ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກົມ ວສ-ປສ ການທະຫານ ຈັດກອງປະຊຸມເຜີນແຜ່ທິດຊີ້ນຳຂອງ
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໃນການຄົ້ນຄວ້າວຽກງານວິທະຍາສາດ ການທະຫານ

     ກົມວິທະຍາສາດ-ປະຫວັດສາດ ການທະຫານ ຈັດກອງປະຊຸມເຜີຍແຜ່ທິດຊີ້ນຳຂອງ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໃນການກະກຽມຄົ້ນ
ຄວ້າວຽກງານວິທະຍາສາດ ການທະຫານ ເປັນຕົ້ນແມ່ນການຄົ້ນຄວ້າອອກແບບລູກປືນໃຫຍ່ນຳໃຊ້ໃນການຝຶກແອບໃຫ້ກອງທັບຂຶ້ນໃນວັນທີ 8 ມິຖຸນາ
2017 ນີ້, ໂດຍການເປັນປະທານຂອງ ພັນເອກ ວຽງໄຊ ສົມວິຈິດ ຫົວໜ້າກົມວິທະຍາສາດ-ປະຫວັດສາດ ການທະຫານ ມີຜູ້ຕາງໜ້າຈາກວິທະຍາຄານ
ກົມມະດຳ, ກົມປືນໃຫຍ່ໜ້າດິນ, ກົມຄົ້ນຄວ້າອາວຸດກະສຸນ, ກົມອຸດສະຫະກຳ ປກຊ ແລະ ຫ້ອງການ ກົມໃຫຍ່ເສນາທິການກອງທັບ ພ້ອມດ້ວຍວິຊາ
ການທີ່ກ່ຽວຂ້ອງເຂົ້າຮ່ວມ.


ພັນເອກ ວຽງໄຊ ສົມວິຈິດ ເປັນປະທານກອງປະຊຸມເຜີນແຜ່ທິດຊີ້ນຳຂອງ
ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໃນການຄົ້ນຄວ້າວຽກງານວິທະຍາສາດ ການທະຫານ

     ໃນພິທີ ພັນໂທ ສັນຕິ ຫຼ່ຽມຜີ ຮອງຫົວໜ້າພະແນກວິທະຍາສາດ ກົມວິທະຍາສາດ-ປະຫວັດສາດ ການທະຫານ ຜູ້ອອກແບບໂຄງການ ໄດ້ຂື້ນຜ່ານ
ຈຸດປະສົງເພື່ອຄົ້ນຄວ້າອອກແບບລູກປືນໃຫຍ່ສຳລັບໃຊ້ຍິງຊື່-ຍິງໂຄ້ງ, ອອກແບບໄຟສ່ອງແຈ້ງສຳລັບການຍິງໃນເວລາກາງຄືນ, ອອກແບບກະດານເອກະ
ພາບເສັ້ນທາງແນດ້ວຍແສງເລເຊີ, ອອກແບບເບຍປືນໃຫຍ່ສຳລັບການຍິງຊື່ ( ເບຍລົ້ມ-ລຸກ ) ອອກແບບລູກຈະລວດເບແອັມ 14 ແລະ ເບແອັມ 21 ສຳ
ລັບຫັດແອບ ແລະ ກວດກາຖານສົ່ງ ເພື່ອຮັບໃຊ້ໃຫ້ແກ່ການຝຶກແອບຮ່ຳຮຽນໃນຕໍ່ໜ້າ ແລະ ຍາວນານ.

     ພ້ອມນີ້ກອງປະຊຸມໄດ້ຮ່ວມຄົ້ນຄວ້າປຶກສາຫາລືປະກອບຄຳຄິດຄຳເຫັນໃສ່ໂຄງການດັ່ງກ່າວຢ່າງກົງໄປກົງມາ ເພື່ອເຮັດໃຫ້ໂຄງການໄດ້ດຳເນີນໄປຢ່າງ
ມີປະສິດທິພາບ.