ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງກີລາກອງທັບ ຈັດຕັ້ງເຜີຍແຜ່ກົດໝາຍ
ວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັງປຸງ)


ພົນຈັດຕະວາ ສອນທອງ ແກ້ວລໍຄຳ ເປັນປະທານຈັດຕັ້ງເຜີຍແຜ່ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັງປຸງ)

     ໃນຕອນເຊົ້າຂອງວັນທີ 10 ກໍລະກົດ 2019 ນີ້, ກອງກີລາກອງທັບໄດ້ຮັບຟັງການເຜີຍແຜ່ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັງປຸງ) ໃຫ້
ແກ່ນາຍທະຫານຂຶ້ນ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ສອນທອງ ແກ້ວລໍຄຳ ກຳມະການຄະນະພັກອົງການກົມໃຫຍ່ເສນາທິການກອງທັບ, ຫົວໜ້າກົມ
ສູ້ຮົບ ພ້ອມດ້ວຍນັກວິຊາການ, ຄະນະຮັບຜິດຊອບ, ມີຄະນະພັກ-ຄະນະບັນຊາ ພ້ອມດ້ວຍນາຍທະຫານກອງກີລາກອງທັບ ແລະ ສູນ 14 ເຂົ້າຮ່ວມ.

     ສະຫາຍ ພັນໂທ ພິມ ວິຈິດວົງສາ ຫົວໜ້າພະແນກປ້ອງກັນພາຍໃນຫ້ອງການເມືອງກົມໃຫຍ່ເສນາທິການກອງທັບ ໄດ້ຂຶ້ນເຜີຍແຜ່ກົດໝາຍວ່າດ້ວຍນາຍທະຫານກອງ
ທັບປະຊາຊົນລາວ (ສະບັບປັບປຸງໃໝ່) ເຊິ່ງປະກອບມີ: 5 ພາກ, 4 ໝວດ ແລະ 50 ມາດຕາ. ຈຸດປະສົງເພື່ອແນໃສ່ເຮັດໃຫ້ນາຍທະຫານມີຄວາມຮັບຮູ້ ແລະ ເຂົ້າໃຈແຈ້ງ
ຕໍ່ກົດໝາຍນາຍທະຫານ ແລະ ນະໂຍບາຍຕ່າງໆໃນກອງທັບປະຊາຊົນລາວ, ເພື່ອຍົກສູງຄວາມຮູ້-ຄວາມສາມາດທາງດ້ານການເມືອງ-ແນວຄິດ, ມີລະບຽບແບບແຜນທີ່
ທັນສະໄໝ, ເປັນກຳລັງຫຼັກແຫຼ່ງຂອງກອງທັບໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

     ໃນຕອນທ້າຍ ສະຫາຍ ພົນຈັດຕະວາ ສອນທອງ ແກ້ວລໍຄຳ ໄດ້ໃຫ້ການໂອ້ລົມ ເຊິ່ງສະຫາຍໄດ້ຮຽກຮ້ອງມາຍັງຄະນະພັກ-ຄະນະບັນຊາ ຕະຫຼອດເຖິງນາຍທະຫານທົ່ວ
ກອງກີລາກອງທັບ ແລະ ສູນ 14 ຈົ່ງຍົກສູງສະຕິຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດຂໍ້ກຳນົດ-ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວຢ່າງເຂັ້ມງວດ
ເພື່ອຮັບປະກັນເຮັດໃຫ້ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານຂອງຕົນມີຜົນສຳເລັດສູງ ແລະ ຫັນເຂົ້າສູ່ລະບຽບແບບແຜນ ແລະ ທັນສະໄໝຂຶ້ນເລື້ອຍໆ.