ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈັດງານພົບປະອະດີດນັກສຶກສາທີ່ຈົບຈາກໂຮງຮຽນກອງທັບປະຊາຊົນຫວຽດນາມ

     ງານພົບປະອະດີດນັກສຶກສາກອງທັບປະຊາຊົນລາວ ທີ່ຮຽນຈົບຈາກໂຮງຮຽນກອງທັບປະຊາຊົນຫວຽດນາມ ເນື່ອງໃນໂອກາດລະນຶກປີສາມັກຄີມິດຕະ
ພາບ ລາວ-ຫວຽດນາມ, ຫວຽດນາມ-ລາວ ເພື່ອສະເຫຼີມສະ ຫຼອງ 2 ວັນສໍາຄັນທາງປະຫວັດສາດຂອງປະຊາຊົນສອງຊາດລາວ-ຫວຽດນາມໃນປີ 2017
ຄື: ວັນເຊັນສົນທິ ສັນຍາມິດຕະພາບ ແລະ ການຮ່ວມມືຄົບຮອບ 40 ປີ (18 ກໍລະກົດ 1977 -18 ກໍລະກົດ 2017 ), ວັນສ້າງ ຕັ້ງສາຍພົວພັນການທູດ
ລາວ-ຫວຽດນາມ ຄົບຮອບ 55 (ວັນທີ 5 ກັນຍາ 1962- ວັນທີ 5 ກັນຍາ 2017) ໄດ້ຈັດຂຶ້ນໃນວັນທີ 9 ມິຖຸນາ 2017 ນີ້, ຢູ່ໂຮງຮຽນກໍ່ສ້າງນາຍສິບ
ເລກ 2 ວຽງໄຊ ໂດຍການເຂົ້າຮ່ວມຂອງທ່ານ ປອ ບຸນຖອງ ດີວິໄຊ ກໍາມະການສູນກາງພັກ, ເລຂາພັກແຂວງ ເຈົ້າແຂວງໆຈໍາປາສັກ, ມີສະຫາຍ ພົນຈັດ
ຕະວາ ວັນທອງ ກອງມະນີ ກຳມະການຄະນະພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນຈັດຕະວາ ເດົາວັນເນີມ
ຮອງຫົວໜ້າການເມືອງວິທະຍາຄານນາຍທະຫານບົກກອງທັບປະຊາຊົນຫວຽດນາມ, ສະຫາຍ ພັນເອກ ຕ້າວວັນທາຍ ທີ່ປຶກສາທູດຝ່າຍປ້ອງກັນຊາດ ສສ
ຫວຽດ ນາມປະຈໍາລາວ ຕະຫຼອດຮອດຄະນະພັກ-ຄະນະບັນຊາອະດີດນັກສຶກສາກອງທັບປະຊາຊົນລາວທີ່ຮຽນຈົບຈາກໂຮງຮຽນກອງທັບປະຊາຊົນຫວຽດ
ນາມ ທີ່ມາຈາກກອງພົນ, ກອງບັນຊາການທະຫານແຂວງ, ກອງພັນໃຫຍ່, ໂຮງຮຽນ, ໂຮງໝໍເຂດພາກໃຕ້ຈໍານວນ 8 ພາກສ່ວນ ພ້ອມດ້ວຍບັນດາແຂກ
ທີ່ຖືກເຊີນທັງສອງຝ່າຍເຂົ້າຮ່ວມ.


ພົນຈັດຕະວາ ວັນທອງ ກອງມະນີ ເຂົ້າຮ່ວມງານພົບປະອະດີດນັກສຶກສາທີ່ຈົບຈາກໂຮງຮຽນກອງທັບປະຊາຊົນຫວຽດນາມ

