ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມໃຫຍ່ເສນາທິການກອງທັບ ຮ່ວມກັບກຸ່ມບໍລິສັດ BKN ຈັດກິດຈະກຳເພື່ອສິ່ງແວດລ້ອມທີ່ດີ

     ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດໃນວັນທີ 9 ມິຖຸນາ 2017 ນີ້, ກົມໃຫຍ່ເສນາທິການກອງທັບ ແລະ ກຸ່ມບໍລິສັດ BKN ຈັດຕັ້ງປູກຕົ້ນໄມ້
ຂຶ້ນ ຢູ່ຂອບເຂດການຜະລິດກະສິກຳຂອງກົມໃຫຍ່ດັ່ງກ່າວ ໃນເນື້ອທີ່ 1 ເຮັກຕາ ທີ່ບ້ານນາຊອນ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມ
ຂອງ ທ່ານ ພົນຕີ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າກົມໃຫຍ່ເສນາທິການກອງທັບ, ມີຄະນະ
ພັກ-ຄະນະບັນຊາ, ປະທານບໍລິສັດ BKN ພ້ອມຄະນະ ແລະ ພະນັກງານ-ນັກຮົບຈາກບັນດາກົມນ້ອຍ, ຫ້ອງການ, ກອງພັນ 512 ເຂົ້າຮ່ວມ.


ພົນຕີ ສຸວອນ ເລືອງບຸນມີ ເຂົ້າຮ່ວມຈັດກິດຈະກຳເພື່ອສິ່ງແວດລ້ອມທີ່ດີ

     ການຈັດກິດຈະກຳປູກຕົ້ນໄມ້ໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນໃນຂົງເຂດວຽກງານປົກປັກຮັກສາສະ ພາບແວດລ້ອມ ກໍຄືຊັບພະຍາກອນປ່າໄມ້
ໃຫ້ຂຽວສົດງົດງາມ, ທັງເປັນການປະກອບສ່ວນເຮັດໃຫ້ປະເທດຊາດຂອງພວກເຮົາໄດ້ມີເນື້ອທີ່ປ່າໄມ້ສີຂຽວເພີ່ມຂຶ້ນກວມເອົາ 70% ຂຶ້ນໄປໃນປີ 2020
ຕາມແນວທາງນະໂຍບາຍ ກໍຄືວິໄສທັດທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກກຳນົດໄວ້, ພ້ອມນີ້ກໍເປັນການປູກຈິດສຳນຶກໃຫ້ພະນັກງານ-ນັກຮົບໃຫ້
ເຫັນໄດ້ເຖິງຄຸນຄ່າຂອງປ່າໄມ້ ແລະ ຜົນເສຍຫາຍຂອງການທຳລາຍປ່າໄມ້ ເຊິ່ງແມ່ນແຫ່ຼງທີ່ມີຄວາມອຸດົມສົມບູນ ແລະ ມີຄວາມສຳຄັນຕໍ່ສິ່ງທີ່ມີຊີວິດກໍ
ຄືຊີວະນາໆພັນ ເຊິ່ງມັນເລັ່ງທວງໃຫ້ທຸກຄົນ ຈົ່ງພ້ອມກັນປູກຕົ້ນໄມ້ທົດແທນຄືນ, ຄວາມອຸດົມສົມບູນໃຫ້ແກ່ທຳມະຊາດ ແລະ ເອົາໃຈໃສ່ບົວລະບັດຮັກ
ສາໃຫ້ຈະເລີນເຕີບໂຕດີ ໂດຍຕົ້ນໄມ້ທີ່ນຳມາປູກໃນຄັ້ງນີ້ ແມ່ນມີໄມ້ຕີ້ວຈຳນວນ 2.000 ເບ້ຍ.