ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວັນອັງຄານ ວັນທີ 11 ພຶດສະພາ 2021 ສປປ ລາວ
ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ 35 ກໍລະນີ


     ຕອນບ່າຍວັນທີ 11 ພຶດສະພາ 2021, ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ນາງ. ພອນວັນ ອຸ
ທະວົງ, ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຈະມາຖະແຫຼງຂ່າວກ່ຽວກັບ ນະໂຍບາຍ ແລະ ມາດຕະການ ເພື່ອແກ້ໄຂຜົນກະທົບ ຂອງ
ການລະບາດພະຍາດ COVID-19 ຕໍ່ເສດຖະກິດ ແລະ ດຣ. ບັນດິດ ຊຸມພົນພັກດີ ຄະນະກຳມະການທີ່ປຶກສາແຫ່ງຊາດໃນການໃຫ້ວັກຊີນ, ຕາງໜ້າກອງ
ເລຂາ ຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19, ໄດ້ຖະແຫຼງຂ່າວ ກ່ຽວກັບ ສະພາບການການລະ
ບາດຂອງພະຍາດ COVID-19 ຢູ່ສປປລາວ: ສຳລັບ ສປປ ລາວ ມາຮອດປະຈຸບັນ ມີ • ລາຍງານຜູ້ຕິດເຊື້ອ ທັງໝົດ 1,362 ຄົນ (ໃໝ່ 35) • ເສຍຊີວີດ
1 ຄົນ • ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວຫາຍດີ ທັງໝົດ 297 ຄົນ(ນະຄອນຫຼວງ 52 ຄົນ ແລະ ແຂວງບໍ່ແກ້ວ 7 ຄົນ) ແລະ ຈະ
ໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນຈົນຄົບກຳນົດຕາມຄຳແນະນຳຂອງແພດ; • ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນຕ່ລະແຂວງ
ຈຳນວນ 1,064 ຄົນ + ລາຍລະອຽດຂອງຜູ້ຕິດເຊື້ອໃໝ່ 35 ຄົນ (ກໍລະນີຢັ້ງຢືນທີ 1,328 – 1,362) - ສຳລັບຄົນເຈັບຕິດເຊື້ອໃໝ່ ຈາກ ແຂວງບໍ່
ແກ້ວ 20 ຄົນ, ນະຄອນຫຼວງ 09 ຄົນ, ຈໍາປາສັກ 05 ຄົນ ແລະ ຫຼວງນໍ້າທາ 01 ຄົນ. ກໍລະນີນຳເຂົ້າ 05 ກໍລະນີ ແມ່ນແຮງງານລາວຢູ່ແຂວງຈໍາປາສັກ
ແລະ ກໍລະນີຕິດເຊື້ອພາຍໃນຊຸມຊົນ 30 ຄົນ ແມ່ນພົວພັນກັບຜູ້ຕິດເຊື້ອເກົ່າ. - ພາຍຫຼັງ ພວກເຮົາກວດພົບຜູ້ຕິດເຊື້ອໃໝ່, ພວກເຮົາໄດ້ລົງສອບສວນ,
ສອບຖາມປະຫວັດ, ຕິດຕາມຜູ້ສຳຜັດໃກ້ຊິດ ແລະ ປະຫວັດການເຄື່ອນໄຫວຂອງພວກກ່ຽວ, ພາຍຫຼັງໄດ້ຂໍ້ມູນລະອຽດ ຈະແຈ້ງທາມລາຍ ໃຫ້ບັນດາ
ທ່ານຮັບຊາບຕື່ມ. ລ/ດ ແຂວງ ກໍລະນີສະສົມທັງໝົດ ນັບແຕ່ປີ 2020 ຮອດປັດຈຸບັນ ຄົນເຈັບຕິດເຊື້ອໃໝ່ ວັນທີ 10/5/2021 ໝາຍເຫດ 1 ນະຄອນ