     ສະຫາຍ ພົນຈັດຕະວາ ວັນທອງ ກອງມະນີ ໄດ້ມີຄໍາເຫັນຕໍ່ພິທີອັນມີຄວາມໝາຍຄວາມສໍາຄັນໃນຄັ້ງນີ້ວ່າ: ງານພົບປະອະດີດນັກສຶກສານາຍທະຫານ
ທີ່ເຄີຍຮຽນຢູ່ ສສ ຫວຽດນາມ ແມ່ນກິດຈະກໍາໜຶ່ງທີ່ຈັດຂຶ້ນເພື່ອເຮັດໃຫ້ ຜູ້ໄດ້ກິນເຂົ້າບໍ່ລືມຄຸນນາ ໄດ້ກິນປາບໍ່ລືມຄຸນນໍ້າເຊິ່ງເປັນການຫວນ
ຄືນຄວາມຊົງຈໍາອັນທີ່ບໍ່ມີວັນຫຼົງລືມ ເປັນຕົ້ນແມ່ນການທຸ່ມເທເຫື່ອແຮງ, ສະຕິປັນຍາຂອງບັນດາສະຫາຍຄູ-ອາຈານ, ພະນັກງານສະມາ ຊິກພັກ ກໍຄືພໍ່ແມ່
ປະຊາຊົນຫວຽດນາມບັນດາເຜົ່າທີ່ໄດ້ໃຫ້ການອຸ້ມຊູຊ່ວຍເຫຼືອ, ອົບຮົມບົ່ມສອນ, ຖ່າຍທອດວິຊາຄວາມຮູ້ທາງດ້ານທິດສະດີ, ພຶດຕິກໍາ, ວິທະຍາສາດ,
ເຕັກນິກໃຫ້ແກ່ພະນັກງານ-ນັກຮົບຂອງກອງທັບປະຊາຊົນລາວ, ໃນເວລາທີ່ສຶກສາຢູ່ ສສ ຫວຽດນາມໃນເມື່ອກ່ອນ ພ້ອມນັ້ນຍັງເປັນການປະກອບສ່ວນ
ອັນສໍາຄັນເຂົ້າໃນການຈັດຕັ້ງສະເຫຼີມສະຫຼອງວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືຄົບຮອບ 40 ປີ, ວັນສ້າງຕັ້ງສາຍພົວພັນການທູດລະ
ຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ຄົບຮອບ 55 ປີ ເປັນການໂຄສະ ນາມູນເຊື້ອແບບພິເສດ, ຮ່ວມສໍາພັນສູ້ຮົບ ແລະການຮ່ວມມືຮອບດ້ານ
ທີ່ເປັນມໍລະດົກອັນລໍ້າຄ່າໃຫ້ເຍົາວະຊົນ, ຄົນຮຸ່ນໃໝ່ຮັບຮູ້ຢ່າງເລິກເຊິ່ງ ທັງເພີ່ມພູມຄູນສ້າງມູນເຊື້ອເຫຼົ່ານັ້ນໃຫ້ຈະເລີນງອກງາມຢ່າງບໍ່ຢຸດຢັ້ງ. ນັບແຕ່ມື້
ມີພັກຄອມມູນິດອິນດູຈີນເປັນຕົ້ນມາມິດຕະພາບອັນຍິ່ງໃຫຍ່, ຄວາມສະມັກຄີແບບພິເສດຂອງ 2 ຊາດ ລາວ- ຫວຽດນາມຍິ່ງກ້າວເຂົ້າສູ່ລວງເລິກ ໂດຍ
ແມ່ນປະທານໂຮ່ຈິມິນຜູ້ນໍາທີ່ຍິ່ງໃຫຍ່, ທ່ານປະທານ ໄກສອນ ພົມວິຫານ ແລະ ທ່ານປະທານສຸພານຸວົງຜູ້ນໍາທີ່ແສນເຄົາລົບຮັກເປັນຜູ້ປູພື້ນຖານ, ປະຊາ
ຊົນສອງຊາດໄດ້ພ້ອມກັນສືບຕໍ່ບໍາລຸງຄູນສ້າງຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ສືບທອດເປັນສາຍພົວພັນທີ່ເປັນແບບຢ່າງບໍລິສຸດຜ່ອງໃສ, ສະເໝີຕົ້ນສະ
ເໝີປາຍທີ່ຫາໄດ້ຍາກໃນການພົວພັນສາກົນ, ເປັນປັດໃຈຮັບປະກັນໃຫ້ໄຊຊະນະແຫ່ງພາລະກິດປະຕິວັດຂອງແຕ່ລະປະເທດ ແລະ ເປັນມໍລະດົກອັນລໍ້າຄ່າ
ຂອງສອງປະເທດລາວ-ຫວຽດນາມ.

     ໃນໂອກາດອັນມີຄວາມໝາຍຄວາມສໍາຄັນນີ້ ບັນດາສະຫາຍຜູ້ແທນຂອງຝ່າຍລາວ ແລະ ຫວຽດນາມ ກໍໄດ້ຜັດປ່ຽນກັນຂຶ້ນມີຄໍາເຫັນ ໂດຍໄດ້ເລົ່າ
ຄືນເຖິງມູນເຊື້ອອັນດີງາມ, ສາຍພົວພັນຮ່ວມມືແບບພິເສດລະຫວ່າງປະຊາຊົນສອງຊາດ, ສອງພັກ, ສອງກອງທັບລາວ ຈາກນັ້ນບັນດານາຍທະຫານລາວ
ແລະ ເພື່ອນຫວຽດ ນາມຍັງໄດ້ພ້ອມກັນຈັດກິດຈະກໍາແຂ່ງຂັນກີລາມິດຕະພາບ ໃນນີ້ປະກອບມີບານສົ່ງ ແລະ ກີລາເປຕັງຢ່າງມີບັນຍາກາດຟົດຟື້ນ.