຂອງກອງປະຊຸມ ເຜີຍແຜ່ວຽກງານການກະກຽມໃຫ້ກອງປະຊຸມຜູ້ຊ່ຽວຊານດ້ານເກັບກູ້ລະເບີດ, ທ່ານ ພົນຈັດຕະວາ ຄຳສີ ວົງຄຳຊາວ ຍັງ
ໄດ້ເນັ້ນໜັກໃຫ້ຄະນະອະນຸກຳມະການທຸກພາກສ່ວນເອົາໃຈ ໃສ່ຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານ ເພື່ອຮັບປະກັນເຮັດສຳເລັດໜ້າທີ່ທີ່ການຈັດຕັ້ງມອບ
ໝາຍໃຫ້ສຳເລັດຕາມແຜນການ ແລະລຸລ່ວງໄປດ້ວຍດີ.