ຫຼວງວຽງຈັນ 739 9 ເສຍຊີວິດ 1 ຄົນ 2 ຈຳປາສັກ 188 5 3 ຫຼວງພະບາງ 16 4 ສະຫັວນນະເຂດ 51 5 ບໍ່ແກ້ວ 304 20 ຄົນເຈັບອອກໂຮງໝໍຢູ່
ໂຮງໝໍແຂວງບໍ່ແກ້ວ 6 ສາລະວັນ 13 7 ຫຼວງນ້ຳທາ 7 1 8 ວຽງຈັນ 19 9 ຜົ້ງສາລີ 5 ຄົນເຈັບແຂວງຜົ້ງສາລີ 1 ຄົນນອນປີ່ນປົວຢູ່ແຂວງອຸດົມໄຊ 10
ອຸດົມໄຊ 10 11 ໄຊຍະບູລີ 3 12 ໄຊສົມບູນ 1 13 ເຊກອງ 1 ຄົນເຈັບແຂວງເຊກອງແຕ່ນອນປີ່ນປົວຢູ່ແຂວງຈຳປາສັກ 14 ບໍລິຄຳໄຊ 3 15 ຄຳມ່ວນ
1 16 ຫົວພັນ 0 17 ຊຽງຂວາງ 1 18 ອັດຕະປື 0 ລວມ 1,362 35 1. ວຽກງານວີເຄາະ ກວດຊອກຫາເຊື້ອພະຍາດ ໂຄວີດ 19 • ໃນວັນທີ 10 ພຶດ
ສະພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະ ທັງໝົດ 3,247 ຕົວຢ່າງ, ຜົນກວດວິເຄາະແມ່ນ ພົບຜູ້ຕິດເຊື້ອໃໝ່ 35 ຄົນ. 2. ວຽກງານການຈຳກັດບໍລິ
ເວນ ຢູ່ສູນຈຳກັດບໍລິເວນ ປະຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ ທັງໝົດ 46 ສູນ, ມີຜູ້ຈຳກັດບໍລິເວນທັງໝົດ 3,323 ຄົນ, ທຸກຄົນ
ແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19. ຂໍ້ແນະນຳ • ການປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງເຄັ່ງຄັດ ເປັນອີກວິ
ທີໜຶ່ງທີ່ດີທີ່ສຸດ ໃນການຕັດວົງຈອນການລະບາດ ເປັນຕົ້ນແມ່ນ: ໃສ່ຜ້າປິດປາກ-ດັງ ເມື່ອອອກຈາກບ້ານ, ຮັກສາໄລຍະຫ່າງ 2 ແມັດ, ໝັ່ນລ້າງມືເລື້ອຍໆ
ດ້ວຍນ້ຳສະອາດໃສ່ສະບູຫຼື ເຈວລ້າງມືຂ້າເຊື້ອ, ຫຼີກລ້ຽງການເດີນທາງໄປຍັງສະຖານທີ່ ທີ່ມີຄວາມແອອັດ, ຫຼີກລ້ຽງຢູ່ໃກ້ກຸ່ມຄົນທີ່ ມີຄວາມສ່ຽງ ຫຼື ຜູ້ທີ່
ເຈັບເປັນ, ບໍ່ໃຊ້ສິ່ງຂອງຮ່ວມກັນ (ແຍກກັນກິນເຂົ້າ), ເມື່ອກັບຮອດບ້ານ ຄວນອາບນ້ຳປ່ຽນເສື້ອຜ້າທັນທີ, ຫຼີກລ້ຽງການຢູ່ໃກ້ຜູ້ສູງອາຍຸ ເນື່ອງຈາກ ຜູ້ສູງ
ອາຍຸ ເມື່ອຕິດເຊື້ອ ມີໂອກາດສູງທີ່ກ້າວໄປສູ່ອາການຮຸນແຮງໄດ້; • ບັນຫາສຳຄັນ ຂໍການຮ່ວມມືນຳບັນດາທ່ານ ເມື່ອທ່ານໄປກວດຊອກຫາເຊື້ອ ຂໍໃຫ້ທ່ານ
ແຈ້ງລາຍລະອຽດຂອງຕົນເອງຢ່າງຈະແຈ້ງ ຊື່, ນາມສະກຸນ, ອາຍຸ, ທີ່ຢູ່ ແລະ ເບີໂທລະສັບຕິດຕໍ່ ໃຫ້ແກ່ທີມງານແພດເກັບຕົວຢ່າງ ເພື່ອສະດວກໃນການຕິດ
ຕໍ່ພົວພັນກັບຄືນຫາທ່ານ ໃນເວລາໄດ້ຜົນກວດ, ຖ້າຫາກທ່ານໃດ ຈົງໃຈປົກປິດຂໍ້ມູນ ຫຼື ລົບຫຼີກ ແມ່ນຈະຖືກປະຕິບັດລະບຽບວິໄນຕາມກົດໝາຍບ້ານ
