ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ
ກົມພະນັກງານກົມໃຫຍ່ການເມືອງກອງທັບ

     ກົມພະນັກງານກົມໃຫຍ່ການເມືອງກອງທັບ ເປີດກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ ປະຈຳໄຕມາດ I ແລະວາງທິດທາງແຜນການ
ປະຈຳໄຕມາດ II ປີ 2017 ຂຶ້ນ ໃນວັນທີ 10 ເມສາ 2017 ນີ້, ໂດຍການເຂົ້າຮ່ວມເປັນປະທານຂອງ ສະຫາຍ ພົນຈັດຕະວາ ສອນເຫຼົາ ໄຊຍະບຸດ ຫົວ
ໜ້າກົມພະນັກງານກົມໃຫຍ່ການເມືອງກອງທັບ, ມີຄະນະພັກ-ຄະນະບັນຊາກົມ ແລະພະນັກງານສະມາຊິກພັກເຂົ້າຮ່ວມ.


ພົນຈັດຕະວາ ສອນເຫຼົາ ໄຊຍະບຸດ ເປັນປະທານກອງປະຊຸມສ່ອງແສງວຽກງານພັກ-ວຽກງານການເມືອງ
ກົມພະນັກງານກົມໃຫຍ່ການເມືອງກອງທັບ

     ກອງປະຊຸມຄັ້ງນີ້ ແມ່ນໄດ້ພ້ອມກັນເອົາໃຈໃສ່ຄົ້ນຄວ້າປະກອບຄຳຄິດເຫັນເຂົ້າໃສ່ເນື້ອໃນຈິດໃຈຮ່າງບົດສະຫຼຸບການນຳພາຂອງຄະນະກົມພະນັກງານ
ກົມໃຫຍ່ການເມືອງກອງທັບ ປະຈຳໄຕມາດ I ໃນຂົງເຂດວຽກງານພັກ-ວຽກງານການເມືອງຂອງຕົນຕໍ່ກອງປະຊຸມ ເປັນຕົ້ນແມ່ນການສຶກສາອົບຮົມການ
ເມືອງ-ນຳພາແນວຄິດ, ການສ້າງກອງແຂງໜ່ວຍພັກຮູ້ນຳພາຮອບດ້ານ, ແບບແຜນການນຳພາຂອງຄະນະພັກ, ຍົກໃຫ້ເຫັນດ້ານດີດ້ານອ່ອນຂໍ້ຄົງຄ້າງ ແລະ
ວິທີການແກ້ໄຂໃນໄຕມາດຕໍ່ໄປ ເພື່ອເພີ່ມທະວີການຊີ້ນຳ-ນຳພາຂອງພັກເຂົ້າໃນທຸກຂົງເຂດວຽກງານຂອງກົມກອງ, ສ້າງ ແລະນຳພາແນວຄິດໃຫ້ພະນັກ
ງານມີຄວາມໜັກແໜ້ນທາງດ້ານການເມືອງນຳພາແນວຄິດເປັນກົກ ຖືເອົາວຽກງານວິຊາສະເພາະເປັນສຳຄັນ ເພື່ອຍົກສູງນໍ້າໃຈຮັບຜິດຊອບຕໍ່ໜ້າທີ່ຂອງ
ພະນັກງານ ກຳແໜ້ນພາລະບົດບາດ, ສິດ ແລະໜ້າທີ່ຂອງຕົນ, ເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ແລະຄຳສັ່ງແນະນຳຂອງຂັ້ນເທິງຢ່າງເຂັ້ມງວດ, ຄະນະ
ພັກຮາກຖານທຸກຂັ້ນຕ້ອງເພີ່ມທະວີບົດບາດການນຳພາຂອງພັກ, ປັບປຸງການຈັດຕັ້ງແບບແຜນວິທີເຮັດວຽກຂອງຄະນະພັກ ແລະເອົາໃຈໃສ່ປັບປຸງກົມ
ກອງ, ຫ້ອງການ ແລະການປູກຝັງ-ລ້ຽງສັດ ເພື່ອແກ້ໄຂຊີວິດການເປັນຢູ່ຂອງພະນັກງານໃຫ້ດີຂຶ້ນເປັນກ້າວໆ.