ເມືອງ; • ໃນໄລຍະລໍຖ້າຜົນກວດ ຂໍໃຫ້ບັນດາທ່ານ: - ຈຳກັດບໍລິເວນຢູ່ເຮືອນ, ຫຼີກລ້ຽງການອອກຈາກບ້ານ - ແຍກຕົນເອງອອກຈາກຄົນໃນຄອບຄົວ -
ປະຕິບັດມາດຕະການປ້ອງກັນການຕິດເຊື້ອ - ຖ້າຜົນກວດບວກ (+) ຈະມີທີມງານແພດຕິດຕໍ່ຫາທ່ານ ເພື່ອຮັບທ່ານເຂົ້ານອນ ປິ່ນປົວ - ຖ້າຜົນກວດລົບ
(-) ໃຫ້ທ່ານສືບຕໍ່ຈຳກັດບໍລິເວນຕົນເອງຢູ່ເຮືອນຈົນຄົບ 14 ວັນ ຫາກໃນໄລຍະຈຳກັດບໍລິເວນ ຫາກມີອາການໃດໜຶ່ງເຊັ່ນ: ໄຂ້, ໄອ, ດັງບໍ່ໄດ້ກິ່ນ ຫຼື ລີ້ນ
ບໍ່ໄດ້ຮັບລົດຊາດ ໃຫ້ທ່ານກັບມາກວດຄືນ ພ້ອມທັງບອກຂໍ້ມູນກ່ຽວກັບວັນທີ ໃນການກວດຄັ້ງທຳອິດ. • ສຳລັບ ຜູ້ທີ່ຖືກກຳນົດໃຫ້ອອກໂຮງໝໍ ເພື່ອໄປ
ສືບຕໍ່ຕິດຕາມອາການຂອງຕົນຢູ່ເຮືອນ ຕາມຄຳແນະນຳຂອງແພດ ສິ່ງທີ່ທ່ານຄວນປະຕິບັດ ມີຄືດັ່ງນີ້: - ແຍກຕົນເອງອອກຈາກຄົນໃນຄອບຄົວ ເປັນເວລາ
7 ວັນ ແລະ ບໍ່ໃຊ້ສິ່ງຂອງຮ່ວມກັນ - ວັດແທກ ແລະ ບັນທຶກອຸນຫະພູມທຸກວັນ ເຊົ້າ-ແລງ - ຕິດຕາມອາການຂອງຕົນ, ຖ້າຫາກ ຮູ້ສຶກບໍ່ສະບາຍ, ໃຫ້ທ່ານ
ຮີບຮ້ອນໄປພົບແພດຢູ່ ສະຖານທີ່ບໍລິການໃກ້ບ້ານທ່ານ. • ທ້າຍສຸດນີ້ ຂໍແຈ້ງໃຫ້ທ່ານຊາບວ່າ ທ່ານສາມາດຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ ແລະ ເປັນທາງ
ການຂໍໃຫ້ທ່ານຕິດຕາມຂໍ້ມູນຂ່າວສານ ໄດ້ທີ່: o ວິທະຍຸ ໂທລະພາບ ໜັງສືພິມ ແລະສື່ຕ່າງໆ ຂອງລັດຖະບານ o ຈາກເວັບໄຊ້ຂອງຄະນະສະເພາະກິດເພື່ອ
ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດໂຄວິດ-19 ກໍ່ຄື covid19.gov.la ແລະ o ເວັບໄຊ້ຂອງກົມຄວບຄຸມພະຍາດຕິດຕໍ່, ກະຊວງສາ
ທາລະນະສຸກ cdc.gov.la o ເຟດບຸກຂອງສູນຂ່າວສານການແພດ ແລະ ສຸຂະສຶກສາ, ກະຊວງສາທາລະ ນະສຸກ o ແລະ ສາມາດໂທສອບຖາມ ສາຍດ່ວນ
166 ຫຼື 165 ສຳລັບສູນກາງ ແລະ ສາຍດ່ວນແຂວງ (ລະຫັດແຂວງ ຕາມດ້ວຍ 166 ຫຼື 165). • ອີກເທື່ອໜຶ່ງ ຂ້າພະເຈົ້າຂໍຕາງໜ້າໃຫ້ແກ່ ກອງເລຂາຄະ
ນະສະເພາະກິດ ຂໍສະແດງຄວາມຂອບໃຈເປັນຢ່າງສູງ ມາຍັງພໍ່ແມ່, ພີ່ນ້ອງ, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ທີ່ໄດ້ໃຫ້ການສະໜັບສະໜູນ, ອຸປະຖຳ
ເຄື່ອງບໍລິໂພກ ແລະ ອຸປະໂພກ ລວມທັງ ປັດໄຈ ເຂົ້າໃນການປ້ອງກັນ, ຄວບຄຸມພະຍາດັ່ງກ່າວ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 12/05/2021